ສາທາລະນະສຸກ ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສຸຂະພາບ

 ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສຸຂະພາບໃຫ້ແກ່ 6 ແຂວງກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງສາທາລະນະສຸກໃນວັນ ທີ 31 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ

ເມືອງນານ ແຂວງຫຼວງພະບາງ ຖືກນໍ້າປ່າ ໄຫຼເຂົ້າຖ້ວມ ຫຼັງຝົນຕົກຕໍ່ເນື່ອງເມື່ອເຊົ້່ານີ້

ດ່ວນ…!​ ນ້ຳໄຫຼເຂົ້າຖ້ວມເຂດເມືອງນານ, ແຂວງຫຼວງພະບາງ, ຍັງມີປະຊາຊົນຕິດຢູ່ໃນເຮືອນຈຳນວນຫຼາຍ, ຂໍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານໃຫ້ການຊ່ວຍເຫຼືອປະຊາຊົນເປັນການດ່ວນດ້ວຍ. (ເວລາ 10:28 ໂມງ, 30 ກໍລະກົດ 2019)

ວັນທີ 1-4 ສີງຫາ ຝົນກຳລັງຈະຕົກໜັກ

 ແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຖດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ,

ບໍລິສັດ ນິວຈິບເຊັງ ມອບໂຊກໃຫ້ລູກຄ້າ

ບໍລິສັດນິວຈິບເຊັງຈຳກັດ ໄດ້ແຈກໂຊກໃຫ້ກັບລູກຄ້າທີ່ໄດ້ສົ່ງຄຳຕອບແບບສອບຖາມການນຳໃຊ້ລົດຈັກຊຶ່ງຜູ້ໂຊກດີທີ່ໄດ້ຮັບລາງວັນລົດຈັກຮອນດ້າເວບ 100 ຈຳນວນ 1 ຄັນມູນຄ່າ 11,79 ລ້ານກີບ ແມ່ນນາງ ລັດສະໝີ ອຸດົມຈັນ ໃຫ້ກຽດມອບໂດຍ ທ່ານ ສົມສັກ ຈະເລີນ ຜົນຜູ້ອຳນວຍການໃຫຍ່ບໍລິສັດນິວຈິບເຊັງຈຳກັດ.

ເມືອງໄຊທານີ ມີຜູ້ຕິດເຊື້ອໄຂ້ຍຸງ 1,2 ພັນຄົນ

 ເມືອງໄຊທານີ ຖືວ່າເປັນເມືອງທີ່ມີການລະບາດພະຍາດໄຂ້ຍຸງລາຍສູງຖ້າທຽບໃສ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ຊຶ່ງມີອັດຕາສ່ວນກວມ 30 ສ່ວນຮ້ອຍ ຂອງຈໍານວນໂຕເລກທົ່ວນະຄອນຫຼວງວຽງຈັນ ໃນນັ້ນມີຜູ້ຕິດເຊື້ອໄຂ້ຍຸງລາຍ 1,2 ພັນຄົນ ກວມເອົາ 69 ບ້ານ ແລະມີຜູ້ເສຍຊີວິດແລ້ວ 3 ຄົນ.

ເຊກອງມີຜູ້ເສຍຊີວິດຈາກອຸບັດຕິເຫດ 13 ຄົນ

ປະຈຸບັນພັກ-ລັດຖະບານໄດ້ລົງທຶນຢ່າງຫຼວງຫຼາຍເຂົ້າໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເວົ້າສະເພາະຢູ່ແຂວງເຊກອງ ກໍພວມໄດ້ຮັບການພັດທະນາດ້ານພື້ນຖານໂຄງລ່າງໂດຍສະເພາະແມ່ນການກໍ່ສ້າງສໍານັກງານອົງການ,ຫ້ອງການ,

ໄຊພູທອງ ຍົກລະດັບຫຼັກໝັ້ນຄຸນທາດການເມືອງ

  ຫວ່າງບໍ່ດົນຜ່ານມາທີ່ສະ ໂມສອນຂອງຫ້ອງວ່າການປົກ ຄອງເມືອງໄຊພູທອງ ແຂວງສະ ຫວັນນະເຂດ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ IV ໃຫ້ ແກ່ສະມາຊິກພັກ-ພະນັກງານຈາກ

ປິດກອງປະຊຸມສະໄໝສາມັນເທື່ອທີ 7 ສພຂ ເຊກອງ

   ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງເຊກອງຊຸດທີ I ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມພາຍຫຼັງທີ່ດໍາເນີນມາເປັນເວລາ 3 ວັນ ນັບຕັ້ງແຕ່ວັນທີ 23-25 ກໍລະກົດ 2019 ທີ່ສະໂມສອນສະພາປະຊາຊົນແຂວງໂດຍພາຍໃຕ້ການເປັນປະທານຂອງທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ.

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຂ ຄຳມ່ວນ ພິຈາລະນາຫຼາຍບັນຫາ

  ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄຳມ່ວນ ຊຸດທີ I ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-26 ກໍລະກົດ 2019 ທີ່ສະໂມສອນໃຫຍ່ 21 ມີນາ ພາຍໃຕ້ການເປັນປະທານຂອງທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງ,

ອາກອນໄຊຍະ ເກັບລາຍຮັບບໍ່ບັນລຸເປົ້າໝາຍ

 ປະຈຸບັນ, ບັນດາຂະແໜງການໃນຂົງເຂດເສດຖະກິດຂອງແຂວງໄຊຍະບູລີ ແມ່ນຂຸ້ນຂ້ຽວໃນການຈັດເກັບລາຍຮັບເຂົ້າງົບປະມານ, ໜຶ່ງໃນນັ້ນສ່ວຍສາອາ ກອນປະຈໍາແຂວງແມ່ນຂະແໜງການໜຶ່ງທີ່ເຮັດໜ້າທີ່ໃນການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນ,