ເມົາແລ້ວຂັບປັບໃໝ 20 ເທົ່າ, ຢຶດໃບຂັບຂີ່ເລີຍ 1 ປີ ແລ້ວຈຶ່ງໄປເສັງເອົາໃໝ່ ທົ່ວນະຄອນຫຼວງວຽງຈັນ

   ເລີ່ມໃຊ້ເປັນທາງການແລ້ວສຳລັບມາດຕາການຫຼຸດຜ່ອນອຸບັດຕິເຫດ ແລະການຮັກສາ

ຄວາມປອດໄພຕາມະຖະໜົນທົ່ວນະຄອນຫລວງວຽງຈັນຢ່າງເປັນທາງການ.

ເມືອງຫົງສາ ມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າຫ້ອງການ ຖວທ ຜູ້ເກົ່າ ແລະໃໝ່

  ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າ ແລະຜູ້ໃໝ່, ຂຶ້ນໃນວັນທີ 8 ກຸມພາ 2019 ທີ່ຫ້ອງການດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມເມືອງ, ມີແຂກຖືກເຊີນ ແລະພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມ.

ເດັກຂາດສານອາຫານຢູ່ແຂວງເຊກອງມີອັດຕາຫຼຸດລົງ

  ກອງປະຊຸມຄະນະກຳມະການໂພຊະນາການຂັ້ນແຂວງໄດ້ໄຂຂຶ້ນໃນວັນທີ 12 ກຸມພາ 2019 ທີ່ຫ້ອງວ່າການແຂວງເຊກອງໂດຍການເປັນປະທານຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ, ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ, ມີທ່ານ ວິສັນ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງປະທານຄະນະກຳມະການຂັ້ນແຂວງ, ມີບັນດາຄະນະກຳມະການດ້ານໂພຊະນາການຂັ້ນແຂວງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຊຽງຂວາງສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານປະຈຳປີ

  ໃນວັນທີ 12 ກຸມພາ 2019 ອົງຄະນະພັກແຂວງຊຽງຂວາງ ຈັດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານປະຈຳປີ 2018 ທົ່ວແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງ ຂວາງ, ສະຫາຍວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ

ຈັບຜູ້ຄ້າຢາເສບຕິດ ພົບຢາບ້າ 2,07 ແສນເມັດ

     ເຈົ້າໜ້າທີ່ ປກສ ເມືອງໄຊພູ ທອງ ແຂວງສະຫວັນນະເຂດ ໄດ້ກັກຕົວຜູ້ຖືກຫາຄ້າຢາເສບຕິດ (ຢາບ້າ) ໄດ້ 2 ຄົນ, ຊື່ທ້າວ ກິ ອາຍຸ 43 ປີ ອາຊີບເຮັດນາ ແລະ ທ້າວ ບົວວອນ ອາຍຸ 37 ປີ ອາຊີບເຮັດນາຢູ່ບ້ານນາຄໍາ ເມືອງໄຊ ພູທອງ ພ້ອມຂອງກາງປະເພດຢາບ້າ 103 ມັດ ກັບ 8 ຖົງ ເທົ່າກັບ 207.600 ເມັດ, ລົດຈັກ 1 ຄັນ,ໂທລະສັບ 2 ເຄື່ອງ.

ຊາວໜຸ່ມແຂວງສາລະວັນ ສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ VI

  ກອງປະຊຸມຄົບຄະນບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງສາລະວັນ ຄັ້ງທີ 4 ສະໄໝທີ Vl ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນທ້ານອາທິດທີ່ຜ່ານມາທີ່ຫ້ອງປະຊຸມສະໂມສອນແຂວງໂດຍການເປັນປະທານຂອງທ່ານ ຈັນສີລອນ ສີລິສົມບູນ ເລຂຂາຄະນະບໍລິຫານງານຊາວໜຸ່ມແຂວງ ສາລະວັນ, ເປັນກຽດເຂົ້າຂອງ ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງ

ນວ ມອບເງິນນະໂຍບາຍ ໃຫ້ຜູ້ມີຜົນງານຕໍ່ປະເທດຊາດ

  ເມື່ອວັນທີ 8 ກຸມພາ 2019 ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບ ເງິນນະໂຍບາຍໃຫ້ແກ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີຕໍ່ປະເທດຊາດປະຈໍາປີ 2019 ຂຶ້ນໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ເມືອງວຽງພູຄາ ມີການພັດທະນາດີຂຶ້ນ

ໂດຍ: ກິ່ນນາລົມ

 ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາໃນປີ 2018 ມີການພັດທະນາດີຂຶ້ນ, ໂດຍສະເພາະພື້ນຖານໂຄງລ່າງ, ໄຟຟ້າອື່ນໆຊຶ່ງສະເລ່ຍລາຍຮັບໃສ່ຫົວຄົນ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ໂຮງໝໍແຂວງຫຼວງພະບາງປາຖະກະຖາ ວັນສ້າງຕັ້ງກຳມະບານ

ໂດຍ: ກອງແກ້ວ ຢຸດດາລາ

  ພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 63 ປີ ຂອງສະຫະພັນ ກຳມະບານໂຮງໝໍແຂວງຫຼວງພະບາງໄດ້ຈັດຂຶ້ນໃນທ້າຍເດືີອນມັງກອນ ທີ່ຜ່ານມາຢູ່ຫ້ອງປະຊຸມໂຮງໝໍແຂວງດັ່ງກ່າວເປັນກຽດປະຖະກະຖາຂອງ ທ່ານ ສຸລິສານ ທໍລະວົງ ຮອງປະທານສະຫະພັນກຳມະບານແຂວງ

ຫ້ອງເຕັກນິກທະຫານແຂວງສາລະວັນ ສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ

ໂດຍ: ຂາວທອງ

    ໃນວັນທີ 7 ກຸມພາ 2019 ຫ້ອງເຕັກນິກກອງບັນຊາການທະຫານແຂວງສາລະວັນໄດ້ຈັດຕັ້ງພິທີສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ ປະຈຳປີ 2018 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳພະໄມ ໄຊພູບານ ຄະນະພັກກອງບັນຊາການທະຫານແຂວງຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງ, ມີຄະນະພັກ 5 ຫ້ອງອ້ອມຂ້າງ, ມີຫົວໜ້າພະແນກ-ຮອງພະແນກ, ພະນັກງານ-ນັກ ຮົບທົ່ວຫ້ອງເຕັກນິກເຂົ້າຮ່ວມ.