ຊົນນະບູລີ ຈັບຢາບ້າຄາເຮືອນ 1.022 ເມັດ

  ເວລາປະມານ 8:30 ໂມງ ຂອງວັນທີ 23 ສິງຫາ 2019 ເຈົ້າໜ້າທີ່ ປກສ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າມີການຄ້າຂາຍຢາເສບຕິດຢູ່ບ້ານເຊວັນ ຈາກນັ້ນທາງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ

8 ບ້ານ ເມືອງນາຊາຍທອງຖືກນໍ້າຖ້ວມການສັນຈອນທາງ 13 ເໜືອຕິດຂັດຫຼາຍຊົ່ວໂມງ

ຈາກຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ຫຼາຍພື້ນທີ່ຕໍ່າເກີດມີນໍ້າຖ້ວມຂັງບ້ານເຮືອນປະຊາຊົນເສັ້ນທາງເປ່ເພເຊາະຂາດການສັນຈອນໄປ-ມາເກີດມີອຸປະສັກຫຍຸ້ງຍາກຕິດຂັດເຊັ່ນດຽວກັນກັບຢູ່ເມືອງນາຊາຍທອງນະຄອນຫຼວງວຽງຈັນ

ຝົນຕົກໜັກບໍ່ເຊົາ ເຮັດໃຫ້ນຳ້ຖ້ວມແລ້ວ ເສັ້ນທາງ 13 ເໜືອ ເມືອງນາຊາຍທອງ

  ມື້ນີ້ເວລາ 15:15  ຂອງວັນທີ່ 26/8/2019 ມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເຮັດໃຫ້ນຳ້ໄຫຼໂຮມລະບາຍອອກບໍ່ທັນການສັນຈອນຕິດຂັດຫຼາຍເສັ້ນທາງເລກ13 ເໜືອ ເມືອງນາຊາຍທອງ ແຖວສວນພືກສານໍ້າຖ້ວມທາງແລ້ວ ທ່ານໃດທີ່ຈະເດີນທາງມາທາງນີ້ຊ່ວງເລີກວຽກເລີການຂໍໃຫ້ລະມັດລະວັງແດ່.

ຖວທ ຄຳມ່ວນແຂ່ງຂັນຍ້ອງຍໍຄຳຂວັນ ຮັກຊາດ ແລະພັດທະນາ

  ພິທີເປີດການແຂ່ງຂັນຍ້ອງຍໍພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2019 ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ໂພທິນ ຫົວໜ້າພະ ແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນມີຄະນະພັກຄະນະພະແນກຂະແໜງການກອງວິຊາການອ້ອມຂ້າງຕະຫຼອດເຖິງພະນັກງານວິຊາການພາຍໃນພະແນກ.

ມອບ-ຮັບຫົວໜ້າຄັງເງິນປະຈຳແຂວງຫຼວງນໍ້າທາ

  ວັນທີ 16 ສີງຫາ 2019 ແຂວງຫຼວງນໍ້າທາໄດ້ປະກາດການແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດປະຈໍາແຂວງລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງໂດຍການເຂົ້າຮ່ວມຂອງທ່ານ ບຸນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງໆ ຫຼວງນໍ້າທາ,

ເມືອງອາດສະພອນເປີດນຳໃຊ້ໂຮງໝໍນ້ອຍ

 ພິທີເປີດນຳໃຊ້ໂຮງໝໍນ້ອຍ ນາປອດ ແລະໂຮງໝໍນ້ອຍກຸດຫີນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2019 ໂດຍການເຂົ້າຮ່ວມຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ

ວິທະຍຸ-ໂທລະພາບ ນວ ຮ່ວມບໍລິຈາກເລືອດ ຕ້ອນຮັບວັນສໍາຄັນ

 ວັນທີ 21 ສິງຫາ 2019 ສະຖານີວິທະຍຸ-ໂທລະພາບນະ ຄອນຫຼວງວຽງຈັນ ຮ່ວມກັບສູນ ເລືອດແຫ່ງຊາດອົງການກາແດງລາວຈັດກິດຈະກໍາບໍລິຈາກເລືອດແບບເປີດກວ້າງເພື່ອແກ້ໄຂການ ຂາດເຂີນເລືອດທີ່ມີຢູ່ໃນປະຈຸບັນ ພາຍໃຕ້ຄໍາຂວັນບໍລິຈາກເລືອດ ແມ່ນຮັກຊາດ ແລະການພັດທະນາ” 

ອຸດົມໄຊ ຮັບຟັງນິຕິກຳກ່ຽວກັບອົງການຈັດຕັ້ງສັງຄົມ

  ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານອົງການຈັດຕັ້ງສັງຄົມຈັດຂຶ້ນໃນວັນທີ 19 ສິງຫາ 2019 ຢູ່ແຂວງອຸດົມໄຊໃຫ້ກຽດເຜີຍແຜ່ໂດຍທ່ານ ທອງສະຫວັນ ປັນຍາວິຈິດ ຮອງຫົວໜ້າກົມພັດທະນາການບໍລິຫານລັດກະຊວງພາຍໃນ,

ປະຊາຊົນອັດຕະປືໄດ້ປິ່ນປົວພະຍາດບໍ່ເສຍຄ່າ

  ເພື່ອຮັບປະກັນໃຫ້ປະຊາຊົນໄດ້ສຳພັດກັບການບໍລິການສາທາລະນະສຸກທີ່ມີຄຸນນະພາບດ້ານມະນຸດສະທຳວັນທີ 19 ສິງຫາ 2019 ທີ່ຜ່ານມາມູນລະນິທິຊາວພຸດໄຕ້ຫວັນຊີຈື ສປ ຈີນ ໄດ້ສົມທົບກັບອຳນາດການປົກຄອງແຂວງຮ່ວມຈັດກິດຈະກໍາກວດປິ່ນປົວພະຍາດສະໜອງຢາ ແລະໃຫ້ຄຳປຶກສາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຊາວແຂວງອັດຕະປື.

ອຸດົມໄຊ ຮັບລົດໂຄງການຄວບຄຸມໄພພິບັດທຳມະຊາດ

  ວັນທີ 20 ສິງຫາ 2019 ທີ່ແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບລົດໃຫຍ່ ແລະລົດຈັກຂຶ້ນລະຫວ່າງກົມອຸຕຸນິຍົມ ແລະອຸທົກກະສາດກະຊວງຊັບພະຍາກອນທຳມະ ຊາດ ແລະສິ່ງແວດລ້ອມກັບພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ.