ຫວຽດນາມເປີດຊັ້ນຮຽນອະນຸບານ-ປະຖົມສຶກສາ

ເຈົ້າໜ້າທີ່ຕາມໂຮງຮຽນອະນຸບານ ແລະປະຖົມສຶກສາໃນ ສສ ຫວຽດນາມຢືນກວດວັດແທກອຸນຫະພູມຮ່າງກາຍເດັກກນ້ອຍນັກຮຽນຢູ່ປະຕູທາງເຂົ້າຫຼັງຈາກທາງການອະນຸຍາດໃຫ້ໂຮງຮຽນເປີດການຮຽນການສອນໃນວັນທີ 11 ພຶດສະພາທີ່ຜ່ານມາ ຫຼັງຈາກປິດຫຼາຍເດືອນຈາກເຊື້ອໂຄວິດ-19.

ມູດີ້ເຕືອນ ອາເມລິກາສ່ຽງເກີດພະຍາດໂຄວິດຮອບ 2

ທ່ານ ມາກ ແຊນດີ້ ຫົວໜ້າວິເຄາະຈາກມູດີ້ ອະນາລິຕິກ ເຕືອນວ່າ ອາເມລິກາມີຄວາມສ່ຽງ ທີ່ການແຜ່ລະບາດຂອງເຊື້ອໂຄວິດ-19 ຈະກັບມາລະບາດໜັກຮອບທີ 2 ເນື່ອງຈາກການເປີດເສດຖະກິດໄວເກີນໄປ ເຮັດໃຫ້ປະຊາຊົນກັບມາລວມຕົວກັນເປັນຈຳນວນຫຼາຍ.

ຊາອຸດິດອາຣັບບີ ຈະຂຶ້ນພາສີມູນຄ່າເພີ່ມ 3 ເທົ່າ

   ຊາອຸດິດອາຣັບບີ ຈະຢຸດການຈ່າຍເງິນຄ່າຄອງຊີບ ແລະຂຶ້ນພາສີມູນຄ່າເພີ່ມ (VAT) ເປັນ 3 ເທົ່າຕາມມາດຕະການຮັດສາຍແອວຫຼັງຈາກສະຖານະການເງິນຂອງລັດຖືກກະທົບໜັກເພາະລາຄານໍ້າມັນຫຼຸດ ລົງ ແລະເສດຖະກິດຫຼຸດລົງຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດ ເຊື້ອພະຍາດໂຄວິດ-19.

ເກີດເຫດໄຟໄໝ້ເຮືອນໍ້າມັນໃນອິນໂດເນເຊຍ

         ວັນທີ 11 ພຶດສະພາທີ່ຜ່ານມາໄດ້ເກີດເຫດໄຟໄໝ້ເຮືອບັນທຸກນໍ້າມັັນດິບຂອງອິນໂດເນເຊຍ ເຮັດໃຫ້ຄົນທີ່ຢູ່ໃນເຮືອສູນຫາຍຫຼາຍຄົນ.

ຕາມຂ່າວຊີນຮວາຂອງຈີນລາຍງານວ່າ ຕອນເຊົ້າ ຂອງວັນທີ 11 ພຶດສະພາທີ່ຜ່ານມາ ເກີດເຫດໄຟໄໝ້ ເທິງເຮືອບັນທຸກນໍ້າມັນດິບທີ່ຈອດຢູ່ໃນອູ່ຕໍ່ຕໍ່

ຄົນວ່າງວຽກໃນ ສ.ເກົາຫຼີ ເພີ່ມຂຶ້ນ 33%

ກະຊວງການຈ້າງວຽກເຮັດ ແລະແຮງງານຂອງ ສ.ເກົາຫຼີ ເປີດ ເຜີຍວ່າ ຈຳນວນຜູ້ຂໍຮັບສະຫວັດດີ ການການວ່າງວຽກເດືອນເມສາ ເພີ່ມຂຶ້ນໃນອັດຕາເລກສອງຫຼັກ ເນື່ອງຈາກການແຜ່ລະບາດຂອງ ເຊື້ອໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ປະຊາຊົນຈຳນວນຫຼາຍຕົກວຽກ.

ມາເບິ່ງສາຍການບິນທີ່ລົ້ມລະລາຍຍ້ອນໂຄວິດ

ສາຍການບິນເປັນໜຶ່ງໃນ ອຸດສາຫະກຳທີ່ໄດ້ຮັບຜົນກະທົບໜັກທີ່ສຸດຕັ້ງແຕ່ໄລຍະທຳອິດຂອງ ວິກິດໂຄວິດ-19 ຂະນະທີ່ຜູ້ຊ່ຽວ ຊານຄາດວ່າ ສາຍການບິນສ່ວນໃຫຍ່ທົ່ວໂລກສ່ຽງລົ້ມລະລາຍໃນທ້າຍເດືອນພຶດສະພາ ແຕ່ມີບາງສາຍການບິນທີ່ລົ້ມລະລາຍໄປ ແລ້ວໃນໄລຍະ 2 ເດືອນທີ່ຜ່ານມາ.

ຍອດຜະລິດ-ຂາຍລົດໃນຫວຽດນາມຫຼຸດລົງ

ສສ ຫວຽດນາມ ມີຈຳນວນລົດຄ້າງ ສາງເພີ່ມຂຶ້ນເປັນສອງເທົ່າ ຈາກຄວາມຕ້ອງການທີ່ຫຼຸດລົງຈາກຜົນກະທົບໂຄວິດ-19 ຂະນະທີ່ຍອດຜະລິດລົດໄຕມາດທຳອິດຫຼຸດລົງ 52.500 ຄັນ ຕໍ່າສຸດໃນຮອບ 5 ປີ ຈາກໂຕໂຢ ຕ້າ-ຟອດປິດໂຮງງານຊົ່ວຄາວຕາມຄຳສັ່ງ ຂອງລັດຖະບານ ຂະນະຍອດນໍາເຂົ້າລົດໃນ ໄລຍະ 4 ເດືອນຫຼຸດລົງ 30%.

ສ.ເກົາຫຼີພົບຜູ້ຕິດເຊື້ອໂຄວິດສູງສຸດໃນຮອບ 1 ເດືອນ

  ທາງການ ສ.ເກົາຫຼີ ລາຍງານໃນວັນທີ 10 ພຶດສະພາຜ່ານມາວ່າພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 34 ຄົນນັບເປັນຕົວເລກຜູ້ຕິດເຊື້ອລາຍວັນສູງທີ່ສຸດໃນຮອບ 1 ເດືອນຫຼັງຈາກພົບການລະບາດໃນກຸ່ມສະຖານທີ່ບັນເທີງທີ່ມີຄົນເຈັບຕິດເຊື້ອໂຄວິດ-19 ຄົນ ໜຶ່ງໄປທ່ຽວ.

ສປຊ ຮຽກຮ້ອງເພີ່ມເງິນຊ່ວຍເຫຼືອປະເທດທຸກຍາກ

  ສະຫະປະຊາຊາດ (ສປຊ) ຫຼືຢູເອັນຮຽກຮ້ອງໃຫ້ເພີ່ມບ້ວງເງິນຊ່ວຍເຫຼືອປະເທດ ແລະເຂດແຄວ້ນທີ່ທຸກຍາກໃນການຮັບມືກັບການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂຶ້ນເປັນ 6,7 ຕື້ໂດລາສະຫະລັດ ຈາກເມື່ອກ່ອນເຄີຍຮຽກຮ້ອງໃຫ້ຕັ້ງກອງທຶນ 2 ຕື້ໂດລາ ສະຫະລັດ.

ລາຄາອາຫານໂລກຫຼຸດລົງ 3 ເດືອນຕິດຕໍ່ກັນ

 ອົງການສະບຽງອາຫານ ແລະກະສິກຳແຫ່ງສະຫະປະຊາຊາດ (FAO) ໃຫ້ຮູ້ວ່າ: ລາຄາສະບຽງອາຫານໂລກໄດ້ຫຼຸດລົງເປັນເດືອນທີ 3 ຢ່າງຕໍ່ເນື່ອງໃນເດືອນເມສາຜ່ານມາຍ້ອນຜົນກະທົບຈາກພະຍາດໂຄວິດ-19 ສົ່ງຜົນເຖິງເສດຖະກິດ.