ສຳນັກງານຕຳຫຼວດແຫ່ງ ຊາດເປຣູຖະແຫຼງການຈັບກຸມ ໂຮງງານຜະລິດເງິນໂດລາສະຫະ ລັດປອມ ແລະຢຶດຂອງກາງທະນະບັດປອມ ລວມມູນຄ່າ 15 ລ້ານ ໂດລາສະຫະລັດ ຈາກເຮືອນຜູ້ຕ້ອງສົງໄສໃນເຂດນະຄອນຫຼວງລິມາ.
ລັດຖະບານ ສສ ຫວຽດນາມ ຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.
ຄາດວ່າ ໃນອີກ 2-3 ອາທິດຕໍ່ໜ້າຈະຮູ້ຜົນການຕອບສະໜອງຂອງພູມຄຸ້ມກັນ ແລະຄວາມປອດໄພໂດຍຜົນວິໄຈໃນເບື້ອງຕົ້ນນີ້ເປັນຄວາມຮ່ວມມືຂອງບັນດານັກວິທະຍາ ສາດຂອງບໍລິສັດ VABIOTECH ແລະມະຫາວິທະຍາໄລ Bristol ຂອງອັງກິດ
ໃນບົດກ່າວປາໄສສະບັບໜຶ່ງໃນວັນທີ 3 ພຶດສະພາທີ່ຜ່ານມາທ່ານ Chan Chun Sing ລັດຖະມົນຕີກະຊວງການຄ້າ ແລະອຸດສາຫະກຳສິງກະໂປໄດ້ຢັ້ງຢືນວ່າສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຈະໄດ້ຮັບການລົງນາມໃນທ້າຍປີນີ້.
ທາງການມາເລເຊຍກຳລັງກວດຈັບແຮງງານທີ່ຜິດກົດໝາຍ (ແຮງງານເຖື່ອນ) ເພື່ອຢັບຢັ້ງພະຍາດຕິດແປດໂຄວິດ-19 ທີ່ກຳລັງລະບາດຮຸນແຮງໃນປະຈຸບັນນີ້.
ວັນທີ 3 ພຶດສະພາທີ່ຜ່ານ ມາເກີດເຫດຝົນຕົກໜັກຕິດຕໍ່ກັນ ຫຼາຍວັນເຮັດໃຫ້ນໍ້າຖ້ວມ 29 ເຂດ ທົ່ວປະເທດຂອງເຄນຢາມີລາຍ ງານພົບຜູ້ເສຍຊີວິດແລ້ວຢ່າງ ໜ້ອຍ 116 ຄົນ.
ກອງທຶນການເງິນສາກົນ (ໄອເອັມເອຟ) ອະນຸມັດເງິນຊ່ວຍ ເຫຼືອສຸກເສີນໃຫ້ກັບເອກວາດໍ ຈຳນວນ 643 ລ້ານໂດລາສະຫະລັດ ເພື່ອຕໍ່ສູ້ກັບເຊື້ອພະຍາດໂຄວິດ-19.
ລັດຖະບານອາເມລິກາ ຊ່ວຍເຫຼືອ ສສ ຫວຽດນາມ 9,5 ລ້ານໂດລາສະຫະລັດເພື່ອຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19
ຣັດເຊຍລາຍງານໃນວັນທີ 3 ພຶດສະພາວ່າຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ທຸບສະຖິຕິອີກຄັ້ງໜຶ່ງໂດຍວັນດຽວຕິດເຊື້ອເພີ່ມຫຼາຍກວ່າ 10.600 ຄົນ.
ວັນທີ 29 ເມສາທີ່ຜ່ານມາເກີດເຫດລະເບີດລົດບັນທຸກນໍ້າມັນຢູ່ຊີຣີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະບາດເຈັບຈຳນວນຫຼາຍ.