ໄຊຍະບູລີ ແຕ່ງຕັ້ງ ວ່າການ ປະທານສານປະຊາຊົນ

   ໃນວັນທີ 24 ພຶດສະພາ 2019 ທີ່ສະໂມສອນຫ້ອງວ່າການ ແຂວງໄຊຍະບູລີ, ໄດ້ຈັດພິທີປະກາດແຕ່ງຕັ້ງວ່າການປະທານສານປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີພະແນກການອ້ອມຂ້າງແຂວງ, ມີສານເຂດ ແລະ ພະນັກງານພາຍໃນສານແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ຍີ່ປຸ່ນສະຫຼອງການຄອງລາດສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ

  ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງການຂຶ້ນຄອງລາດຂອງສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ໃນວັນທີ 23 ພຶດ ສະພາ 2019 ທີ່ນະຄອນຫຼວງວຽງຈັນ 

ອັດຕະປື-ອານຢາງ ຮ່ວມພັດທະນາວຽກງານ ອຄ

 ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອັດຕະປື ແລະພະແນກອຸດສາຫະກຳ ແລະການຄ້າແຂວງອານຢາງ ສສ ຫວຽດນາມ ຈັດກອງປະຊຸມພົບ ແລກປ່ຽນບົດຮຽນກ່ຽວກັບການພັດທະນາລະບົບຈຳໜ່າຍສິນຄ້າ, ການນຳເຂົ້າສີນຄ້າຜ່ານດ່ານຊາຍແດນຂອງແຂວງອັດຕະ ປືໃນວັນທີ 22 ພຶດສະພາ 

ເມືອງສຸຂຸມາ ເປີດຂະບວນທໍາລາຍແຫຼ່ງເພາະພັນໜອນນໍ້າ

 ເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ຈັດພິທີເປີດຂະບວນທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ, ພິທີດັ່ງກ່າວໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ທີ່ບ້ານໃໝ່ວັງໝາກແຊວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກ

ເມືອງສິງຈັບຜູ້ຕ້ອງຫາ ພ້ອມຢາບ້າເກືອບ 2 ພັນເມັດ

ວັນທີ 7 ພຶດສະພາ 2019 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງສິງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວ ຄ້າ-ຂາຍຢາເສບຕິດຢູ່ບ້ານພະບາດນ້ອຍເຂດບ້ານມອມດັ່ງນັ້ນທາງໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ, ຈິ່ງໄດ້ລົງໄປກວດກາເຫັນວ່າມີມູນຄວາມຈິງແທ້, ຈິ່ງສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ຮູຊາ, ອາຍຸ 25 ປີ, ສັນຊາດລາວ,

ສະຫວັນນະເຂດເປີດງານວາງສະແດງລົດຍົນ

ສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ ຮ່ວມກັບສູນການຄ້າສະຫວັນ-ໄອເຕັກ ແລະບໍລິສັດທິບພະຍະປະກັນໄພ ໄດ້ຈັດງານວາງສະແດງລົດຍົນ ຄັ້ງທີ I ຫຼື SAVAN NAKHET FIRST MOTOR SHOW ຂຶ້ນໃນວັນທີ 23 ພຶດສະພານີ້,

ໄຊຍະບູລີ ຈັດງານຕະຫຼາດນັດແຮງງານ

ງານຕະຫຼາດນັດແຮງງານຄັ້ງທີ I ຂອງແຂວງໄຊຍະບູລີໄດ້ຈັດຂຶ້ນເມື່ອວັນທີ 24 ພຶດສະພາ 2019 ທີ່ເດີ່ນທະນາຄານພົງສະຫວັນ ໂດຍເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະສະຫວັດດີການ-ສັງຄົມ 

ຫ້ອງວ່າການປະທານປະເທດ ຫວນຄືນມູນເຊື້ອ ຜ່າວົງປິດລ້ອມກອງພັນທີ 2

  ຫ້ອງວ່າການປະທານປະເທດໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ (19/5/ 1959-19/5/2019) ເມື່ອວັນທີ 24 ພຶດສະພາ 2019 

ຢູ່ເຊກອງສາມາດຈ່າຍຄ່ານໍ້າປະປາຜ່ານ ທສກ

ພິທີເຊັນສັນຍາຮ່ວມທຸລະກິດການຊໍາລະຄ່ານໍ້າປະປາຜ່ານທະນາຄານລະ ຫວ່າງທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ ແລະທ່ານ ສີໜຸກ ບຸດສິງທອງ ຫົວໜ້າທະນາຄານສົ່ງເສີມກະສິກໍາ (ທສກ) ສາຂາ ແຂວງເຊກອງໄດ້ມີຂຶ້ນໃນວັນທີ 22 ພຶດສະພາ 2019 

ສະຫຼົດ!! ເຫດລົດຈັກຕຳທ້າຍລົດໃຫ່ຍ ເສຍຊີວິດຄາທີ່1 ຄົນ

ໃນວັນທີ 23.5.2019 ເວລາ ປະມານ 21:15 ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເຂົ້າເບີ 023 1625 ວ່າມີອຸບັດຕິເຫດຂັບຂີ່ລົດຈັກຕຳທ້າຍລົດໃຫຍ່ຢູ່ບ້ານນາຊ່າງເຫຼັກ ເມືອງທຸລະຄົມ ແຂວງວຽງຈັນ.