ປກສ ໄຊຍະຈັດພິທີປະກາດການເລື່ອນຊັ້ນ

 ວັນທີ 30 ທັນວາ 2019 ນີ້ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນຢ່າງສົມກຽດໃຫ້ນາຍ ແລະພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນຢູ່ທີ່ສະໂມສອນກອງບັນຊາການ ປກສ

ມອບອຸປະກອນກົນຈັກໃຫ້ກຸ່ມຊາວນາຜະລິດເມັດພັນເຂົ້າບ້ານນາລາ

 ເພື່ອເພີ່ມສະມັດຕະພາບ, ຜົນຜະລິດໃຫ້ໄດ້ຫຼາຍ, ປະຢັດແຮງງານ ແລະເພີ່ມເນື້ອທີ່ການຜະລິດໄດ້ຫຼາຍຂຶ້ນໃນເດືອນ ທັນວາ 2019

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

 ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງສະ​ຫາຍ ຟ້າມ​ ບິ່ງ ​ມິງຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສສ ຫວຽດ​ນາມ, ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສປປ ລາວ,

ຈັບສອງອ້າຍ-ນ້ອງລັກຊັບ

  ວັນທີ 30 ສິງຫາຜ່ານມານີ້ເຈົ້າໜ້າທີ່ຕຳຫຼວດໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງແຂວງວຽງຈັນ 

ປກສ ເມືອງຍົມມະລາດ ປິດອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ

 ໃນວັນທີ 24 ທັນວາ 2019 ທີ່ຫ້ອງການກຸ່ມບ້ານພີດເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີປິດຝຶກອົບຮົມໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດພາຍຫຼັງທີ່ໄດ້ສຶກສາອົບຮົມມາເປັນເວລາ 10 ວັນ ໃຫ້ກຽດເປັນປະທານໂດຍທ່ານ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກຊ

ອົງຄະນະພັກເມືອງງອຍ ໄຂກອງປະຊຸມໃຫຍ່ ຄັ້ງທີ XI

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍຄັ້ງທີ XI ໄດ້ໄຂຂຶ້ນ ໃນວັນທີ 25-26 ທັນວາ ມີສະຫາຍ ຄໍາຂັນ ຈັນທະວີສຸກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງ,ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ 127 ສະຫາຍ, ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.

ສພຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9

 ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ X, ເຜີຍແຜ່ເອກະສານສໍາຄັນຕ່າງໆຂອງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນອົງຄະນະພັກສະພາແຫ່ງຊາດໃນວັນທີ 24 ທັນວາ ທີ່ນະຄອນຫຼວງວຽງຈັນ

ຈັບສອງຜົວເມຍຄ້າຢາເສບຕິດ

  ວັນທີ 21 ທັນວາຜ່ານມາທາງເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີບຸກຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ລະຫວ່າງເມືອງໄຊຍະບູລີ

ຜູ້ປະສົບໄພເມືອງຊົນນະບູລີໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນຜ່ານມານີ້ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກພ້ອມດ້ວຍຄະນະໂດຍການນຳພາທາງຂອງທ່ານ ບົງສຸວັນ ພັນ         ທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ມີຕາງໜ້າຈາກບໍລິສັດລຸຍຊຽງຫົງວິສາວະກໍາເຕັກໂນໂລຊີ ແລະ ບໍລິສັດໄຊມັງກອນໄດ້ນໍາເອົາເຄື່ອງຊ່ວຍເຫຼືອມອບໃຫ້ເມືອງຊົນນະບູລີ ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ບົວຜັນ ສຸວັນນະແສງ  ຮອງເຈົ້າເມືອງຊົນນະບູລີພ້ອມຄະນະຕະຫຼອດຮອດອໍານາດການປົກຄອງ 8 ບ້ານເອກະລາດເຂົ້າຮ່ວມ.

ເມືອງທ່າແຕງ ສະຫຼຸບໂຄງການພັດທະນາແບບປະສົມປະສານ

 ໃນວັນທີ 20 ທັນວາ  2019 ເມືອງທ່າແຕງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການພັດທະນາແບບປະສົມປະສານປະຈໍາປີ 2019 ແລະຜ່ານແຜນປະຈໍາປີ 2020, ຢູ່ທີ່ຫ້ອງປະຊຸມໂຮງແຮມແອນນາໂດຍການເປັນປະທານຂອງທ່ານ ສຸກັນ ຈັນສີປະເສິດ ຫົວໜ້າຫ້ອງວ່າການປົກຄອງເມືອງທ່າແຕງ, ມີ ທ່ານ ບຸນສຳ ສີສັກ ຮອງຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງເຊກອງ, ທ່ານ ນາງ ເພັດ ສະລີນ ຜູ້ອຳນວຍການອົງການ GLAD( ສະມາຄົມເຢຍລະມັນ-ລາວເພື່ອການພັດທະນາ ຫຼື ສະມາຄົມເພື່ອການພັດທະນາບ້ານແບບປະສົມປະສານ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ 3 ເມືອງເຂົ້າຮ່ວມ.