ເຊກອງ-ກວາງນາມ ເສີມຂະຫຍາຍການຮ່ວມມື

   ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືພິເສດຮອບດ້ານຂອງສອງແຂວງໃຫ້ນັບມື້ແໜ້ນແຟ້ນຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2019 ທີ່ຫ້ອງວ່າການແຂວງທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງໆເຊກອງ ພ້ອມຄະນະໄດ້ເປັນກຽດຕ້ອນຮັບການມາຢ້ຽມຢາມ ແລະເຮັດວຽກຂອງ ທ່ານ ດິງ ວັນ ທູ ປະທານຄະນະກໍາມະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ເຫດລົດສະແຕັກນໍ້າມັນ ປະທະກັບລົດແກ່ເຄື່ອງ ຢູ່ ຂົວນາມອນ ທາງໄປວັງວຽງ

  ແຂວງວຽງຈັນ ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ມື້ນີ້ (26/6/ 2019) ເວລາປະມານ 13:00 ໂມງ ໄດ້ເກີດມີອຸບັດຕິເຫດລົດໃຫ່ຍຕຳກັນເຊິ່ງເປັນລົດຂົນສົ່ງຂອງຫວຽດນາມ ແລະລົດສະແຕັກນໍ້າມັນຈຸດເກີດເຫດຂົວນາມອນ ທາງໄປວັງວຽງ ສະພາບລົດສະແຕັກນໍ້ມັນແມ່ນເສຍຫາຍຫລາຍສົມຄວນສ່ວນຄົນເຈັບແມ່ນໄດ້ຖືກພົນ ລະເມືອງດີນຳສົ່ງໂຮງໝໍແລ້ວ.

ວຽງພູຄາ ທຳລາຍສິ້ນສ່ວນສັດປ່າຫວງຫ້າມ

   ວັນທີ 11 ມິຖຸນາ 2019 ຫ້ອງການກະສິກຳ ແລະປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈູດທຳລາຍສິ້ນສ່ວນສັດປ່າທ່ີຫວງຫ້າມທີ່ຍຶດໄດ້ຈາກຮ້ານອາ ຫານພາຍໃນເມືອງເຂົ້າຮ່ວມມີທ່ານ ພູມອນ ຄູນສີລິເຮືອງ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ, ມີທ່ານ ໂພທິສັກ ຜ່າພົມແພງ ຮອງຫົວໜ້າກອງ ກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາພ້ອມພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ວັນອະນຸລັກສັດນໍ້າປີນີ້ ສາລະວັນຈະປ່ອຍປາ 9 ແສນໂຕ

 ເນື່ອງໃນວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດວັນທີ 13 ກໍລະກົດນີ້ ທົ່ວແຂວງສາລະວັນ ແມ່ນໄດ້ກະກຽມແຜນທີ່ຈະປ່ອຍປາລົງສູ່ແມ່ນໍ້າໃນປີນີ້ໃຫ້ໄດ້ 9 ແສນໂຕ.

ເຈົ້າແຂວງໄຊສົມບູນຊຸກຍູ້ວຽກກໍ່ສ້າງຮາກຖານຢູ່ຈຸດສຸມ

 ທ່ານ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ແຕ່ລະຈຸດສຸມຂອງ ເມືອງອະນຸວົງ ໃນລະຫວ່າງວັນທີ 19 ຫາ 20 ມິຖຸນາ 2019 ນີ້, ເພື່ອພົບປະໂອ້ລົມພະນັກງານຮາກຖານທີ່ປະຈໍາຢູ່ແຕ່ລະຈຸດສຸມຂອງເມືອງດັ່ງກ່າວ.

ລົດຈັກຕຳທ້າຍລົດເກັບຂີ້ເຫຍື່ອເສຍຊີວິດຄາທີ

  ວັນທີ 17 ມິຖຸນາ 2019 ເວລາ 22: 40 ໂມງ ໄດ້ເກີດມີອຸບັດເຫດລົດຈັກຕຳທ້າຍລົດບັນທຸກຂີ້ເຫຍື້ອຢ່າງຮຸນແຮງຈົນເຮັດໃຫ້ຜູ້ຂັບຂີລົດຈັກເສຍຊີວິດຄາທີ່. ຊຶ່ງເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ບໍລິເວນເສັ້ນທາງວິໄລບ້ານໂພນສະຫວ່າງໃຕ້, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ (ເສັ້ນຕັດແຕ່ຖະໜົນໄກສອນພົມວິຫານໄປຫາຖະໜົນສັນຕິພາບດ້ານຫຼັງຂອງບໍລິສັດລາວໂທລະຄົມໃກ້ສີ່ແຍກວັດໂພນສະຫວ່າງໃຕ້ຕໍ່ໜ້າຮ້ານປິ່ນງົວໂຊກໄຊ).

ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກໄວ້ອາໄລ ເຖິງດວງວິນຍານແມ່ເຖົ້າກີ່ມສ່ຽມຫົງ

  ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງຕະກຸນແສງອາລຸນພາຍຫຼັງທີ່ແມ່ເຖົ້າໃຫຍ່ກີ່ມສ່ຽມຫົງ ໄດ້ເສຍຊີວິດໄປໃນວັນທີ 16 ມິຖຸນາ 2019 ໂດຍໂລກສະລາອາຍຸໄດ້ 94 ປີ ຊຶ່ງບັນດາອໍາ ນາດການປົກຄອງແຂວງກໍ່ຄືບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດຕ່າງກໍ່ໄດ້ສະແດງຄວາມເສຍໃຈຕໍ່ການສູນເສຍຄັ້ງນີ້ພ້ອມດ້ວຍການເຂົ້າວາງພວງມະລາເຖິງດວງວິນຍານຂອງແມ່ເຖົ້າກີ່ມສ່ຽມຫົງ.

ທູດອິນເດຍ ຮ່ວມ ສສກ ສະຫຼອງວັນໂຢຄະສາກົນ

  ສະຖານທູດອິນເດຍປະຈຳລາວ ຮ່ວມກັບກະຊວງສຶກສາທິການ ແລະກີລາ (ສສກ) ຈັດງານສະເຫຼີມສະຫຼອງວັນ Yopa ສາກົນ (21 ມິຖຸນາ) ຄັ້ງທີ 5 ຂຶ້ນໃນວັນ ທີ 15 ມິຖຸນາ 2019 ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີການສຶກສາ ແລະກີລາ, ທ່ານ ດິນກາ ອາດສ໌ທະນາ ເອກອັກຄະລັດຖະທູດອິນເດຍປະຈຳລາວພ້ອມດ້ວຍສະມາຊິກຂອງສະມາຄົມມິດຕະພາບລາວ-ອິນເດຍ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

ຫຼວງນ້ຳທາມອບຊັບຄືນເຈົ້າຂອງເດີມ

   ວັນທີ 13 ມິຖຸນາ 2019 ເຈົ້າໜ້າທີພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນໍ້າທາໄດ້ມອບຊັບທີ່ຖືກຄົນຮ້າຍລັກໄປປະເພດລົດຈັກຮອນດ້າເວັບ 100 ສີໝາກຂໍ້ບໍ່ມີປ້າຍທະບຽນໃຫ້ເຈົ້າຂອງເດີມ ໂດຍກ່າວມອບຂອງ ຮອ ຫຼ້າຄຳມີພົນ ຫົວໜ້າໜ່ວຍງານສືບສວນ-ສອບສວນ ປກສ ແຂວງກ່າວຮັບໂດຍ ນາງ ພີມໃຈ ປະຊາຊົນບ້ານຫົວນາເມືອງ ແລະແຂວງຫຼວງນໍ້າທາ.

ຄໍາມ່ວນ ເຜີຍແຜ່ກົດໝາຍກວດກາລັດ ສະບັບປັບປຸງ

   ການເຜີຍແຜ່ກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ຂອງໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2019 ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສຸກຄໍາເພັດ ເຮືອງບຸນສີ ຮອງປະທານກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ທ່ານ ຄໍາຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ,