ຍີ່ປຸ່ນສົ່ງກຸ່ມອາສາສະໝັກມາຊ່ວຍພັດທະນາ ຢູ່ລາວ

  ລັດຖະບານຍີ່ປຸ່ນສົ່ງກຸ່ມອາສາສະໝັກ JICA ຈຳນວນ 8 ຄົນມາເຮັດວຽກເສີມຂະຫຍາຍມິດຕະພາບຮາກຖານຖ່າຍທອດວິຊາຄວາມຮູ້, ທັກສະແລກປ່ຽນປະສົບການ ແລະ ການພັດທະນາທີ່ ສປປ ລາວ, ພິທີຕ້ອນຮັບກຸ່ມອາສາສະໝັກດັ່ງກ່າວໄດ້ຈັດຂຶ້ນວັນທີ 11 ທັນວາ 2019

ໜ່ວຍພັກ ວຕ ຄຳມ່ວນດຳເນີນກອງປະຊຸມໃຫຍ່ຄັ້ງທີ III

 ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກພະແນກວິທະຍາສາດ ແລະເຕັກໂນໂລຊີ ວຕ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 11 ທັນ ວາ 2019 ໂດຍການເປັນປະທານຂອງສະຫາຍ ນາງ ໄພບູນ ໄຊ ຍະກຸມມານ ເລຂາໜ່ວຍພັກ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ,

ສ່ວຍສາອາກອນ 4 ແຂວງພາກເໜືອຮັບຟັງກົດໝາຍ

  ກະຊວງການເງິນຮ່ວມກັບທະນາຄານໂລກໄດ້ຈັດກອງປະຊຸມເຜີຍແຜ່ 4 ກົດໝາຍໃນນັ້ນປະກອບມີກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍາອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2019 

ຂ່າວດີ!!! ແຈ້ງປັບລົງຄານໍ້າມັນ ເລີ່ມ 16 ທັນວາເປັນຕົ້ນໄປ

ກະຊວງອຸດສາຫະກຳ ແລະການຄ້າອອກແຈ້ງການສະບັບເລກທີ 1810/ອຄ. ກຄພນ ລົງວັນທີ 13 ທັນວາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກ໊ສ ແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.

ເປີດໂຄງການສິດສອນເພື່ອແມ່ຍິງລາວ

  ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ແລະສະພາການຄ້າເອີຣົບ ປະຈໍາລາວຈັດພິທີເປີດໂຄງການສິດສອນເພື່ອແມ່ຍິງລາວຂຶ້ນໃນວັນທີ 10 ທັນວາ 2019 ທີ່ນະຄອນຫຼວງວຽງຈັນໂດຍມີທ່ານ Hens Luetkenhern ເອກອັກຄະລັດຖະທູດເຢຍລະມັນປະຈໍາລາວ,

ໜ່ວຍພັກຂົນສົ່ງປະເມີນໜ່ວຍພັກປອດໃສ ເຂັ້ມແຂງ-ໜັກແໜ້ນ

  ໜ່ວຍພັກຂົນສົ່ງທີ່ຂຶ້ນກັບຮາກຖານພັກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂຶ້ນທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງ,

ຜົນການແຂ່ງຂັນໂຄງການປັ້ນເຈົ້າໃຫ້ເປັນດາວ

 ໃນໂອກາດເປີດງານວາງສະແດງສູນຝາກຂາຍໂອດ໋ອບລາວ N&N/12 ແລະ ແປ້ງມິສທິນຈຳ ປາລາວ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ສຳລັບກິດຈະ ກຳການແຂ່ງຂັນຜູ້ມີພອນສະຫວັນຄວາມສາມາດພິເສດພາຍໃຕ້ໂຄງການ “ປັ້ນເຈົ້າໃຫ້ເປັນດາວ” 

ເມືອງບົວລະພາເຜີຍແຜ່ຫຼາຍກົດໝາຍສຳຄັນ

ກອງປະຊຸມໂຄສະນາເຜີຍແຜ່ກົດໝາຍຂອງເມືອງບົວລະພາໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2019 ທີ່ສະໂມສອນຂອງເມືອງພາຍໃຕ້ການເປັນປະ ທານຂອງ ທ່ານ ພັທ ບຸນກວ້າງ ແກ້ວບຸນຍົງ ຄະນະປະຈຳພັກເມືອງ ຫົວໜ້າການທະຫານກອງບັນຊາການທະຫານເມືອງບົວລະພາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳເພົ່າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານນາຍ ແລະ ພົນທະຫານ

ກົມຄຸ້ມຄອງສໍາມະໂນຄົວຊີ້ນໍາ ປກສ ບໍລິຄໍາໄຊ

ເມື່ອວັນທີ 6 ທັນວາ 2019 ທ່ານ ພົນຈັດຕະວາ ຄໍາສາຍ ຈັນ ທະວົງ ຄະນະພັກກະຊວງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານພ້ອມດ້ວຍຄະນະ ທີມງານໄດ້ລົງມາຊີ້ນຳ, ກວດກາ ການເຮັດວຽກວິຊາສະເພາະຢູ່ ປກສ ແຂວງບໍລິຄໍາໄຊ, ມີທ່ານ ພັນໂທ ຄໍາແພງ ນໍາພາວັນ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັນໂທ ໄຊຍະສຸກ ຫຼຽນຕະກຸນ ເລຂາຄະນະພັກຮາກຖານຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງ ຮາກຖານ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ບັນດາພະແນກ, ປກສ ເມືອງ, ຕະຫຼອດພະນັກງານ-ນັກຮົບເຂົ້າຮ່ວມ.

ອົງການຮ່ວມມືສາກົນເກົາຫຼີທົບທວນການຟື້ນຟູໄພພິບັດ ເມືອງສະໜາມໄຊ

 ກອງປະຊຸມທົບທວນວຽກງານຟື້ນຟູໄພພິບັດທີ່ເມືອງສະໜາມໄຊຂອງອົງງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2019 ໂດຍການເປັນປະທານຂອງທ່ານ ນາງ ອຳຄາສີ ຫາລາດ ຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມ ແຂວງອັດຕະປື ມີທ່ານ ວິໄລ ພົງ ສີສົມຫວັງ ຫົວໜ້າກົມສົງເຄາະ ທ່ານ ນາງ ຢໍ ວອນຢອງ ຜູ້ຕາງໜ້າອົງການ KOICA ສ. ເກົາຫຼີ, ມີຄະນະທີມປະສານງານອົງການ KOICA ສ. ເກົາຫຼີ, ຄະນະທີມປະ ສານງານຈາກບັນດາກະຊວງກ່ຽວຂ້ອງ ແລະ ຄະນະປະສານງານໂຄງການຂັ້ນແຂວງເຂົ້າຮ່ວມ.