ຖວທ ໄຊຍະ ແລະສູນອະນຸລັກຊ້າງ ມອບເຄື່ອງໃຫ້ບ້ານກ້ອງທ່ຽງ

  ພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ ແຂວງໄຊຍະບູລີ ແລະ ສູນອະນຸລັກຊ້າງລາວໄດ້ນໍາເອົາເຄື່ອງນຸ່ງຫົ່ມ ແລະເງິນຈໍານວນໜຶ່ງມອບໃຫ້ພໍ່ແມ່ປະຊາຊົນບ້ານກ້ອງທ່ຽງ ເມືອງໄຊສະຖານ.

 

ເຊກອງ-ກວາງນາມ ແລກປ່ຽນບົດຮຽນດ້ານວັດທະນະທຳ ທ່ອງທ່ຽວ ແລະກີລາ

  ກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານວັດທະນະທຳ, ທ່ອງທ່ຽວ ແລະກີລາລະຫວ່າງຄະນະນໍາພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ສປປ ລາວ ກັບຄະນະນໍາພະແນກວັດທະນະທຳ-ກີລາ ແລະທ່ອງທ່ຽວແຂວງກວາງນາມ ສສ ຫວຽດນາມ

3 ບ້ານ ເມືອງໄຊພູທອງ ປະກອບສ່ວນສ້າງທາງ

    ພິທີເປີດນຳໃຊ້ເສັ້ນທາງດິນແດງຍາວ 11 ກິໂລແມັດລະຫວ່າງບ້ານສົມສະອາດ-ຄໍາ ແຮງ-ນາໂດນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຫວ່າງບໍ່ດົນຜ່ານມານີ້, ໂດຍການເຂົ້າຮ່ວມຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆໄຊພູທອງ,

ຫາລືແຜນດຳເນີນງານແຫ່ງຊາດເພື່ອຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ

ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ (ຄຊກມດ) ຮ່ວມກັບອົງການ UNFPA ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລືຮ່າງແຜນດຳເນີນງານແຫ່ງຊາດເພື່ອຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 5 ປີຄັ້ງທີ II (2021-2025) ຂຶ້ນໃນລະຫວ່າງທີ 18-19 ທັນວາ

ບົວລະພາຈັດກິດຈະກຳກວດສຸຂະພາບໃຫ້ພະນັກງານ

ໃນວັນທີ 17 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ຈໍາກັດໄດ້ຈັດກິດຈະກໍາກວດສຸຂະພາບໃຫ້ແກ່ພະນັກງານປະຈໍາປີ 2019 ເພື່ອປະຕິບັດຕາມແຜນນະໂຍບາຍຂອງບໍລິສັດໃນການເອົາໃຈໃສ່ເບິ່ງແຍງສຸຂະພາບພະນັກງານ ແລະ ຕາມລະບຽບກົດໝາຍໃນການອອກແຮງງານຂອງປະເທດລາວ ແລະ ສາກົນໂດຍການເຂົ້າຮ່ວມຂອງທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ ແລະ ປ່າໄມ້ ຈໍາກັດ, ມີບັນດາແພດໝໍ ແລະ ພະນັກງານເຂົ້າຮ່ວມ.

ຄວສຜ ອັດຕະປືໄຂກອງປະຊຸມຄົບຄະນະປະຈຳປີ

ກອງປະຊຸມຄົບຄະນະປະຈໍາປີ 2019 ຂອງຄະນະກຳມະ ການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ (ຄວສຜ) ສະພາປະຊາຊົນແຂວງອັດຕະປື (ສພຂ) ໄຂຂຶ້ນໃນວັນທີ 18 ທັນວາ 2019 ທີ່ຫ້ອງປະຊຸມ ສພຂ ໂດຍການເປັນປະທານຂອງທ່ານ ນາງ ພອນ ມະນີ ຂຽນໄຊຍະວົງ ປະທານ ຄວສຜ, ຮອງປະທານ ສພຂ, ມີ ທ່ານ ສີທົນ ຊາວພູວົງ ຮອງປະທານ ຄວສຜ, ບັນດາທ່ານຄະນະກຳມະການ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ຫົວໜ້າ, ຮອງຫົວໜ້າພະແນການຂອງແຂວງ, ອົງການທຽບເທົ່າພ້ອມດ້ວຍພະນັກງານ-ວິຊາການພາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າເຂົ້າຮ່ວມ.

ເຊກອງເອາໃຈໃສ່ຄຸ່ມຄອງປ່າຜະລິດຕາມທິດສີຂຽນ ແລະ ຍືນຍົງ

 ໃນທົ່ວແຂວງເຊກອງມີເນື້ອທີ່ປ່າໄມ້ປ່າຜະລິດແຫ່ງຊາດກວມເອົາທັງໝົດ 7 ແຫ່ງ, ມີເນື້ອທີ່ 188.505 ເຮັກຕາ, ຊຶ່ງວຽກງານຄຸ້ມຄອງປ່າຜະລິດຕາມທິດສີຂຽວ ແລະ ຍືນຍົງເປັນມາດຕະການອັນສໍາຄັນອັນໜຶ່ງທີ່ນອນຢູ່ໃນ 4 ງານຄຸ້ມຄອງມາດຕະການຫຼັກສໍາລັບການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ເຖິງປີ 2020 ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະເຮັດໃຫ້ສາມາດຮັບປະກັນຄວາມຍືນຍົງຂອງການສະໜອງໄມ້ສໍາລັບການປຸ່ງແຕ່ງ-ນໍາໃຊ້ພາຍໃນ ແລະ ສົ່ງອອກ, ວຽກງານນີ້ກວມເອົາວຽກວາງແຜນຈັດສັນປ່າໄມ້, ຄຸ້ມຄອງການຈັດຕັ້ງປະຕິບັດວາງແຜນການຈັດສັນປ່າໄມ້, ປ່າໄມ້ບ້ານ, ລວມທັງການຄຸ້ມຄອງການຂຸດຄົ້ນໄມ້, ເກັບເຄື່ອງປ່າຂອງດົງ ແລະ ວຽກງານຢັ້ງຢືນປ່າໄມ້, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາແມ່ນມີຜົນສໍາເລັດສູງສົມຄວນ

2020ໂຄງການລ້ຽງສັດເພື່ອຜະລິດເປັນສີນຄ້າພາກເໜືຈະໃຫ້ໄດ້ 300 ກຸ່ມ

 ກອງປະຊຸມຊີ້ນຳໂຄງການລ້ຽງສັດເພື່ອຜະລິດເປັນສິນຄ້າຢູ່ເຂດພາກເໜືອໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-17 ຢູ່ຫໍວັດທະນະທຳແຂວງຫົວພັນໂດຍການ ເປັນປະທານຂອງທ່ານພວງປາຣິສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທັງເປັນປະທານຊີ້ນໍາໂຄງການ ລ້ຽງສັດເພື່ອຜະລິດເປັນສິນຄ້າພາກເໜືອຂອງລາວ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ພະນັກງານວິຊາການພະແນກກະສິກຳ ແລະ ປ່າໄມ້ 4 ແຂວງເປົ້າໝາຍເຂົ້າຮ່ວມນໍາ.

ແມ່ຍິງເມືອງເຊບັ້ງໄຟດຳເນີນກອງປະຊຸມຄັ້ງທີ 2

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງເຊບັ້ງໄຟແຂວງຄຳມ່ວນຄັ້ງທີ 2 ສະໄໝທີ V ພ້ອມທັງປັບປຸງກົດລະບຽບກອງທຶນບັນເທົາທຸກໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2019 ທີ່ ຫ້ອງວ່າການເມືອງເຊບັ້ງໄຟ ໂດຍການເປັນປະທານຂອງທ່ານ ນາງ ດາວພາສຸກ ທຳມະນີວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເປັນກຽດເຂົ້າຮ່ວມມີ ທ່ານ ຄຳພຸດ ນວນມະນີ ປະທານ ແນວລາວສ້າງຊາດເມືອງຜູ້ຊີ້ນຳ                                          ອົງການຈັດຕັ້ງມະຫາຊົນ ພ້ອມ ດ້ວຍຄະນະບໍລິຫານງານ, ຄະນະ ສະຫະພັນແມ່ຍິງຮາກຖານອ້ອມຂ້າງເມືອງ, ຮາກຖານບ້ານ ແລະ ຄະນະໜ່ວຍອ້ອມຂ້າງເມືອງ.

ມອບ-ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຫົວພັນ

ພິທີມອບ-ຮັບໜ້າທີ່ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນໄດ້ຈັດຂຶ້ນໃນອາທິດຜ່ານມາທີ່ຫໍວັດທະນາທຳຂອງແຂວງໂດຍມີທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຕາງໜ້າຫ້ອງການຖວທເມືອງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກ ຖວທ ແຂວງ ຫົວພັນເຂົ້າຮ່ວມຢ່າງພ້ອມພຽງ.