ມື້ດຽວເລີກຮື້ກຸ່ມແກ້ງ ພ້ອມຢືດຢາບ້າໄດ້ 18 ພັນກວ່າເມັດ

  ວັນທີ 17 ກໍລະກົດ 2020 ມື້ດຽວເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ສາມາດເລີກຮື້ກຸ່ມແກ້ງຄ້າ-ຂາຍຢາເສບຕິດໄດ້ 6 ຄົນ ພ້ອມຢຶດວັດຖຸຂອງກາງຢາບ້າ 18.000 ກວ່າເມັດ ມາດໍາເນີນຄະດີຕາມກົດໝາຍ. 

ຈັບຕົວເປົ້າໝາຍພ້ອມຂອງກາງຢາບ້າ 2 ພັນເມັດ

   ວັນທີ 16 ກໍລະກົດຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີບຸກຄົນບໍ່ດີເຄື່ອນໄຫວ-ຂ້າຂາຍເຄື່ອງທີ່ຜິດກົດໝາຍຢູ່ໃນເທສະບານເມືອງໄຊຍະບູລີນໍາກໍາລັງວິຊາສະເພາະອອກເຄື່ອນໄຫວກວດກາ,

ເມືອງສີງ ເສຍຊີວິດຍ້ອນອຸບັດເຫດ 6 ລາຍ

   ຕາມການໃຫ້ຂໍ້ມູນຂອງ ທ່ານ ພັນຕີ ສີວັນໄຊ ຈັນທະພິໄຊ ຫົວໜ້າກອງຕຳຫຼວດຈະລາຈອນ-ມອດໄຟກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າ ທາໃຫ້ຮູ້ວ່າໃນ 6 ເດືອນຕົ້ນປີ 2020 ທົ່ວເມືອງສິງມີອຸບັດເຫດເກີດຂຶ້ນທັງໝົດ 21 ລາຍໃນນັ້ນລົດໃຫຍ່ຕໍາລົດໃຫຍ່ 2 ລາຍ

ແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟທົ່ວປະເທດ ເລີ່ມປະຕິບັດເຊົ້າວັນທີ 17 ກໍລະກົດນີ້

  ກະຊວງອຸດສາຫະກຳ ແລະການຄ້າອອກແຈ້ງການ ເລກທີ 0677/ອຄ.ກຄພນ ລົງວັນທີ 16 ກໍລະກົດ 2020 ແຈ້ງການປັບຂຶ້ນລາຄານໍ້າມັນເຊື້ອໄຟທົ່ວປະເທດເລີ່ມປະຕິບັດເຊົ້າວັນທີ 17 ກໍລະກົດນີ້ ເວລາ 6:00 ໂມງ ເປັນຕົ້ນໄປ.

ໜ່ວຍພັກຄະນະກວດກາພັກແຂວງໄຊຍະບູລີ ໄຂກອງປະຊຸມໃຫຍ່ ຄັ້ງທີ VIII

   ກອງປະຊຸມໃຫຍ່ໜ່ວຍພັກຄະນະກວດກາພັກແຂວງໄຊຍະບູລີຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2020 ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ,ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ດວງຕາ ໄຊວຸດ ກໍາມະການປະຈໍາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ,

ວຕ ເຜີຍແຜ່ມະຕິ ຂອງຄະນະບໍລິຫານງານສູນກາງພັກ

  ວັນທີ 8 ກໍລະກົດ 2020 ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ວຕເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ກຽດປາຖະກະຖາໂດຍສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ,

ໂຄງການເກັບກູ້ລະເບີດ ຍົກລະດັບພະນັກງານບັນຈຸໃສ່ຕໍາແໜ່ງ 3 ຂັ້ນ

   ໂຄງການເກັບກູ້ລະເບີດແຫ່ງ ສປປ ລາວ ປະຈໍາແຂວງສະຫວັນນະເຂດຈັດຝຶກອົບຮົມ ແລະສອບເສັງຄັດເລືອກຍົກລະດັບເອົາພະນັກງານເກັບກູບັນຈຸໃສ່ຕໍາແໜ່ງງານ 3 ຂັ້ນໃນ 5 ເມືອງມີເມືອງພະລານໄຊເມືອງພີນເມືອງວິລະບູລີເມືອງເຊໂປນ ແລະເມືອງນອງໃຫ້ມີຄວາມກ້າວໜ້າທາງດ້ານເຕັກນິກ.

 

ໄຊຈຳພອນ ສຳເລັດການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ

  ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຈໍາພອນເປີດກວ້າງຄັ້ງທີ 2 ສະໄໝທີ III ໄດ້ໄຂຂຶ້ນໃນລະຫວ່າງວັນທີ 7-8 ກໍລະກົດຜ່ານມາພາຍໃຕ້ເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໄຊຈຳພອນ,

ຫົງສາຈັບກຸ່ມແກ້ງຄ້າຂາຍຢາເສບຕິດ 8 ຄົນ

  ບັນຫາຢາເສບຕິດເປັນໄພຂົ່ມຂູ່ເປັນປາກົດການຫຍໍ້ທໍ້ໃນສັງຄົມໃນປະຈຸບັນເມື່ອບຸກຄົນໃດຫາກມີການກະທຳຜິດເຊັ່ນວ່າຄ້າຂາຍ-ເສບເມື່ອເຈົ້າໜ້າທີ່ຈັບໄດ້ກໍ່ຕ້ອງປະຕິບັດຕາມກົດໝາຍທີ່ວາງໄວ້.

ສພຂ ຈໍາປາສັກມອບເງິນອຸດໜູນເສຍຊີວິດໃຫ້ຄອບຄົວສະມາຊິກ

  ໃນທີ 6 ກໍລະກົດຜ່ານມາຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຈໍາປາສັກ ໄດ້ມີພິທີມອບ-ຮັບເງິນອຸດໜູນເສຍຊີວິດໃຫ້ແກ່ຄອບຄົວທ່ານ ບຸນມາກ ທິບພະສອນ ອາດິດສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກໂດຍການເຂົ້າຮ່ວມຂອງທ່ານ ບົວຮຽງ ວົງພົມ ຮອງເລຂາທິການສະພາປະຊາຊົນແຂວງຈໍາປາສັກ