ໃນວັນທີ 22 ກໍລະກົດ ທີ່ແຂວງສະຫວັນນະເຂດ ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງໄດ້ລາຍງານກ່ຽວກັບການອະນຸຍາດ ແລະການຄຸ້ມຄອງໂຮງງານຜະລິດຖ່ານຂາວ-ຖ່ານດຳຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຊຸດທີ 1
ໃນ 6 ເດືອນທ້າຍປີນີ້ສະພາການຄ້າ ແລະອຸດສາຫະກໍາແຂວງຈໍາປາສັກ ຈະໄດ້ສຸມໃສ່ຫຼາຍໜ້າວຽກເພື່ອສົ່ງເສີມພາກທຸລະກິດພາຍໃນແຂວງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວພ້ອມເລັ່ງການຮ່ວມມືກັບຕ່າງປະເທດໃຫ້ຫຼາຍຂຶ້ນເພື່ອຂັບເຄື່ອນທຸລະກິດຂະໜາດນ້ອຍ-ກາງໃຫ້ມີບົດບາດຍີ່ງຂຶ້ນ.
ໃນວັນທີ 18 ກໍລະກົດຜ່ານມາ, ທີ່ຫ້ອງການແນວລາວສ້າງຊາດແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງປະທານແນວລາວສ້າງຊາດ ແຂວງໄຊຍະບູລີຜູ້ເກົ່າ ແລະຜູ້ໃໝ່ຂຶ້ນ.
ເພື່ອປະຕິບັດຕາມການຊີ້ນຳຂອງພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູທີ່ບໍ່ຖືກຕ້ອງ ແລະ ສະກັດກັ້ນຄວບຄຸມການແຜ່ລະບາດເຊື້ອພະຍາດອະຫິວາໝູອາຟຣິກກາບໍ່ໃຫ້ຂະຫຍາຍໄປໄກຫ້ອງການກະສິກຳ
ຜ່ານມາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄດ້ມີຄວາມພະຍາຍາມປະຕິບັດວຽກຄຸ້ມຄອງທີ່ດິນໃຫ້ເຂົ້າສູ່ລະບົບ, ສອດຄ່ອງກັບກົດ ໝາຍຊຶ່ງໄດ້ກໍານົດເຂດ, ກຳນົດປະເພດທີ່ດິນ ແລະ ເປົ້າໝາຍການນຳໃຊ້ທີ່ດິນໃຫ້ເໝາະສົມກັບເງື່ອນໄຂທ່າແຮງຂອງທ້ອງຖິ່ນ,
ໃນໂອກາດທີ່ ທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກລົງເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊທ່ານໄດ້ຖືໂອກາດດັ່ງກ່າວພົບປະໂອ້ລົມພະນັກ ງານຫຼັກແຫຼ່ງໃນຂະແໜງສາທາລະນະສຸກແຂວງອຸດົມໄຊຊຶ່ງພິທີໂອ້ລົມໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ
ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍຕໍ່ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດຮ່ວມກັບສະມາຄົມການສຶກສາເອກະຊົນ ແລະບໍລິສັດອີງໂວລູເຊັນ ຈໍາກັດ ແຫ່ງປະເທດໄທໄດ້ຈັດຝຶກອົບຮົມຫຼັກສູດການພັດທະນາຜູ້ນໍາຂຶ້ນໃນວັນທີ 17 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ.
ອົງການປົກຄອງແຂວງຜົ້ງສາລີ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ ແລະເມືອງຜົ້ງສາລີ ໄດ້ຈັດພິທີປ່ອຍປາຈໍານວນ 1,24 ແສນໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ແຄມແມ່ນໍ້າອູເຂດບ້ານຫາດສາ ແລະ ໜ້າສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີທ່ານຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງພ້ອມດ້ວຍອົງການປົກຄອງເມືອງແລະພໍ່ແມ່ປະຊາຊົນ ເມືອງຜົ້ງສາລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນເວລາເຄິ່ງປີມານີ້ສະຫະກອນສິນເຊື່ອ ແລະເງິນຝາກປະຢັດຫົວແຊຈະເລີນ ໄດ້ສະໜອງສິນເຊື່ອໃຫ້ແກ່ສະມາຊິກຈໍານວນ 14 ຕື້ກວ່າກີບ ໂດຍເນັ້ນໜັກໃສ່ຂົງເຂດກະສີກໍາເປັນຫຼັກຂະນະທີ່ປະຈຸບັນສາມາດສ້າງຜົນກໍາໄລແລ້ວ 1 ຕື້ກວ່າກີບ.
ບົ້ງຝູງສາລີລະບາດໜັກໃນລາວ, ໂດຍສະເພາະ 12 ແຂວງ ມີຕົ້ນສາລີຖືກທຳລາຍແລ້ວ 28 ພັນກວ່າເຮັກຕາ ຈາກເນື້ອທີ່ທັງໝົດທົ່ວປະເທດ 2 ແສນກວ່າເຮັກ ຕາ , ຂະນະທີ່ວິທີກຳຈັດ ແລະໄດ້ຜົນໄວແມ່ນການໃຊ້ສານເຄມີຊະນິດອີມາ ເມກຕິນ ເບນໂຊເອທ ແຊນອີມາ 5,