ວຽງຈັນຟິດເນັດ ສູນລວມເຄື່ອງອອກກຳລັງກາຍ

   ວັນທີ 2 ມີນາຜ່ານມາທີ່ບ້ານນາ ຄຳເມືອງສີໂຄດຕະບອງ ໄດ້ມີພິທີເປີດບໍລິສັດໃໝ່ບໍລິສັດວຽງຈັນຟິດເນັດ (ວີ-ຟິດເນັດ) ຂາອອກ-ຂາເຂົ້າຈຳກັດ ຈຳໜ່າຍເຄື່ອງອອກກຳລັງກາຍຄົບວົງຈອນທີ່ໃຫຍ່ທີ່ສຸດໃນລາວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສະຖາພອນ ພິຈິດ ປະທານບໍລິສັດວຽງຈັນຟິດເນັດ (ວີ-ຟິດເນັດ) ຂາອອກ-ຂາເຂົ້າຈຳກັດ,  ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ດາຣາພົງ ກັບແນວຄວາມຄິດໃໝ່ໃນການດຳເນີນທຸລະກິດຍຸກປະຈຸບັນ

  ແນ່ນອນແມ່ຍິງຫຼາຍໆຄົນອາດເຄີຍຄິດວ່າການເຮັດທຸລະກິດ ແລະການເບິ່ງແຍງຄອບຄົວໄປນຳເປັນສິ່ງທີ່ຫຍຸ້ງຍາກ ແລະທ້າທາຍສົມຄວນຊຶ່ງໃນຄວາມເປັນຈິງກໍນັບວ່າຫຍຸ້ງຍາກ ແລະຈະເຮັດແນວໃດໃຫ້ວຽກທີ່ຫຍຸ້ງຍາກນັ້ນກາຍເປັນເລື່ອງງ່າຍ, ໂດຍວິທີຮັບມືຄືການປັບທັດສະນະຄະຕິໃຫ້ເຂົ້າກັບວຽກ, ພ້ອມທັງເບິ່ງວ່າເປັນຄວາມທ້າທາຍເພື່ອທົດສອບຄວາມເຂັ້ມແຂງ ແລະຄວາມສາມາດຂອງເຮົາ, ນີ້ແມ່ນທັດສະນະຂອງທ່ານ ນາງ ດາຣາພົງ ຍຸຕິທຳ ນັກທຸລະກິດຍິງຜູ້ຫຼາກຫຼາຍຄວາມສາມາດເບິ່ງເຫັນໄດ້ໃນການເຮັດທຸລະກິດໃນປະຈຸບັນ.

ວິທະຍາໄລ ແສງສະຫວັນ ເປີດສອນຫຼັກສູດປະລິຍາຕີ

ພິທີຖະແຫຼງຂ່າວຍົກຖານະວິທະຍາໄລບໍລິຫານທຸລະກິດແສງສະຫວັນຂຶ້ນເປັນສະຖາບັນທຸລະກິດແສງສະຫວັນ ແລະຮັບຮອງອະນຸມັດນໍາໃຊ້ຫຼັກສູດປະລິນຍາຕີໄດ້ຈັດຂຶ້ນໃນວັນທີ 1 ມີນາ 2019 ທີ່ສະຖາບັນທຸລະກິດແສງສະຫວັນ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສະຖາບັນສິນຊັບເມືອງເໜືອຕັ້ງເປົ້າ 2019 ປ່ອຍກູ້ 91 ຕື້ກີບ

      ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດ ເປັນທີ່ໜຶ່ງໃນການສ້າງໂອກາດໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນທີ່ໃຫ້ບໍລິການດ້ວຍຄວາມວ່ອງໄວ, ຍືນຍົງ ແລະ ຈິງໃຈໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ພະຈິກ 2018 ດ້ວຍທຶນຈົດທະບຽນ 9 ຕື້ກີບ, ເປີດພຽງປີກວ່າມີລູກຄ້າເພີ່ມຂຶ້ນຮອດ 3 ພັນກວ່າຄົນ, ປ່ອຍສິນເຊື່ອໃນປີ 2018 ລື່ນແຜນ 4% ຂະນະທີ່ຕັ້ງເປົ້າຈະປ່ອຍກູ້ປີ 2019 ນີ້ໃຫ້ໄດ້ 91 ຕື້ກີບ.

ຫົວພັນເສຍຫາຍຈາກໄພທໍາມະຊາດ 288 ຕີ້ກວ່າກີບ

  ໃນກອງປະຊຸມສະຫລຸບຕີລາຄາວຽກງານໄພພິບັດປະ ຈຳປີ 2018ຊຶ່ງຈັດຂຶ້ນໃນວັນທີ 27 ກຸມພາຜ່ານມາ ທີ່ພະ ແນກແຮງງານ ແລະສະຫວັດດິການສັງຄົມແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ຈູເຮີ ຫົວຫນ້າພະແນກ ຮສສ, ມີບັນດາທ່ານຮອງເຈົ້າເມືອງຈາກ 10 ເມືອງທົ່ວແຂວງ, ຮອງ ພະແນກການກ່ຽວຂ້ອງ, ຄະນະກຳມາທິການຄວບຄຸມໄພພິບັດ ຂັ້ນແຂວງ ແລະເມືອງເຂົ້າຮ່ວມ.

ສານຕັດສິນປະຫານຊີວິດຄະດີຢາເສດຕິດ

  ສານປະຊາຊົນແຂວງສະຫວັນນະເຂດ ໄດ້ນັດພິຈາລະ ນາໂທດຕາມເລກ ທີ 012/ຂຕ.ອ ລົງວັນທີ 17 ມັງກອນ 2019 ຫຼັງອົງການໄອຍະການປະຊາຊົນແຂວງສະຫວັນນະເຂດຊີ້ວ່າ: ທ້າວ ຕູ່ລີ່ ຫຼືຕູ່ ມີຄວາມຜິດໃນຂໍ້ຫາຄ້າ-ຂາຍຢາເສບຕິດປະ ເພດຢາບ້າທີ່ອົງການໄອຍະການປະຊາຊົນແຂວງເປັນໂຈດ

ຜູ້ປະສົບໄພແຂວງອັດຕະປື ສືບຕໍ່ຮັບເຄື່ອງຊ່ວຍເຫຼືອ

 ເພື່ອເປັນການສືບຕໍ່ຊ່ວຍເຫຼືອອຸທົບກະໄພ ແລະຫຼັງຟື້ນຟູໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປືຍ້ອນສັນເຂື່ອນໄຟຟ້າເຊປຽນ-ເຊ ນ້ຳນ້ອຍແຕກ, ເພື່ອປະຕິ ບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບ 276 ຫສນຍ, ລົງວັນທີ 18.2.2019 ແລະອີງຕາມການຊີ້ນຳຂອງກະຊວງແຮ ງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນການມອບ-ຮັບພາຫະນະ ແລະ ອຸປະກອນໃຫ້ເມືອງສະໜາມໄຊ, ແຂວງອັດຕະປື.

ສ້າງຄວາມເຂັ້ມແຂງວຽກຊັບສິນທາງປັນຍາຢູ່ແຂວງໄຊຍະບູລີ

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຮ່ວມກັບພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງໄຊ ຍະບູລີ ຈັດກອງປະຊຸມເຜີຍແຜ່ວຽກ ງານຊັບສິນທາງປັນຍາ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ ການທ້ອງຖິ່ນ ແລະຜູ້ປະກອບການ ໃນວັນທີ 25 ກຸມພາ 2019, ທີ່ ແຂວງໄຊຍະບູລີ

ຫ້າມ 5 ປະເພດສະຖາບັນການເງິນດຳເນີນທຸລະກຳເປັນເງິນຕາຕ່າງປະເທດ

 ວັນທີ 25-02-2019 ຢູ່ຫ້ອງການກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ (ອາຄານຕະຫຼາດຫຼັກຊັບລາວ) ນະຄອນຫຼວງວຽງຈັນ; ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນໄດ້ຕອບຂໍ້ຊັກຖາມຂອງຜູ້ສື່ຂ່າວທະນາຄານແຫ່ງ ສປປ ລາວ ກ່ຽວກັບສະຖາບັນການເງິນທີ່ບໍ່ແມ່ນທະນາຄານແມ່ນຫ້າມບໍ່ໃຫ້ດຳເນີນທຸລະກຳເປັນເງິນຕາຕ່າງປະເທດເປັນອັນຂາດດ້ວຍເຫດ ແລະຜົນອັນໃດກໍຕາມ.

ຫາລືສົ່ງເສີມລົງທຶນໃນລາວ

ກອງປະຊຸມກ່ຽວກັບການລົງທຶນຮ່ວມລະຫວ່າງພາກລັດ ແລະພາກເອກະຊົນ ເພື່ອປຶກສາຫາລືໃນການສົ່ງເສີມການລົງທຶນໃນຂະແໜງການທີ່ສຳຄັນໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍກະຊວງແຜນການ  ແລະ ການລົງທຶນຮ່ວມກັບອົງການເງິນສາ ກົນ IFC.