ຕິດເຊື້ອໂຄວິດ-19 ທົ່ວໂລກຫຼຸດລົງ ແຕ່ຕົວເລກການຕາຍຄົງທີ່

ຈຳນວນຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ໃນທົ່ວໂລກເມື່ອສັບປະດາຜ່ານມາ ມີປະມານ 16 ລ້ານຄົນ, ຊຶ່ງຫຼຸດລົງປະມານ 19%. ຂະນະທີ່ຈໍານວນຜູ້ເສຍຊີວິດຍັງຄົງຢູ່ໃນລະດັບຄົງທີ່ປະມານ 75 ພັນລາຍ.

 

ຕິດໂຄວິດລາຍວັນ ດັນສະຖິຕິໃໝ່ໃນອິນໂດນີເຊຍສູງສຸດເປັນປະຫວັດການ

ອິນໂດນີເຊຍ ພົບຜູ້ຕິດເຊື້ອໃນທົ່ວປະເທດຫຼາຍກວ່າ 57 ພັນຄົນ, ຊຶ່ງເປັນຕົວເລກຕິດເຊື້ອໃໝ່ໃນໄລຍະ 24 ຊົ່ວໂມງ ທີ່ນັບມາເຖິງວັນທີ 15 ກຸມພາ 2022, ສະຖິຕິດັ່ງກ່າວຖືເປັນການຕິດເຊື້ອລາຍວັນສູງສຸດຕັ້ງແຕ່ເກີດການລະບາດຢູ່ໃນປະເທດ.

ໂຄອາລາ ເຫຼືອບໍ່ເຖິງ1 ແສນໂຕ ມີຊື່ໂພ່ບັນຊີສັດໃກ້ສູນພັນ

ລັດຖະບານອອສເຕຣເລຍ, ຂຶ້ນບັນຊີ ໂຄອາລາ ທົ່ວພູມີພາກແຄມຝັ່ງຕາເວັນອອກຂອງປະເທດ ເປັນ “ສັດໃກ້ສູນພັນ” ຢ່າງເປັນທາງການແລ້ວ.

ສ.ເກົາຫຼີ ສັກວັຄຊີນເຂັມ 4 ໃຫ້ປະຊາກອນກຸ່ມສ່ຽງ

ໜ່ວຍງານດ້ານສາທາລະນະສຸກຂອງ ສ.ເກົາຫຼີ, ໄດ້ເລີ່ມສັກວັຄຊີນໂຄວິດ-19 ເຂັມທີ 4ຫຼື ເຂັມກະຕຸ້ນທີສອງໃຫ້ປະຊາກອນອາຍຸສູງ ແລະຜູ້ມີບັນຫາລະບົບພູມຄຸ້ມກັນ; ແຕ່ນອກເໜືອຈາກກຸ່ມຄົນເຫຼົ່ານັ້ນ, ແມ່ນຍັງບໍ່ທັນແນະນຳໃຫ້ບູສເຕີຣ໌ເຂັມທີ 2 ເທື່ອ.

ມື້ອື່ນ ຫວຽດນາມ ຍົກເລີກມາດຕະການຈຳກັດຖ້ຽວບິນ

ເລີ່ມແຕ່ວັນທີ 15 ກຸມພາ 2022 ເປັນຕົ້ນໄປ, ສສ ຫວຽດນາມ ຈະຍົກເລີກມາດຕະການຈຳກັດຈຳນວນຖ້ຽວບິນ ເຂົ້າ-ອອກ ລະຫວ່າງປະເທດຂອງສາຍການບິນທຸກແຫ່ງ.

ປ່ວຍລາຍວັນກວ່າ 50 ພັນຄົນ ຍູ້ສະຖິຕິຕິດເຊື້ອໃໝ່ສູງສຸດໃນ ສ.ເກົາຫຼີ

ຜູ້ປ່ວຍໂຄວິດ-19ໃນ ສ.ເກົາຫຼີ ພຸ່ງເປັນສະຖິຕິໃໝ່ຫຼາຍກວ່າ 50 ພັນຄົນ ຕໍ່ວັນ, ທ່າມກາງການລະບາດຢ່າງໄວວາຂອງເຊື້ອ ”ໂອມິຄຣອນ” ຂະນະທີ່ຜູ້ຕິດເຊື້ອໃໝ່ທີ່ບໍ່ສະແດງອາການ ແລະສະແດງອາການແບບໜ້ອຍ, ກໍມີຕົວເລກຫຼາຍກວ່າ 1,7 ແສນຄົນ ທີ່ພາກັນປິ່ນປົວຕົນເອງຢູ່ເຮືອນ.

ຈີນຄູ່ຄ້າອັນດັບ 1 ຂອງ ລາວ

ໝາກຜົນຈາກຄວາມສໍາເລັດຂອງໂຄງການທາງລົດໄຟລາວ-ຈີນ, ໄດ້ເຮັດໃຫ້ການຄ້າແລະການຂົນສົ່ງທາງລົດໄຟຄຶກຄື້ນເປັນພິເສດ, 

ປະຊາກອນຂອງພູມີພາກແຫຼມແອຟຣິກາ ກຳລັງຫິວໂຫຍຮຸນແຮງ

ໜ່ວຍງານດ້ານອາຫານຂອງສະຫະປະຊາຊາດ, ສະແດງຄວາມກັງວົນຕໍ່ພາວະຂາດແຄນອາຫານຢ່າງໜັກໃນພູມີພາກແຫຼມແອຟຣິກາ ຫຼື ແອຟຣິກາຕາເວັນອອກສຽງເໜືອ, ຊຶ່ງປະຊາກອນໃນພື້ນທີ່ຫຼາຍກວ່າ 13 ລ້ານຄົນ ພວມທົນທຸກທໍລະມານກັບສະພາບອຶດຫິວອາຫານໃນລະດັບຮຸນແຮງ.

ຕາຍລາຍວັນເພາະໂຄວິດໃນຍີ່ປຸ່ນພຸ່ງສູງສຸດ

ມື້ວານນີ້, ມີການເປີດເຜີຍລາຍງາຍຕົວເລກການຕາຍລາຍວັນອັນເນື່ອງມາຈາກເຊື້ອພະຍາດໂຄວິດ-19 ໃນຮອບ 24 ຊົ່ວໂມງຜ່ານມາ,ຊຶ່ງຂ້າຊີວິດຊາວຍີ່ປຸ່ນໄປເຖິງ 155 ລາຍ ແລະ ນັບເປັນສະຖິຕິຕາຍລາຍວັນສູງສຸດນັບຕັ້ງແຕ່ເກີດສະພາບລະບາດຮອບທຳອິດເມື່ອຕົ້ນປີ 2020.

 

ສາທາລະນະສຸກທົ່ວໂລກ ຍັງຄົງຖືກກະທົບໜັກຈາກໂຄວິດ

ຜົນການສຳຫຼວດຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າ: ລະບົບສາທາລະນະສຸກພື້ນຖານ 92% ໃນ 129 ປະເທດທີ່ມີການເກັບຂໍ້ມູນ, ຍັງຄົງຖືກແຮງຕ້ານທານຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19.