ນັກສືກສາແຂວງອັດຕະປື ທີ່ກັບຈາກ ສສ ຫວຽດນາມ ໄດ້ກັບບ້ານແລ້ວ

  ນັກສຶກສາລາວທີ່ໄປສຶກສາຕໍ່ວິຊາຊີບທີ່ ສສ ຫວຽດນາມ ຊຸດທີ I ແລະ II ຈຳນວນ 80 ຄົນພາຍຫຼັງຄົບກໍານົດໃນການຕິດຕາມສຸຂະພາບ ແລະຈຳກັດບໍລິເວນພາຍ ໃນ 14 ວັນ ມາຮອດປະຈຸບັນກໍໄດ້ຮັບການອະນຸຍາດກັບບ້ານຢູ່ສູນກັກກັນໂຮງຮຽນປະຖົມເຊກອງ,

ຫຼາຍພາກສ່ວນມອບເຄື່ອງເຂົ້າໃນການຕ້ານການລະບາດໂຄວິດ-19

  ເມື່ອບໍ່ດົນມານີ້ທີ່ຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19

ຫຼວງນໍ້າທາ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19

 ເມື່ອບໍ່ດົນມານີ້ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ບໍລິສັດການລົງທຶນຢາງພາລາຢູນນານຈໍາກັດໄດ້ນໍາເອົາເຄື່ອງມາມອບໃຫ້ຫ້ອງວ່າການແຂວງຫຼວງນໍ້າທາເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີຜ້າອັດປາກຈໍານວນ 5.000 ອັນ ແລະນໍ້າຢາຂ້າເຊື້ອ 50 ຕຸກລວມມຸນຄ່າທັງໝົດ 23 ລ້ານກີບ,

ຮ້ານຈໍາໜ່າຍວັດສະດຸກໍ່ສ້າງຢືນຢັນກໍາລັງຊື້ ປີ 2020 ນີ້ຫຼຸດລົງ 60%

ຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍໆປະເທດໃນທົ່ວໂລກໄດ້ຮັບຜົນກະທົບຢ່າງໜັກໜ່ວງ ລວມເຖິງບັນດາຫົວໜ່ວຍເສດຖະກິດຕ່າງໆ ບໍ່ວ່າເສດຖະກິດຂະໜາດນ້ອຍ, ກາງ ແລະ ອຸດສາຫະກໍາຂະໜາດໃຫຍ່ ທີ່ໄດ້ຮັບຜົນກະທົບເປັນວົງກວ້າງ ລວມເຖິງເສດຖະກິດຄອບຄົວນັບມື້ນັບຂາດເຂີຍ.

ຫຼາຍພາກສ່ວນມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແຂວງຫຼວງພະບາງ

ນັບແຕ່ທ້າຍເດືອນມີນາ 2020 ໄດ້ມີບັນດາບໍລິສັດ, ອົງ ການຈັດຕັ້ງສາກົນ, ພະແນກການ, ກົມກອງ, ນັກທຸລະກິດ, ຫ້າງຮ້ານ ແລະນິຕິບຸກຄົນໄດ້ນໍາເອົາວັດຖຸປັດ ໄຈໄປມອບໃຫ້ສູນປະຕິບັດການ ຕ້ານໂຄວິດ-19 ຂັ້ນແຂວງເພື່ອ ເປັນການປະກອບສ່ວນຊ່ວຍເຫຼືອ ດ້ານງົບປະມານຮັບໃຊ້ແກ່ວຽກ ງານ

ຮອງເຈົ້າແຂວງໄຊຍະບູລີ ຕິດຕາມການເຝົ້າລະວັງ ພະຍາດໂຄວິດ 19 ຢູ່ເມືອງຫົງສາ

ເພື່ອເປັນການປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ບໍ່ໃຫ້ມີການແຜ່ລະບາດຢູ່ເມືອງຫົງສາ ທາງຄະນະສະເພາະກິດຂອງເມືອງ ແລະກຳລັງ ປກສ ເມືອງກໍ່ໄດ້ລົງຕິດຕາມກວດກາຄົນເຂົ້າ-ຄົນອອກ, ເພື່ອຮັກສາຄວາມສະຫົງບ ແລະຄວາມປອດໄພ

ແນະນໍາການອະນາໄມ ແລະຂ້າເຊື້ອສະຖານທີ່ມີຄວາມສ່ຽງຈາກໂຄວິດ

ກົມອະນາໄມ ແລະສົ່ງເສີມສຸຂະພາບກະຊວງສາທາລະນະສຸກໄດ້ເປີດກອງປະຊຸມຂຶ້ນໃນວັນທີ 31 ມີນາ 2020 ຢູ່ຫ້ອງປະຊຸມຂະແໜງໄຂ້ຍຸງພະແນກສາທາລະນະສຸກ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ດຣ ອ່ອນຈັນ ແກ້ວສະຫວັນ ຮອງຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ

ຮອງເຈົ້າແຂວງສາລະວັນ ລົງຊີ້ນຳເມືອງເລົ່າງາມເພີ່ມທະວີການຕ້ານພະຍາດໂຄວິດ-19

ເພື່ອເປັນການເພີ່ມທະວີໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີການລະບາດທົ່ວໂລກໃນປະຈຸບັນດັ່ງນັ້ນເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ເຊື້ອມາສູ່ແຂວງສາລະວັນກໍຄືເມືອງເລົ່າງາມ,

ໂຮງງານປຸງແຕ່ງໄມ້ອະນຸໄຊ ມອບເຄື່ອງໄຫ້ເມືອງອາດສະພອນ

ໃນຕອນບ່າຍຂອງວັນທີ 30 ມີນາ 2020 ທ່ານ ສຸລິສັກ ຈັນໂທ ຜູ້ອຳນວຍການໂຮງງານປຸງແຕ່ງໄມ້ອະນຸໄຊພ້ອມຄະນະໄດ້ນຳໜ້າກາກອະນາໄມຈຳນວນ 20 ກ່ອງ ແລະນໍ້າດື່ມຈຳນວນ 128 ແພັກລວມມູນຄ່າທັງໝົດ 5,24 ລ້ານກີບ

ກອງປະຊຸມໃຫຍ່ຄັ້ງທີ V ແນວລາວສ້າງຊາດ ເມືອງນາກາຍ

ເມື່ອອາທິດຜ່ານມາທີ່ສະໂມງສອນຫຼັງໃໝ່ ເມືອງນາກາຍ ແຂວງຄຳມ່ວນ ໂດຍພາຍໃຕ້ການ ເປັນປະທານຮ່ວມຂອງທ່ານ ສົມພົງ ວັນໄຟທອງ ເຈົ້າເມືອງໆນາ ກາຍ, ທ່ານ ຈັນບຸບຜາລິວັນ ປະທານແນວລາວສ້າງຊາດແຂວງ ຄຳມ່ວນ, ເຂົ້າຮ່ວມໂດຍທ່ານ ຄຳດີ ແກ້ວສູນທອນ ປະທານແນວລາວສ້າງ