ອັດຕະປື ເຝົ້າລະວັງພະຍາດຕີດຕໍ່ໃນດ່ານສາກົນ

  ປະຈຸບັນນີ້ດ່ານສາກົນພູເກືອ ສປປ ລາວ ແລະ ດ່ານສາກົນເບີອີ ສສ ຫວຽດນາມ ໄດ້ມີການກະກຽມປັບປຸງຂອດການບໍລິການດ້ານສາທາລະນະສຸກ ໂດຍສະເພາະແມ່ນ ການກວດກາເຝົ້າລະວັງພະຍາດຕິດຕໍ່ທຸກໆປະເພດທີ່ຊ້ອນເຊື່ອງ ເຂົ້າໃນການນຳເຂົ້າສັດ, ພືດ ແລະ ສິນຄ້າອື່ນໆຢ່າງເຂັ້ມງວດ.

ສປງ ຈັດກອງປະຊູມໃຫຍ່ ໜ່ວຍພັກຄັ້ງທີ III

  ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງໃນວັນທີ 4 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ ທຫລ, ນະຄອນຫຼວງວຽງຈັນ

ຜູ້ໃຫ້ທຶນ ທລຍ ຕິດຕາມ ແລະປະເມີນໂຄງການຢູ່ເມືອງສະໝ້ວຍ

 ເມື່ອບໍ່ດົນມານີ້ຄະນະທີມງານຈາກທະນາຄານໂລກຜູ້ໃຫ້ທຶນກອງທຶນຫຼຸດຜ່ອນຄວາມທຸກຍາກຢູ່ແຂວງສາລະວັນໄດ້ລົງເຄື່ອນໄຫວ, ຕິດຕາມ, ກວດກາ ແລະປະເມີນຜົນການຈັດຕັ້ງປະຕິບັດໂຄງການຂອງ ທລຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງຢູ່ບ້ານກະເລັງເມືອງສະໝ້ວຍນຳໂດຍ ທ່ານ ອີລິກກາເວວ ຈອນເຊີນ

ມອບ-ຮັບໜ້າທີ່ປະທານກວດກາພັກ-ລັດແຂວງຫຼວງນໍ້າທາ

  ວັນທີ 4 ພະຈິກ 2019 ຢູ່ ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າປະທານກວດກາພັກ-ປະທານອົງການກວດກາລັດ ແຂວງຫຼວງນໍ້າທາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ,

6 ແຂວງພາກເໜືອສຳມະນາກ່ຽວກັບແຜນການ ແລະສະຖິຕິ

 ກະຊວງພາຍໃນຮ່ວມກັບພະແນກພາຍໃນແຂວງອຸດົມໄຊ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານແຜນການ ແລະສະຖິຕິຂອງຂະແໜງພາຍໃນໃຫ້ 6 ແຂວງພາກເໜືອ ໃນວັນທີ 5 ພະຈິກນີ້ຢູ່ທີ່ຫ້ອງປະຊຸມພະແນກພາຍໃນ ແຂວງອຸດົມໄຊ 

5 ປີ ໄຊຍະ ມີຜູ້ເສຍຊີວິດຍ້ອນອຸບັດເຫດ 242 ຄົນ

  ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກພະແນກຕໍາຫຼວດຈະລາຈອນ ແລະສະກັດກັ້ນຕ້ານອັກຄີໄພຄະນະພັກຮາກຖານຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີໄດ້ໄຂຂຶ້ນໃນວັນທີ 1 ພະຈິກ 2019 ທີ່ສະໂມສອນກອງບັນຊາການ ປກສ ແຂວງ

3 ແຂວງ 3 ປະເທດສືບຕໍ່ຮ່ວມມືຫຼາຍດ້ານ

 ກອງປະຊຸມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະປະຊາສໍາພັນ 3 ແຂວງ 3 ປະເທດ: ແຂວງສະຫວັນນະເຂດ ແຂວງມຸກດາຫານ (ຣາຊະອານາ ຈັກໄທ) ແລະແຂວງກວາງຈິ (ສສ ຫວຽດນາມ) ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 31 ຕຸລາ-1ພະຈິກ 2019 

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊູມລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ

 ຄະນະຜູ້ແທນລາວນຳໂດຍ ທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວພ້ອມດ້ວຍເຈົ້າໜ້າທີ່ອາວຸໂສປະຊາຄົມວັດທະນະທຳ-ສັງຄົມອາຊຽນ ສປປ ລາວ ແລະວິຊາການທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ

ທຫລ ທາບທາມຄໍາເຫັນໃສ່ຮ່າງດໍາລັດການເງີນ ແລະບັນຊີ

  ກອງປະຊຸມທາບທາມຄໍາເຫັນເປີດກ້ວາງໃສ່ຮ່າງດໍາລັດການເງິນແລະການບັນຊີທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຂຶ້ນໃວັນທີ 1 ພະຈິກ 2019 ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ 

ອະຫິວາໝູລະບາດຢູ່ບ້ານໂຮງເລື່ອຍ

 ຕາມການໃຫ້ສຳພາດຂອງ ທ່ານ ບຸນ ໄຊບຸນທິບ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລະແຂວງຫຼວງນໍ້າ ທາໃຫ້ຮູ້ໃນວັນທີ 1 ພະຈິກ 2019 ວ່າກ່ຽວກັບການລະບາດພະຍາດອະຫິວາໝູອາຟຣິກາຢູ່ບ້ານໂຮງເລື່ອຍເມືອງຫຼວງນໍ້າທາ ຕາມການໄດ້ຮັບແຈ້ງຂ່າວຈາກອົງການປົກຄອງບ້ານໂຮງເລື່ອຍ ເມືອງຫຼວງນໍ້າທາ