ຜ່ານມາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄດ້ມີຄວາມພະຍາຍາມປະຕິບັດວຽກຄຸ້ມຄອງທີ່ດິນໃຫ້ເຂົ້າສູ່ລະບົບ, ສອດຄ່ອງກັບກົດ ໝາຍຊຶ່ງໄດ້ກໍານົດເຂດ, ກຳນົດປະເພດທີ່ດິນ ແລະ ເປົ້າໝາຍການນຳໃຊ້ທີ່ດິນໃຫ້ເໝາະສົມກັບເງື່ອນໄຂທ່າແຮງຂອງທ້ອງຖິ່ນ,
ໃນໂອກາດທີ່ ທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກລົງເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊທ່ານໄດ້ຖືໂອກາດດັ່ງກ່າວພົບປະໂອ້ລົມພະນັກ ງານຫຼັກແຫຼ່ງໃນຂະແໜງສາທາລະນະສຸກແຂວງອຸດົມໄຊຊຶ່ງພິທີໂອ້ລົມໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ
ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍຕໍ່ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດຮ່ວມກັບສະມາຄົມການສຶກສາເອກະຊົນ ແລະບໍລິສັດອີງໂວລູເຊັນ ຈໍາກັດ ແຫ່ງປະເທດໄທໄດ້ຈັດຝຶກອົບຮົມຫຼັກສູດການພັດທະນາຜູ້ນໍາຂຶ້ນໃນວັນທີ 17 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ.
ອົງການປົກຄອງແຂວງຜົ້ງສາລີ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ ແລະເມືອງຜົ້ງສາລີ ໄດ້ຈັດພິທີປ່ອຍປາຈໍານວນ 1,24 ແສນໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ແຄມແມ່ນໍ້າອູເຂດບ້ານຫາດສາ ແລະ ໜ້າສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີທ່ານຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງພ້ອມດ້ວຍອົງການປົກຄອງເມືອງແລະພໍ່ແມ່ປະຊາຊົນ ເມືອງຜົ້ງສາລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນເວລາເຄິ່ງປີມານີ້ສະຫະກອນສິນເຊື່ອ ແລະເງິນຝາກປະຢັດຫົວແຊຈະເລີນ ໄດ້ສະໜອງສິນເຊື່ອໃຫ້ແກ່ສະມາຊິກຈໍານວນ 14 ຕື້ກວ່າກີບ ໂດຍເນັ້ນໜັກໃສ່ຂົງເຂດກະສີກໍາເປັນຫຼັກຂະນະທີ່ປະຈຸບັນສາມາດສ້າງຜົນກໍາໄລແລ້ວ 1 ຕື້ກວ່າກີບ.
ບົ້ງຝູງສາລີລະບາດໜັກໃນລາວ, ໂດຍສະເພາະ 12 ແຂວງ ມີຕົ້ນສາລີຖືກທຳລາຍແລ້ວ 28 ພັນກວ່າເຮັກຕາ ຈາກເນື້ອທີ່ທັງໝົດທົ່ວປະເທດ 2 ແສນກວ່າເຮັກ ຕາ , ຂະນະທີ່ວິທີກຳຈັດ ແລະໄດ້ຜົນໄວແມ່ນການໃຊ້ສານເຄມີຊະນິດອີມາ ເມກຕິນ ເບນໂຊເອທ ແຊນອີມາ 5,
ອີງຕາມແຈ້ງການສະບັບເລກທີ 1199/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 16 ກໍລະກົດ 2019 ກ່ຽວກັບວັນພັກຊົດເຊີຍທາງລັດຖະການວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2019 ຄົບຮອບ 64 ປີ
ກະຊວງອຸດສາຫະກຳ ແລະການຄ້າ ໄດ້ມີການປັບລາຄານໍ້າມັນໜ້າປໍ້າຂີ້ນ ໃນຂອບເຂດທົ່ວປະເທດເລີ້ມປະຕິບັດວັນທີ 18/07/2019 ເວລາ 06:00 ໂມງ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງອຸດົມໄຊເປີດກວ້າງ ຄັ້ງທີ 10 ສະໄຫມທີ VIII ໄດ້ໄຂຂຶ້ນໃນວັນທີ 11 ແລະສໍາ ເລັດໃນຕອນແລງວັນທີ 12 ກໍລະ ກົດ 2019 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງອຸດົມໄຊ.
ເນື່ອງໃນວັນປ່ອຍປາ ແລະ ວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດປະຈຳປີ 2019, ບໍລິສັດໄຟຟ້າຫົງສາຈຳກັດ ໃຫ້ການສະໜັບສະໜູນພັນປາຈໍານວນ 29 ພັນໂຕໃຫ້ 3 ເມືອງຂອງແຂວງໄຊຍະບູລີເພື່ອປ່ອຍຄືນສູ່ແຫຼ່ງນໍ້າຕາມທຳມະຊາດໃນນັ້ນເມືອງຫົງສາຈຳນວນ 15 ພັນໂຕ, ເມືອງເງິນ 10 ພັນໂຕ ແລະ ເມືອງຊຽງຮ່ອນຈຳນວນ 4 ພັນໂຕ.