ເຊກອງ ກວດພົບ 25 ຫົວຈ່າຍນ້ຳມັນບໍ່ໄດ້ມາດຖານ

    ລະຫວ່າງວັນທີ 4-5 ແລະວັນທີ 11-12 ມີນາ 2019 ນີ້ ທ່ານ ບຸນປະຄອງ ສິມມາວັດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດ ແທກພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງພ້ອມດ້ວຍວິຊາການ ແລະພາກສ່ວນກ່ຽວຂ້ອງໄດ້ລົງກວດສອບຫົວຈ່າຍນໍ້າມັນເຊື້ອໄຟ ແລະອອກໃບອະນຸຍາດປະຈໍາປີ 2019 ໃຫ້ຜູ້ປະກອບການປໍ້ານໍ້າມັນເຊື້ອໄຟພາຍໃນເມືອງລະມາມ ແລະເມືອງທ່າແຕງ, ທັງນີ້ເພື່ອຄວາມຖືກຕ້ອງ, ຊັດເຈນ ແລະການບໍ່ເອົາປຽບກັນລະຫວ່າງຜູ້ດໍາເນີນທຸລະກິດກັບຜູ້ຊົມໃຊ້.

ສະຫຼອງການຮ່ວມມືວຽກງານກະສິກຳ

ສູນຄົ້ນຄວ້າກະສິກຳປ່າໄມ້ ແລະອົດສະຕຣາລີໄດ້ສະເຫຼີມສະຫຼອງການຮ່ວມມືອັນດີເປັນເວລາຫຼາຍກວ່າ 25 ປີກ່ຽວກັບດ້ານກະສິກໍາຊີວິດການເປັນຢູ່ຂອງຊາວກະສິກອນລາວເພື່ອພັດທະນາປະສິດທິພາບ ແລະມີຄວາມຍືນຍົງໃນຫຼາຍກວ່າ 100 ໂຄງການງານດັ່ງກ່າວໄດ້ຈັດຂຶ້ນວັນທີ 11 ມີນາ ທີ່ນະຄອນຫຼວງວຽງຈັນ

ກາານໃຊ້ນ້ຳປະປາຢູ່ປາກເຊເພີ່ມຂື້ນແຕ່ການສະໜອງບໍ່ພຽງພໍ

 ລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ຍອມຮັບວ່າການສະໜອງນໍ້າປະປາໃນນະຄອນປາກເຊຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ເນື່ອງຈາກວ່າກໍາລັງການຜະລິດຍັງບໍ່ສູງເທົ່າກັບຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ.

ຜົນສຳເລັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ

ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູ ເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດ ທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ແຂວງກະແຈະ,

4 ພັນຄົວເຮືອນ ໃນສອງແຂວງຖືກນ້ຳຖ້ວມຈະໄດ້ຮັບການຊຸກຍູ້ດ້ານກະສິກຳ

 ໂຄງການຟື້ນຟູ ແລະກໍ່ສ້າງຂະແໜງກະສິກຳຄືນໃໝ່, ພາຍຫຼັງຈັດຕັ້ງປະຕິບັດສຳເລັດຈະຊ່ວຍໃຫ້ປະຊາຊົນ 4 ພັນຄົວເຮືອນທີ່ຖືກກະທົບຈາກໄພນ້ຳຖ້ວມໃນປີຜ່ານມາຈະໄດ້ຮັບການຊຸກຍູ້ດ້ານກະສິກຳທີ່ລວມມີພືດພັນ ແລະການລ້ຽງສັດນ້ຳຕ່າງໆເພື່ອການຟື້ນຟູທີ່ຍືນຍົງ ແລະການສ້າງຄືນໃໝ່ທີ່ດີກວ່າເກົ່າ ແລະປອດໄພກວ່າເກົ່າ

ທຄຕລ ແຂວງສາລະວັນຮັບມະຫາຊົນກ້າວໝ້າເຂົ້າເປັນສະມາຊິກພັກສຳຮອງ

    ວັນທີ 6 ມີນາ 2019 ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາສາລະວັນໄດ້ຈັດພິທີຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ໃຫ້ກຽດເປັນປະທານໂດຍ ສະຫາຍ ສຸກສະຫວັນ ໄຊຍະແສງ ເລຂາໜ່ວຍພັກຮາກຖານ ທຄຕລ, ຮັກສາການທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສາລະວັນ,ມີແຂກຖືກເຊີນຈາກຄະນະກວດກາແຂວງ,ຈັດຕັ້ງແຂວງ,ໂຄສະນາແຂວງ ແລະພະນັກງານງານພາຍໃນ ທຄຕລ ເຂົ້າຮ່ວມ.

ເທສະການອາຫານຝຣັ່ງ ຈະຈັດຂື້ນໄວໆນີ້

ເທສະການອາຫານຝຣັ່ງຢູ່ ສປປ ລາວ ຄັ້ງທີ 5 ຈະຈັດຂຶ້ນ ວັນທີ 15 ມີນາ 2019 ຢູ່ເຮືອນພັກທ່ານເອກອັກຄະລັດຊະທູດຝຣັ່ງ ນະຄອນຫຼວງວຽງຈັນ ໂດຍໄດ້ເຕົ້າໂຮມເອົາຮ້ານອາຫານຕ່າງໆ ແລະ ຜູ້ມັກປຸງແຕ່ງອາຫານເຂົ້າຮ່ວມເພື່ອສະເຫຼີມສະຫຼອງວັດທະນະ ທຳການປຸງແຕ່ງອາຫານແບບຝຣັ່ງທີ່ຖືກຮັບຮອງຈາກອົງການອຸຍແນັດໂກວ່າເປັນມໍລະດົກດ້ານວັດທະນະທຳ.

ສູນກາງສະຫະພັນແມ່ຍິງລາວ ຫວນຄືນມູນເຊື້ອ 8 ມີນາ

    ວັນແມ່ຍິງສາກົນ (8 ມີນາ 1910-8 ມີນາ 2019) ຄົບຮອບ 109 ປີ ເປັນເຫດການປະຫວັດສາດກ່ຽວກັບແມ່ຍິງທີ່ເກັ່ງກ້າຍອມເສຍສະຫຼະຊີວິດເລືອດ ເນື້ອຂອງຕົນເອງ,ເພື່ອທວງເອົາສິດທິຜົນປະໂຫຍດອັບຊອບທຳຂອງຊົນຊັ້ນກຳມະກອນ,ໂດຍໃນວັນທີ 7 ມີນາ ທີ່ສູນອົບຮົມແມ່ຍິງລາວ,ຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນເພື່ອລະນຶກເຖິງປະຫວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ.

ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງລາວ

   ວັນທີ 5 ມີນາ 2019 ນະຄອນຫຼວງວຽງຈັນ ທີ່ອົງການກາແດງລາວໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກສະພາກາຊາດໄທ ຊຶ່ງໃຫ້ກຽດມອບໂດຍ ທ່ານ ພົນໂທ ດຣ ອຳນາດ ບາຫຼີ ຜູ້ອຳນວຍການສຳນັກງານບັນເທົາທຸກ, ສະພາກາຊາດໄທ ແລະ ກ່າວຮັບຂອງ ທ່ານ ດຣ ກາວີພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກອົງການກາແດງລາວ, ມີບັນດາອາສາສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສ.ເກົາຫຼີ ສືບຕໍ່ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ

  ວັນທີ 5 ມີນາຜ່ານມາທີ່ນະຄອນຫຼວງວຽງຈັນ ທ່ານ ຊິນ ຊອງຊຸນ ເອກອັກຄະລາຊະທູດ ສ.ເກົາຫຼີ ປະຈຳລາວໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ຕໍ່ເຫດການສັນເຂື່ອນກັ້ນນ້ຳແຕກເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍມີທ່ານ ແບັກຈູວອນ ຫົວ ໜ້າມູນນິທິສາທາລະນະສຸກ ສ.ເກົາຫຼີ (KOFIH), ທ່ານ ໂອຊອງຊູ ຫົວໜ້າອົງການ KOICA ປະຈໍາລາວ, ທ່ານ ນາງ ປັກມີໂຈ ອຸປະທູດ ທີ່ປຶກສາປະຈໍາສະຖານທູດ ສ.ເກົາຫຼີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.