(ນສພ ເສດຖະກິດ-ສັງຄົມ)
ບໍລິສັດດວງພະສຸກກໍ່ສ້າງສ້ອມແປງຂົວທາງເຄຫາສະຖານ ແລະຊົນລະປະທານຈຳກັດຜູ້ດຽວຊຶ່ງຕະຫຼອດໄລຍະດໍາເນີນທຸລະກິດ 9 ປີຜ່ານມາໄດ້ປະກອບສ່ວນຊ່ວຍກະຊວງປ້ອງກັນປະເທດສ້າງສາພັດທະນາໂຄງການອະນຸສະຖານທີ່ສໍາຄັນທາງປະຫວັດສາດຂອງກອງທັບຫຼາຍໂຄງການທີ່ສໍາຄັນທາງປະຫວັດສາດພ້ອມນັ້ນ ຍັງປະກອບສ່ວນເປັນທຶນໃຫ້ແກ່ກອງທັບ ແລະສັງຄົມເກືອບ 4 ຕື້ກີບ.
ຂ່າວ: ວົງມະນີ
ວັນທີ 11 ມັງກອນ 2019 ອົງການກາແດງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະວາງທິດທາງປີ 2019 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ບຸນເສັງ ປະຖຳມະວົງ ຮອງເຈົ້າແຂວງທັງເປັນປະທານກາແດງແຂວງບໍລິຄຳໄຊ ແລະເຂົ້າຮ່ວມມີ ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວໜ້າອົງການກາແດງແຂວງ, ທ່ານ ນາງ ໂສພາ ຈັນທະວົງ ຫົວໜ້າຫ້ອງການກາແດງແຂວງ ແລະ ພະແນກການຕ່າງໆເຂົ້າຮ່ວມ.
ໂດຍ: ສິດຕາ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໄໝທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານຢ່າງເປັນທາງການໃນວັນທີ 9 ມັງ ກອນ ປີ 2019 ທີ່ສະໂມສອນ ແຂວງໂດຍການເປັນປະທານຂອງທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກເລຂາພັກ ແຂວງເຈົ້າແຂວງໆສາລະວັນ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະ ທານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້າເມືອງໃນ 8 ຕົວເມືອງເຂົ້າຮ່ວມ.
ວັນທີ່ 15 ພະຈິກ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແນະນໍາສິນຄ້າອາຫານສີຂຽວຂອງຢູນນານ ແລະງານວາງສະແດງສີນຄ້າສາກົນໃນງານນະມັດສະການບູນພະທາດຫຼວງວຽງຈັນປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ໂຈ ເສຍເຫວີນ ຮອງຫົວໜ້າພະແນກການຄ້າແຂວງຢູນນານ, ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້ານະຄອນ ຫຼວງວຽງຈັນ, ທ່ານ ວົງໄຊ ພົມມີໄຊ ຮອງຫົວໜ້າພະແນກພົວພັນຕ່າງປະເທດນະຄອນຫຼວງວຽງຈັນ, ມີບັນດາຫົວໜ່ວຍທຸລະກິດ ແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ພິມພອນ
ໃນວັນທີ 7 ມັງກອນ 2019, ທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ທາງສະມາຄົມນັກທຸລະກິດແມ່ຍິງລາວພາຍໃຕ້ການຊີ້ນຳຂອງສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີຖະແຫຼງຂ່າວງານເທສະການອາຫານລາວປະຈຳປີ 2019, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ມັງກອນ, ຢູ່ເດີ່ນສວນເຈົ້າອານຸວົງບໍລິເວນແຄມຂອງເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍ: ວົງມະນີ
ໃນວັນທີ 3 ມັງກອນ 2019 ນະຄອນຫຼວງວຽງຈັນ ຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດງານສະແດງສິລະປະເພື່ອເປັນການຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ທອງ ລອຍ ສິລະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ພັນເອກ ຫງວຽນວັນແທງ ຫົວໜ້າ ການເມືອງກອງສິລະປະກອນທະຫານເຂດ 5 ພ້ອມດ້ວຍນັກສິລະປິນ, ບັນດານາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ ແລະມວນ ຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂດຍ: ສີອາມອນ
ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໄດ້ໄຂຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ ນີ້ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະ ທານອົງການກວດກາລັດຖະບານ
(ໜັງສືພິມເສດຖະກິດ-ສັງຄົມ)
ໃນວັນທີ 31 ທັນວາ 2018 ທີ່ຫ້ອງການບ້ານຫ້ວຍໝື່ນ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຮັບຮອງເອົາບ້ານຫ້ວຍໝື່ນເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດພ້ອມທັງປະກາດບ້ານພັດທະນາແຮງງານ
(ໜັງສືພິມເສດຖະກິດ-ສັງຄົມ)
ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ແລະ ອົງການໄອຍະການປະຊາຊົນແຂວງເຊກອງໄດ້ຈັດຂຶ້ນໃນຄັງວັນທີ 28 ທັນວາ 2018 ທີ່ຫ້ອງປະຊຸມອົງການໄອຍະການ ແຂວງສະຫວັນນະເຂດ, ໂດຍຝ່າຍສະຫວັນນະເຂດນຳໂດຍ ທ່ານ ຄຳແພງ ເພັດທຸມພອນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ພ້ອມຄະນະ, ຝ່າຍແຂວງເຊກອງນຳໂດຍທ່ານ ສົມໜິດ ສິລິບຸນລ້ຽງ ຫົວໜ້າອົງການໄອຍະການແຂວງເຊ ກອງພ້ອມຄະນະ.
ໂດຍ: ນ້ຳເໝີຍ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນ ຄັ້ງວັນທີ 27 ທັນວາ 2018, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ໄດ້ຮັບຟັງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2018 ແລະທິດທາງແຜນ ການປະຈຳປີ 2019 ຂອງໄອຍະການປະຊາຊົນ ນວ, ບົດລາຍງານການເຄື່ອນໄຫວປະຈຳປີ 2018 ແລະ ແຜນການປີ 2019 ຂອງສານປະ ຊາຊົນ ນວ