ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ພ້ອມທີມງານວິຊາການ ໄດ້ເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງຂອງຊາວກະສິກອນເມືອງຊຽງຮ່ອນ, ຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ, ພ້ອມຄະນະນໍາເມືອງ ທັງນີ້, ກໍເພື່ອຕິດຕາມການກະກຽມຜະລິດກະສິກຳຕົວຈິງ ໂດຍຮອງເຈົ້າແຂວງໄດ້ເນັ້ນໜັກໃຫ້ນັກວິຊາການກ່ຽວຂ້ອງ ຕ້ອງເປັນເຈົ້າການຊຸກຍູ້, ຕິດຕາມ, ພ້ອມໃຫ້ຄຳແນະນຳດ້ານເທຄນິຄຕ່າງໆ ເພື່ອຮັບປະກັນຄຸນນະພາບ ແລະ ຕອບສະໜອງຜະລິດຕະພັນທີ່ປອດໄພໃຫ້ແກ່ຜູ້ບໍລິໂພກ.
ວັນທີ 29 ທັນວາ 2021 ຜ່ານມາ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມຄະນະສະມາຄົມນັກປະພັນແຂວງ ໄດ້ລົງເຄື່ອນໄຫວ ຊຸກຍູ້, ແນະນໍາການເກັບກຳຂໍ້ມູນໃນການຂຽນປຶ້ມປະຫວັດສາດຂອງເມືອງນາກາຍ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II ຈະ ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 5-7 ມັງກອນ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນ ແຂວງບໍລິຄຳໄຊ
ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຂອງຈີນໄດ້ໄຂຂຶ້ນ. ກ່ອນກອງປະຊຸມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນເພື່ອຄົ້ນຄວ້າວຽກງານ
ກະຊວງກະສິກຳ ແລະ ປ່າໄມ້ (ກປ), ກົມນະໂຍບາຍ ແລະນິຕິກໍາ ຈັດກອງປະຊຸມຝຶກ ອົບຮົມສ້າງຄວາມເຂັ້ມແຂງທາງ ດ້ານນະໂຍບາຍສຳລັບພະນັກງານຂັ້ນທ້ອງຖິ່ນຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ການນຳຂັ້ນແຂວງ ແລະຂັ້ນເມືອງ 5 ເມືອງ ຂົງເຂດ ກະສິກຳ ແລະປ່າໄມ້ ແຂວງອັດຕະປື ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງດັ່ງກ່າວ ໃນວັນທີ 23–24 ທັນວາຜ່ານມານີ້ ໂດຍ ການເປັນປະທານຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງ ອັດຕະປື, ມີຄະນະພະແນກ ແລະ ຫົວໜ້າ, ຮອງຫົວໜ້າຫ້ອງການ ກະສິກຳ ແລະປ່າໄມ້ 5 ເມືອງຄື: ເມືອງສາມັກຄີໄຊ, ເມືອງໄຊເສດ ຖາ, ເມືອງຊານໄຊ, ເມືອງພູວົງ ແລະເມືອງສະໜາມໄຊເຂົ້າຮ່ວມ.
ວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.275.400 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອແບ່ງປັນວັກຊິນຈາກ 4 ປະເທດຄື: ຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະເນເທີແລນ ໂດຍຜ່ານໂຄງການ COVAX Facility ເພື່ອຊ່ວຍເຫຼືອ ສປປ ລາວ ໃນການຕ້ານ,
ກະຊວງແຜນການ ແລະການລົງທຶນ (ຜທ) ຮ່ວມກັບອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA) ປະຈໍາ ສປປ ລາວ ເຜີຍແຜ່ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະການພັດທະນາ (2019-2030) ໃຫ້ບັນດາແຂວງພາກເໜືອ ຄື:
ກອງປະຊຸມປັບປຸງຮ່າງຍຸດທະສາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ ໃນຫົວຂໍ້ “ ເສັ້ນທາງກ້າວສູ່ຄວາມປອດໄພ III ” ໄລຍະ 2021–2030 ໄດ້ຈັດຂຶ້ນໃນວັນທີ 17 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ
ໃນວັນທີ 17 ທັນວາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,
ໃນວັນທີ 17 ທັນວາ 2021 ເຈົ້າໜ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ສືບຮູ້ຈະມີການຮັບເອົາຢາເສບຕິດ (ຢາບ້າ) ນໍາບໍລິສັດມີໄຊຂົນສົ່ງດ່ວນທີ່ສາຂາເຊທ່າມວກ ບ້ານຊະນະມີໄຊ ເມືອງພິນ.