ແມ່ຍິງເມືອງເຊບັ້ງໄຟດຳເນີນກອງປະຊຸມຄັ້ງທີ 2

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງເຊບັ້ງໄຟແຂວງຄຳມ່ວນຄັ້ງທີ 2 ສະໄໝທີ V ພ້ອມທັງປັບປຸງກົດລະບຽບກອງທຶນບັນເທົາທຸກໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2019 ທີ່ ຫ້ອງວ່າການເມືອງເຊບັ້ງໄຟ ໂດຍການເປັນປະທານຂອງທ່ານ ນາງ ດາວພາສຸກ ທຳມະນີວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເປັນກຽດເຂົ້າຮ່ວມມີ ທ່ານ ຄຳພຸດ ນວນມະນີ ປະທານ ແນວລາວສ້າງຊາດເມືອງຜູ້ຊີ້ນຳ                                          ອົງການຈັດຕັ້ງມະຫາຊົນ ພ້ອມ ດ້ວຍຄະນະບໍລິຫານງານ, ຄະນະ ສະຫະພັນແມ່ຍິງຮາກຖານອ້ອມຂ້າງເມືອງ, ຮາກຖານບ້ານ ແລະ ຄະນະໜ່ວຍອ້ອມຂ້າງເມືອງ.

ມອບ-ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຫົວພັນ

ພິທີມອບ-ຮັບໜ້າທີ່ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນໄດ້ຈັດຂຶ້ນໃນອາທິດຜ່ານມາທີ່ຫໍວັດທະນາທຳຂອງແຂວງໂດຍມີທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຕາງໜ້າຫ້ອງການຖວທເມືອງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກ ຖວທ ແຂວງ ຫົວພັນເຂົ້າຮ່ວມຢ່າງພ້ອມພຽງ.

ຫົງສາ ເຜີຍແຜ່ຄຳສັ່ງກ່ຽວກັບຄວາມຮັບຜິດຊອບການຜະລິດ

  ເມືອງຫົງສາໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງຂອງທ່ານເຈົ້າແຂວງເລກທີ 253 ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບໃນການເກັບກູ້ຜົນຜະລິດລະດູຝົນປີ 2019 ແລະ ກະກຽມໃຫ້ແກ່ການຜະລິດລະດູແລ້ງ ປີ 2020, ພ້ອມຜ່ານຮ່າງນິຕິກຳຂອງທ່ານເຈົ້າແຂວງໄດ້ຈັດຂຶ້ນຢູ່ທີ່ສະໂມສອນເມືອງ, ໃນອາທິດຜ່ານມາເປັນປະທານຂອງທ່ານຈັນເພັງ ອູ່ທອງ ຄຳ ຄະນະປະຈຳພັກເມືອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ມີທ່ານ ຄຳມ່ວນ ບຸນຍາວົງ ຫົວໜ້າພະແນກບໍລິຫານຈັດຕັ້ງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຫົວ ໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນາຍບ້ານ, ນັກທຸລະກິດຜູ້ ປະກອບການພ້ອມດ້ວຍພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຂົ້າຮ່ວມ.

ເຈົ້າແຂວງສະຫວັນນະເຂດຕິດຕາມການສ້ອມແປງ ຊົນລະປະທານ

 ເມື່ອທ້າຍອາທິດຜ່ານມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ລົງໄປເບິ່ງການສ້ອມ ແປງລະບົບຈັກສູບນໍ້າເຂດໂຄງການຊົນລະປະທານລະຫານໍ້າ 1 ແລະ ການສ້ອມແປງຄອງຊົນລະປະທານຂອງປະຊາຊົນເຂດໂຄງການດົງສະຫວ່າງເມືອງສອງ ຄອນ, ໂດຍມີທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນພ້ອມຄະນະຮ່ວມຕິດຕາມ

ໄຊຍະ ເຊື່ອມຊຶມຄຳສັ່ງ ເລກທີ 064 ຂອງກົມການເມືອງສູນກາງພັກ

 ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄຳສັ່ງເລກທີ 064 ຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານຂະຫຍາຍພັກ ແລະ ຄຳແນະນຳການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີ X ຂຶ້ນເມື່ອວັນທີ 13 ທັນວາຜ່ານມາ

ເມືອງເຊບັ້ງໄຟປະກາດການຈັດຕັ້ງ 3 ຫ້ອງການ

   ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານພາຍໃນເມືອງໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການປະຕິບັດໜ້າທີ່ວຽກງານຕາມການມອບ ໝາຍ ດັ່ງນັ້ນໃນວັນທີ  13 ທັນວາ 2019 ທີ່ສະໂມສອນ ເມືອງເຊບັ້ງໄຟ ໄດ້ຈັດພິທີປະກາດການຈັດຕັ້ງຮອງຫົວໜ້າຫ້ອງການອຸດສາຫະກຳການຄ້າ,

ໜ່ວຍພັກຄະນະກວດກາສາລະວັນປະເມີນການກໍ່ສ້າງ

  ເມື່ອວັນທີ 10 ທັນວາ 2019, ໜ່ວຍພັກຄະນະກວດກາແຂວງສາລະວັນໄດ້ປະເມີນ ແລະ ກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2019, ໂດຍການເປັນປະທານຂອງ ສະຫາຍ ເລີດສະໝີ ຈັນສີຍະວົງ ເລຂາໜ່ວຍພັກຮາກຖານຄະນະກວດກາແຂວງ, 

ກົມປິ່ນປົວສະຫຼອງວັນເບົາຫວານໂລກ

ກະຊວງສາທາລະນະສຸກກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ແລະອົງການສາກົນບໍລິການປະຊາຊົນໄດ້ພິທີສະເຫຼີມສະຫຼອງວັນເບົາຫວານໂລກປີ 2019 ພາຍໃຕ້ຫົວຂໍ້ “ຮັກຄອບຄົວຈົ່ງປ້ອງກັນ ແລະ ປິ່ນປົວພະຍາດເບົາຫວານ” ຂຶ້ນໃນວັນທີ 14 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ

ຜົນກອງປະຊຸມໃຫ່ຍ ອົງຄະນະພັກກອງບັນຊາການທະຫານແຂວງນ້ຳທາ

  ພາຍຫຼັງທີ່ກອງບັນຊາການທະຫານແຂວງຫຼວງນໍ້າທາເປີດກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງມາເປັນເວລາ 2 ວັນ (ແຕ່ວັນທີ 12 ຫາ 13 ທັນວາ), ມາໃນວັນທີ 13 ທັນວາ 2019 

ອັດຕະປື ກຽມໃຊ້ແທັກລິສຄຸ້ມຄອງລາຍຮັບ

  ກົມສ່ວຍສາອາກອນສົມທົບກັບສ່ວຍສາອາກອນປະຈຳແຂວງອັດຕະປື ເປີດກອງປະຊຸມເຜີຍແຜ່, ແນະນຳການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແທັກລິສ (TaxRlS) ໃຫ້ແກ່ອົງການຈັດຕັ້ງລັດ ແລະຫົວໜ່ວຍທຸລະກິດທົ່ວແຂວງອັດຕະປື