ສະຫວັນນະເຂດ ຮັບນາມມະຍົດເປັນ ແຂວງ 4 ບຸກ

 ເມື່ອວັນທີ 4 ທັນວາ 2020 ທີ່ຫໍວັດທະນະທໍາ ໄກສອນ ພົມວິຫານ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງສະຫວັນນະເຂດຈັດພິທີສະຫຼຸບການຈັດຕັ້ງປະຕິບັດການແຂ່ງຂັນ 4 ບຸກ ແລະປະກາດເປັນແຂວງ 4 ບຸກ

ຍົກລະດັບການປ້ອງກັນ ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

  ກົມສັງຄົມສົງເຄາະກະຊວງແຮງງານ ແລະສະຫວັດດີການສັງຄົມຮ່ວມກັບກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດໂດຍສົມທົບກັບພະແນກແຮງງານ ແລະສະຫວັດດີການສັງຄົມ ແລະ ປກສ ແຂວງບໍ່ແກ້ວຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານປ້ອງກັນ

ໂຮງໝໍຟູຢູ້ທ້າງມອບເງິນ ແລະອຸປະກອນການແພດໃຫ້ຫຼວງນໍ້າທາ

    ວັນທີ 6 ທັນວາ 2020 ໂຮງໝໍຟູຢູ້ທ້າງນໍາເອົາເງິນ ແລະອຸປະກອນການແພດມອບໃຫ້ແຂວງຫຼວງນໍ້າທາເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ,ສະກັດກັ້ນ ແລະຄວບຄຸມການລະບາດພະຍາດໂຄວິດ-19 ລວມທັງໝົດ 370  ລ້ານກີບ, ໃນນັ້ນເງິນສົດຈໍານວນ 200 ລ້ານກີບ

ພີທິທິ ລາວ ຄືນທຶນສູ່ສັງຄົມດ້ວຍການຮັກສາສຶ່ງແວດລ້ອມໃນສະຫວັນນະເຂດ

  ໃນວັນທີ 3 ທັນວາ 2020 ທີ່ສວນສາທາລະນະວົງວຽນໄດໂນເສົາ ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ທາງບໍລິສັດ ພີທີທີ ລາວຈຳກັດ ໄດ້ມອບຕົ້ນໄມ້ເພື່ອຕົບແຕ່ງສວນສາທາລະນະໄດໂນເສົາຈຳນວນ 1.000 ກວ່າຕົ້ນ

ໜ່ວຍງານດ້ານການປົກຄອງ ສະຫຼຸບວຽກງານຜ່ານມາ

   ກອງປະຊຸມປະຈໍາປີ, ກອງປະຊຸມປະທານ ແລະປະທານຮ່ວມຂອງໜ່ວຍງານດ້ານການປົກຄອງໄດ້ຈັດຂຶ້ນໃນວັນທີ 3 ທັນວາ 2020 ໂດຍການເປັນປະທານຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນ ຕີກະຊວງພາຍໃນ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ,

ເມືອງວັງວຽງ ເປີດຂະບວນວັນໃຫ້ວັກຊິນກັນພະຍາດ

  ໃນວັນທີ 3 ທັນວາ 2020 ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີເປີດຂະບວນການຈັດຕັ້ງປະຕິບັດວັນໃຫ້ວັກຊິນກັນພະຍາດໂປລິໂອ ແລະພະຍາດໝາກແດງໃຫ່ຍ-ໜາກແດງນ້ອຍພ້ອມຂະບວນການຕະລຸມບອນໃຫ້ວັກຊິນກັນພະຍາດຮອບປົກກະຕິສຳລັບເດັກນ້ອຍອາຍຸລຸ່ມ 5 ປີ 

ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ຈັດຂຶ້ນດ້ວຍຫຼາຍກິດຈະກໍາສໍາຄັນ

 ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-13 ທັນວາ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງມີຫຼາຍກິດຈະກໍາສຳຄັນເຊັ່ນ: ເວທີສົນທະນາມູນເຊື້ອຊາວໜຸ່ມ, ແລກປ່ຽນສິລະປະ, ແຂ່ງຂັນສີມືແຮງງານ, ຕ້ານການຄ້າມະນຸດ ແລະກິດຈະກໍາອື່ນໆ.

 

ຖວທ ໄຊຍະບູລີລົງຊຸກຍູ້ວຽກງານຮອບດ້ານ

  ໃນວັນທີ 25 ພະຈິກ 2020, ທ່ານ ນາງ ບົວຈັນ ພັນທະວົງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງໄຊຍະບູລີພ້ອມພະນັກງານພາຍໃນຫ້ອງການດັ່ງກ່າວ.

ຫຼວງນໍ້າທາເປີດໃຊ້ຫ້ອງການຫຼຸດຜ່ອນການປ່ອຍອາຍພິດ

 ວັນທີ 26 ພະຈິກ 2020 ນີ້ ຢູ່ທີ່ພະແນກກະສິກຳ ແລະປ່າໄມ້ ແຂວງຫຼວງນໍ້າທາໄດ້ມອບ-ຮັບການກໍ່ສ້າງສ້ອມແປງ-ຕໍ່ເຕີມຫ້ອງການຫຼຸດຜ່ອນການປ່ອຍອາຍພິດຈາກການຕັດໄມ້ທຳລາຍປ່າ ແລະການທຳລາຍປ່າ ຫຼື REDD+ ແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, 

ລາວ-ໄທ ປິກສາຫາລືສາຍພົວພັນການຮ່ວມມື.

    ວັນທີ 26 ພະຈິກ 2020 ທີ່ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລືທາງໄກພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ,