ສປຊ ຮຽກຮ້ອງໃຫ້ຊ່ວຍເຫຼືອອັບການິສະຖານ

  ທ່ານ Sheikh Mohammed ລັດຖະມົນຕີກະຊວງການຕ່າງປະເທດກາຕາໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ອັບການິສະຖານດຳເນີນການໄກ່ເກ່ຍປອງ ດອງຊາດ ແລະນີ້ຖືແມ່ນມາດຕະການຮັກສາຄວາມປອດໄພໃຫ້ແກ່ສະຖຽນລະພາບຂອງປະເທດນີ້.

ສິງກະໂປ ພົບຜູ້ຕິດເຊື້ອໂຄວິດເພີ່ມສູງຂຶ້ນ

  ລັດຖະບານສິງກະໂປປະກາດຍອມຮັບວ່າ ຈຳນວນຕົວເລກຜູ້ຕິດເຊື້ອໃໝ່ພາຍໃນປະເທດໄດ້ເພີ່ມສູງຂຶ້ນໃນອາທິດຜ່ານມາຈາກ 76 ຄົນ ຕໍ່ມື້ເພີ່ມເປັນ 288 ຄົນຕໍ່ມື້ ໂດຍຄາດວ່າ ຈະມີທ່າອ່ຽງເພີ່ມສູງເຖິງ ມື້ລະພັນຄົນໃນອີກບໍ່ດົນເຖິງແມ່ນປະຊາກອນ 81% ຈະໄດ້ຮັບວັກແຊງປ້ອງກັນໂຄວິດ-19 ຄົບສອງໂດສແລ້ວກໍຕາມ.

ໄຂ້ເລືອດອອກລະບາດໃນອິນເດຍເສຍຊີວິດ 100 ກວ່າຄົນ

  ລັດອຸດຕະປະເທດຂອງອິນເດຍພົບການແຜ່ລະບາດຂອງພະຍາດໄຂ້ເລືອດອອກຮ້າຍແຮງທີ່ສຸດໃນຮອບຫຼາຍປີມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນພາຍໃນສອງອາທິດ.

ຫວຽດນາມ ຕັ້ງເປົ້າໃຫ້ຄົນຮ່າໂນ້ຍ ສັກວັກແຊງເຂັມທຳອິດ 100%

  ລັດຖະບານ ສສ ຫວຽດນາມ ຕັ້ງເປົ້າສັກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະຕັ້ງເປົ້າໃຫ້ປະຊາກອນຜູ້ໃຫຍ່ໃນພື້ນທີ່ທຸກຄົນໄດ້ສັກວັກແຊງຢ່າງໜ້ອຍ 1 ເຂັມພາຍໃນອາທິດນີ້.

ຍີ່ປຸ່ນ ພົບຜູ້ຕິດເຊື້ອໂຄວິດສາຍພັນອີຕາ 18 ຄົນ

  ຍີ່ປຸ່ນ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນອີຕາ (Eta) ຈຳນວນ 18 ຄົນ ເປັນຄັ້ງທຳອິດ ແລະເປັນສາຍພັນພວມແຜ່ລະບາດກວ່າ 70 ປະເທດທົ່ວໂລກ ຊຶ່ງ ສ່ວນໃຫຍ່ພົບການແຜ່ລະບາດໃນອາເມລິກາ ແລະທະວີບເອີຣົບ.

ພາຍຸໄຕ້ຝຸ່ນພັດເຂົ້າຟິລິບປິນເສຍຊີວິດ 17 ຄົນ

 ພາຍຸໄຕ້ຝຸ່ນໂກນເຊິນ (Conson) ພັດຖະຫຼົ່ມຟິລິບປິນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ສູນຫາຍ 7ຄົນ ແລະບາດເຈັບອີກ 24                        ຄົນ.

ເຟຊບຸກເປີດໂຕແວ່ນຕາອັດສະລິຍະ ຖ່າຍຮູບ-ຟັງເພງ-ໂທລະສັບໄດ້

  ບໍລິສັດເຟຊບຸກ ອິງເປີດໂຕແວ່ນຕາອັດສະລິຍະ “Ray-Ban Stories” ໃນວັນທີ 10 ກັນຍາທີ່ຜ່ານມາ ຊຶ່ງຖືເປັນບາດກ້າວໃໝ່ຂອງເຟຊບຸກທີ່ຕ້ອງການຊຸກຍູ້ທຸລະກິດໃໝ່ດ້ານເຕັກໂນໂລຊີ AR (Augmented Reality) .

ຈີນ ມອບເງິນຊ່ວຍເຫຼືອອາບການິດ ສະຖານ 31 ລ້ານໂດລາ

  ລັດຖະບານ ສປ ຈີນ ໄດ້ມອບເຄື່່ອງຊ່ວຍເຫຼືອໃຫ້ກັບອາບການິດສະຖານຄິດເປັນມູນຄ່າ 200 ລ້ານ ຢວນ(ປະມານ 31 ລ້ານໂດລາສະຫະລັດ) ຊຶ່ງປະກອບໄປດ້ວຍອາຫານທະເລ ແລະວັກແຊງຕ້ານໂຄວິດ-19.

ຫວຽດນາມ-ແບນຊິກ ຊຸກຍູ້ການນຳເຂົ້າ ຜະລິດຕະພັນກະເສດ

  ທ່ານລັດຖະມົນຕີ ເລມິງຮວານຂອງ ສສ ຫວຽດນາມ ໄດ້ສະເໜີໃຫ້ຝ່າຍແບນຊິກ ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດຜະລິດຕະພັນກະເສດ-ປ່າໄມ້-ສິນໃນນໍ້າຂອງທັງສອງປະເທດແຊກຊືມເຂົ້າຕະຫຼາດພາຍໃນຂອງກັນ.

ວັກແຊງອົດສະຕຣາລີ ປ້ອງກັນ ໂຄວິດເດລຕ້າໄດ້ 95%

  ວັກແຊງປ້ອງກັນໂຄວິດ-19 ຈາກອົດສະຕຣາລີສາມາດປ້ອງກັນໂຄວິດ-19 ເດລຕ້າໄດ້ 95% ຕະຫຼອດຈົນສາມາດຮັບມືກັບໂຄ ວິດ-19 ສາຍພັນອື່ນໆໄດ້ອີກດ້ວຍ.