ເພື່ອເປັນການກະກຽມຕອບໂຕ້ການເກີດພະຍາດໄຂ້ຍຸງແຕ່ຫົວທີໂດຍສະເພາະແມ່ນຖືເອົາການປ້ອງກັນເປັນບັນຫາຕົ້ນຕໍ ແລະ ໃຫ້ອົງການຈັດຕັ້ງທຸກພາກ ສ່ວນເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາ, ເຜີຍແຜ່ຍຸດທະສາດ 5 ປ ແລະຫຼັກການປິ່ນປົວເບື້ອງຕົ້ນໃຫ້ປະຊາຊົນຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງ.
ໃນວັນທີ 3 ມິຖຸນາ 2019 ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີເປີດຊຸດ ອົບຮົມວິຊາຊີບຕັດຫຍິບ ແລະເສີມສວຍຂັ້ນພື້ນຖານສໍາລັບແມ່ຍິງທີ່ດ້ອຍໂອກາດງວດທີ 1 ປະຈໍາປີ 2019 ຂຶ້ນຢ່າງເປັນທາງການໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ມະນີວອນ ສາຍນໍ້າລິນ ຮອງປະທານສະຫາພັນແມ່ຍິງແຂວງເຊກອງ, ມີຫົວໜ້າຂະແໜງ, ຄະນະຮັບຜິດຊອບຊຸດອົບຮົມ, ຄູຝຶກ, ນັກຮຽນ ແລະແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນລະຫວ່າງທ້າຍເດືອນພຶດສະພາ 2019 ນີ້ ການນຳຂັ້ນສູງ ແຂວງອຸດົມໄຊ ຊຶ່ງນຳໂດຍທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ໄດ້ເດີນທາງພົບປະຢ້ຽມຢາມສັນທະວະໄມຕີກັບແຂວງດຽນບຽນໂດຍການຕ້ອນຮັບຂອງທ່ານ ລໍວັນມ່ວນ ຜູ້ປະຈໍາການປະທານສະພາປະຊາຊົນແຂວງດຽນບຽນ.
ທ້າຍອາທິດຜ່ານມານີ້, ເມືອງຕະໂອ້ຍ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາພັກ-ເຈົ້າເມືອງຕະໂອ້ຍລະຫວ່າງທ່ານ ບຸນໂຮມ ໂກມສຸນີ ອາດີດກຳມະການພັກແຂວງເລຂາພັກເຈົ້າເມືອງຕະໂອ້ຍ ກັບທ່ານ ບຸນເນື້ອ ຫຼອງຄຳໄຕ ຮອງເລຂາພັກເມືອງ
ວັນທີ 27-28 ພຶດສະພາ ຜ່ານມາ, ກົມພັດທະນາສີມືແຮງງານ ແລະຈັດຫາງານ ໃນນາມຫົວໜ້າຈຸດປະສານງານແຮງງານເຄື່ອນຍ້າຍອາຊຽນ,ໄດ້ຈັດກອງ ປະຊຸມສ້າງຄວາມເຂັ້ມແຂງໃຫ້ ແກ່ພະນັກງານແຮງງານໃນການ ປົກປ້ອງ ແລະການສຶບສວນການ ຄ້າມະນຸດ ແລະການປັບປຸງການ
ພິທີເປີດນຳໃຊ້ເສັ້ນທາງເບ ຕົງ B3 ບ້ານບຸ່ງຄຳ, ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນວັນທີ 29 ພຶດສະພາ 2019 ໂດຍການເຂົ້າຮ່ວມຂອງທ່ານ ມຸນທາ ໄຊຍະສິດ ຮອງເຈົ້າເມືອງວິລະບູລີ, ທ່ານ ວັນນິວົງ ຈັນທະລັງສີ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ,
ອີງຕາມຂໍ້ມູນຈາກໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ (ເຂດດົງໂດກ) ໃຫ້ຮູ້ວ່າມື້ເຊົ້ານີ້ ວັນທີ06/06/2019 ເວລາປະມານ 01:40 ໂມງ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດໄຟຟ້າຊ໋ອດຄົນເສຍຊີວີດຢູ່ເຂດບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫລວງວຽງຈັນ,
ໃນວັນທີ 31 ພຶດສະພາ 2019 ສະຫາຍ ນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບ ຊຶ່ງເປັນຫຼຽນສູງສົ່ງຂອງລັດ ຖະບານແຫ່ງ ສປປ ລາວ
ພິທີມອບ-ຮັບ ເຄື່ອງລັງສີ ລະຫວ່າງໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງໄຊສົມບູນໄດ້ຈັດ ຂຶ້ນໃນວັນທີ 3 ມີຖຸນາ 2019 ທີ່ ຫ້ອງປະຊຸມໂຮງໝໍແຂວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ຫົວໜ້າຫ້ອງ ວ່າການແຂວງ, ໄຊສົມບູນມີທ່ານ ດຣ ສອນໄຊ ລາດສະວົງ ຮອງຜູ້ ອໍານວຍການໂຮງໝໍມິດຕະພາບ
ວັນທີ 31 ພຶດສະພາ 2019 ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ), ວັນປູກຕົ້ນໄມ້ແຫ່ງຊາດ ແລະວັນສົນທິສັນຍາສິດທິເດັກຄົບຮອບ 30 ປີ ຂຶ້ນທີ່ເດີ່ນກີລາຮົ່ມຂອງແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ,