ອິນເດຍຈະໃຫ້ເອກະຊົນຮ່ວມບໍລິຫານລົດໄຟ

  ລັດຖະບານອິນເດຍຈະໃຫ້ຂະແໜງເອກະຊົນເຂົ້າມາຮ່ວມບໍລິຫານລະບົບການລົດໄຟແຫ່ງຊາດທີ່ເກົ່າແກ່ ແລະຂາດທຶນເປັນເທື່ອທຳອິດ.

ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດ 21 ຕື້ໂດລາ

9 ເດືອນຜ່ານມາ, ໄດ້ມີ 111 ປະເທດ ແລະເຂດແຄ້ວນມາລົງທຶນຢູ່ ສສ ຫວຽດນາມ ຊຶ່ງສາມາດດຶງດູດເງິນລົງທຶນຈາກຕ່າງປະເທດຫຼາຍກວ່າ 21 ຕື້ໂດລາສະຫະລັດ.

ອາເມລິກາ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2035

 ຊານຟຣານຊີສໂກ ລັດແຄລິຟໍເນຍ ຂອງອາເມລິກາຈະຫ້າມຂາຍລົດທີ່ໃຊ້ນ້ຳມັນພາຍໃນປີ 2035 ເປັນຕົ້ນໄປ ເພື່ອແກ້ໄຂການປ່ຽນແປງສະພາບພູມອາກາດ.

ອີລອນ ມັສ ຄິດຄົ້ນແບັດເຕີຣີທີ່ມີພະລັງ 500%

 ທ່ານ ອີລອນ ມັສ ປະທານເຈົ້າໜ້າທີ່ບໍລິຫານ ເທສລາ ເປີດໂຕ ນະວັດຕະກຳເຕັກໂນໂລຊີແບັດເຕີຣີລົດໄຟຟ້າຮູບແບບໃໝ່ໃນງານແບັດເຕີຣີ ໂດຍອ້າງວ່າ ຈະເປັນການປະຕິວັດລົດໄຟຟ້າທີ່ສາມາດເພີ່ມປະສິດທິພາບຂອງລາຄາລົດໄຟຟ້າ ໃນລາຄາຖືກລົງ.

ຫວຽດນາມ ສົ່ງເສີມການທ່ອງທ່ຽວຄືນໃໝ່

 ປະຈຸບັນ, ຂະແໜງການທ່ອງທ່ຽວພວມຄົ້ນຄວ້າ, ທາບທາມວິທີການສົ່ງເສີມການທ່ອງທ່ຽວຢ່າງມີປະສິດທິຜົນຈາກບາງປະເທດໃນໂລກ.

ຣັດເຊຍຈະສົ່ງຢາປິ່ນປົວໂຄວິດໃຫ້ອີກ 17 ປະເທດ

ກອງທຶນຄວາມໝັ້ນຄົງແຫ່ງຊາດຂອງຣັດເຊຍ ແລະເຄມຣາບໍ ລິສັດຢາ ແລະເຕັກໂນໂລຊີຊີວະພາບຂອງຣັດເຊຍຈະຈັດສົ່ງອາວີຟາເວຍ (Avifavir) ຢາປິ່ນປົວພະຍາດໂຄວິດໃຫ້ອີກ 17 ປະເທດຫຼັງຈາກຈັດສົ່ງໄປແລ້ວ 6 ປະເທດ.

ໂຄວິດຈະເຮັດໃຫ້ອາເມລິກາມີໜີ້ເກືອບ 2 ເທົ່າຂອງຈີດີພີ

    ສຳນັກງານງົບປະມານອາເມລິກາລະບຸວ່າພາວະຖົດຖອຍຈາກການລະບາດຂອງເຊື້ອໂຄວິດຈະເຮັດໃຫ້ອາເມລິກາມີໜີ້ສູງເກືອບ 2 ເທົ່າຂອງຈີດີພີພາຍໃນປີ 2050.

ຟິລິບປິນ ຂະຫຍາຍການປະກາດໄພພິບັດອີກ 1 ປີ

 ປະທານາທິບໍດີຟິລິບປິນ ຂະຫຍາຍການປະກາດໄພພິບັດອອກໄປອີກ 1 ປີ ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ຈີນ ຈະນຳເຂົ້າຖົ່ວດິນຫຼາຍທີ່ສຸດໃນໂລກ

   ທ່ານ ຫຣົງ ເວ່ຍຕົງ ຮອງປະທານຫໍການຄ້ານຳເຂົ້າ-ສົ່ງອອກອາຫານ ແລະສັດລ້ຽງຂອງ ສປ ຈີນ ລະບຸວ່າ: ຄາດວ່າປີນີ້ຈີນຈະນຳເຂົ້າຖົ່ວດິນເຖິງ 1,4 ລ້ານໂຕນ ຈະກາຍເປັນປະເທດທີ່ນໍາເຂົ້າຖົ່ວດິນຈໍານວນຫຼາຍທີ່ສຸດໃນໂລກ.

ອາຄານທີ່ຢູ່ອາໄສ ຖະຫຼົ່ມໃນອິນເດຍເສຍຊີວິດ 13 ຄົນ

  ວັນທີ 21 ກັນຍາທີ່ຜ່ານມາ ເກີດເຫດອາຄານທີ່ຢູ່ອາໄສສູງ 4 ຊັ້ນໃນອິນເດຍໄດ້ຖະຫຼົ່ມໃນນອກນະຄອນມູມໄບ ລັດມະຫາຣາບຣະທາງພາກກາງຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະໄດ້ຮັບບາດເຈັບ 11 ຄົນ.