ວັນທີ 29 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ກົມຮູບເງົາ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວໄດ້ຈັດພິທີເປີດຊຸດຝຶກອົບຮົມນັກພາກຮູບ ເງົາໄລຍະສັ້ນພາຍໃຕ້ການເປັນປະທານຂອງທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ, ມີບັນດາຫົວໜ້າກົມ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າອໍານວຍການຫົວໜ່ວຍຜະລິດຮູບເງົາ, ນັກຝຶກອົບຮົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 24 ມີນາ 2019, ທີ່ນະຄອນຫຼວງພະບາງ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບ ທ່ານ ຄົ້ງ ສວນໂຢ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມີນາ 2019,
ເຈົ້າໜ້າທີ່ຕຳຫຼວດ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດກັກຕົວຜູ້ຄ້າ-ຂາຍ ຢາເສບຕິດ 1 ຄົນ ພ້ອມຢຶດຂອງກາງຢາບ້າໄດ້ 45 ມັດ, ເທົ່າກັບ 90 ພັນເມັດ ໄດ້ໃນວັນທີ 19 ມີນາ 2019.
ຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ເປີດເຜີຍວ່າເວລານີ້ເຖິງຈະມີກະແສຂ່າວກ່ຽວກັບພະຍາດອະຫິວາໝູອາຟຣິກາ ລະບາດຢູ່ປະເທດໃກ້ຄຽງກໍຕາມແຕ່ຈຳນວນການບໍລິການຂ້າສັດຢູ່ໂຮງງານດອນດູ່ຂອງບໍລິສັດໂດຍສະເພາະແມ່ນໝູແມ່ນຍັງມີຕົວເລກເພີ່ມຂຶ້ນຕາມຄວາມຕ້ອງການຂອງຜູ້ບໍລິໂພກທັງນີ້ໂຮງງານໄດ້ເນັ້ນເປັນພິເສດເລື່ອງຄວາມສະອາດຂະນະທີ່ຢືນຢັນຕາມຫຼັກວິຊາການພະຍາດດັ່ງກ່າວແມ່ນບໍ່ສາມາດຕິດຕໍ່ສູ່ຄົນໄດ້.
ໃນອາທິດຜ່ານມານີ້ທີ່ສະໂມສອນ ປກສ ເມືອງເຟືອງໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2018 ແລະທິດທາງແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ພັທ ອຳພອນ ຄຳມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງເຟືອງ, ມີທ່ານ ຄໍາເພັດ ຈັນຊົມພູ ຮອງເຈົ້າເມືອງໆເຟືອງ, ທ່ານ ພັທ ຈະເລີນ ເລີດມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງບັນຊາການ ປກສ ເມືອງເຟືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄົບຄະນະຄັ້ງທີ VIII ຂອງຄະນະບໍລິຫານງານພັກເມືອງປາກແບງ ແຂວງອຸດົມໄຊ ສະໄໝທີ XII ໄດ້ຈັດຂຶ້ນລະຫວ່າງວັນທີ 12 ຫາ 13 ມີນາ 2019 ຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງ ທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງປາກແບງ, ມີທ່ານ ພອນສະ ຫວັນ ພັນທະວິຈິດ ຄະນະປະຈຳພັກແຂວງ, ຫົວໜ້າພະແນກ ຖວທ ແຂວງ,ບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ເລຂາຄະນະພັກຮາກຖານ, ສອງກອງບັນຊາການ, ເລຂາໜ່ວຍພັກ ແລະບັນດາລັດວິສາຫະກິດພາຍໃນເມືອງເຂົ້າຮ່ວມ.
ພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຈາກສະຖາບັນຍຸຕິທໍາພາກໃຕ້ຈໍາປາສັກທີ່ສໍາເລັດການຝຶກງານຢູ່ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 13 ມີນາ ທີ່ຫ້ອງປະຊຸມ ອຍກ ເຊກອງ ໂດຍການເປັນປະທານຂອງ ທ່ານ ສໍລະເສີນສັກ ຟອງສານຸວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ, ມີຫົວໜ້າ-ຮອງຂະແໜງ, ຄະນະຮັບຜິດຊອບນັກສຶກສາຝຶກງານພ້ອມດ້ວຍນັກສຶກສາດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ເຈົ້າຂອງໂຮງງານນ້ຳດື່ມ ແລະນ້ຳກ້ອນໂລມາຄຳ ນອກຈາກເປັນຄົນໃຈບຸນເສຍສະລະຊັບສິນສ່ວນໂຕ 10 ຕື້ກວ່າກີບ ພິກປີ້ນຊີວິດປະຊາຊົນບ້ານຄຳປ່າແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຈາກຄົນຂໍທານກາຍມາເປັນຜູ້ຄົນຮູ້ທຳມາຫາກິນລ້ຽງຊີບຈົນກຸ້ມຢູ່ກຸ້ມກິນແລ້ວຍັງເອົາໃຈໃສ່ເລື່ອງການຮັກສາສິ່ງແວດລ້ອມຊຶ່ງຫຼ້າສຸດທາງເຈົ້າຂອງໂຮງງານໄດ້ປະກາດຢຸດໃຊ້ແຜ່ນຢາງສຳລັບຫຸ້ມຫໍ່ຝາກວດເພັດນ້ຳດື່ມໂລມາຄຳໃນທຸກຂະໜາດ.
ຈາກຄວາມດຸໝັ່ນອົດທົນຂະຫຍັນບວກກັບຄວາມຝັນແຕ່ນ້ອຍເຮັດໃຫ້ ນາງ ຈັນນະພາ ວົງສະໝໍລະພູມ ປະທານກຸ່ມ ບໍລິສັດ ຊີເອັນພີ ຂາອອກ-ຂາເຂົ້າ ຈຳກັດຊຶ່ງຕະຫຼອດ 20 ປີຖືວ່າເປັນຍິງລາວທີ່ສາມາດເຮັດວຽກແຂ່ງຂັນທຽບກັບເພດຊາຍໃນວົງທຸລະກິດ ແລະຢູ່ໃນລະດັບແຖວໜ້າທີ່ປະສົບຜົນສຳເລັດເມື່ອບໍ່ດົນມານີ້ ທ່ານນາງ ຈັນນະພາ ວົງສະໝໍລະພູມ ໃຫ້ສຳພາດນັກ ຂ່າວໜັງສືພີມເສດຖະກິດ-ສັງຄົມເນື່ອງ ໃນໂອກາດວັນແມ່ຍິງຄົບຮອດ 106 ປີ
ລະຫວ່າງວັນທີ 4-5 ແລະວັນທີ 11-12 ມີນາ 2019 ນີ້ ທ່ານ ບຸນປະຄອງ ສິມມາວັດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດ ແທກພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງພ້ອມດ້ວຍວິຊາການ ແລະພາກສ່ວນກ່ຽວຂ້ອງໄດ້ລົງກວດສອບຫົວຈ່າຍນໍ້າມັນເຊື້ອໄຟ ແລະອອກໃບອະນຸຍາດປະຈໍາປີ 2019 ໃຫ້ຜູ້ປະກອບການປໍ້ານໍ້າມັນເຊື້ອໄຟພາຍໃນເມືອງລະມາມ ແລະເມືອງທ່າແຕງ, ທັງນີ້ເພື່ອຄວາມຖືກຕ້ອງ, ຊັດເຈນ ແລະການບໍ່ເອົາປຽບກັນລະຫວ່າງຜູ້ດໍາເນີນທຸລະກິດກັບຜູ້ຊົມໃຊ້.