ຟີລິບປິນ ຂຶ້ນທະບຽນສຸກເສີນວັກແຊງໂນວາແວກ

ຄະນະກຳມະການອາຫານ ແລະຢາຂອງຟີລິບປິນໄດ້ຂຶ້ນທະບຽນເປັນກໍລະນີສຸກເສີນສຳລັບວັກແຊງປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາດ້ວຍເຕັກໂນໂລຊີ ໂປຕິນຊັບຢູນິດຂອງບໍລິສັດໂນວາແວກ ຈາກອາເມລິກາ.

ຢາປິ່ນປົວໂຄວິດ ເຈເອສ 016 ຂອງຈີນ ເລີ່ມທົດລອງໃນມະນຸດແລ້ວ

ຢາຕ້ານໄວຣັດສຳລັບປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ເຈເອສ 016 ຂອງສປ ຈີນ ເລີ່ມເຂົ້າສູ່ການທົດລອງທາງຄລິນິກໄລຍະທີ່ 3 ໃນຕ່າງປະເທດແລ້ວ.

ອົງການອະນາໄມໂລກເປັນຫ່ວງ ຍອດຜູ້ຕິດເຊື້ອໂຄວິດໃນເອີຣົບເພີ່ມຂຶ້ນ

ອົງການອະນາໄມໂລກອອກມາສະແດງຄວາມວິຕົກກັງວົນຕໍ່ການແຜ່ລະບາດຮອບໃໝ່ຂອງໂຄວິດ-19 ໃນເອີຣົບ ຫຼັງຈາກຈຳນວນຜູ້ຕິດເຊື້ອລາຍວັນໃນຫຼາຍປະເທດເພີ່ມສູງຂຶ້ນຈົນຕ້ອງກັບມາປະກາດມາດຕະການຄວບຄຸມຮອບໃໝ່ໃນຫຼາຍປະເທດ.

ການ​ລົງ​ທຶນ​​ລະ​ຫວ່າງ​ຈີນ​ ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 300 ຕື້​ໂດ​ລາ​ສະ​ຫະ​ລັດ ​ໃນ​ຮອບ 30 ປີ​ມາ​ນີ້

ປີ 2021 ແມ່ນ​ປີ​ທີ່​ຈີນ ​ແລະ​ອາ​ຊຽນ​ສ້າງ​​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ ແລະ​ອາ​ຊຽນ​ໄດ້​ຂະ​ຫຍາຍ​​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງໄດ້​ປາ​ກົດ​ມີ​ພະ​ລັງ​ຊີ​ວິດ​ໃໝ່​ເລື້ອຍໆ ແລະປະ​ສົບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ.

ຈີນ-ອາຊຽນ ໄດ້ເປັນການອະທິບາຍເນື້ອໃນອັນເລິກເຊິ່ງຂອງການສ້າງປະຊາຄົມ ຮ່ວມຊາຕາກຳດ້ວຍການກະທຳຕົວຈິງ

ປີນີ້ແມ່ນປີທີ່ຈີນ ແລະອາຊຽນສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ, ວັນທີ 22 ພະຈິກນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມທັງເປັນປະທານພິທີສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນ ຄົບຮອບ 30 ປີ.

ໄຟເຊີຈະແຈກສູດຢາເມັດຕ້ານໂຄວິດໃຫ້ 95 ປະເທດ

  ໄຟເຊີ (Pfizer) ໄດ້ປະກາດບັນລຸຂໍ້ຕົກລົງກັບ Medicines Patent Pool (MPP) ອົງການສິດທິບັດຢາໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດ ເພື່ອເພີ່ມທະວີການເຂົ້າເຖິງຢາຕ້ານໂຄວິດ-19 ຂອງບໍລິສັດໃນ 95 ປະເທດຖານະປານກາງ-ທຸກຍາກ.

ຫວຽດນາມ ສົ່ງອອກເກີນດຸນ 125 ລ້ານໂດລາ

ຕົວເລກຫຼ້າສຸດທີ່ກົມໃຫຍ່ພາສີປະກາດໄດ້ໃຫ້ເຫັນວ່າໃນເດືອນຕຸລາ 2021 ລວມມູນຄ່າສົ່ງອອກ-ນຳເຂົ້າສິນຄ້າທົ່ວປະເທດບັນລຸ 55 ຕື້ໂດລາສະຫະລັດເພີ່ມຂຶ້ນ 2,4ເມື່ອທຽບໃສ່ເດືອນທີ່ຜ່ານມາດຸນການຄ້າສ່ວນເກີນບັນລຸ  2,74 ຕື້ໂດລາ.

6 ບໍລິສັດຈະຢຸດຜະລິດລົດນຳໃຊ້ນໍ້າມັນໃນປີ 2040

ບໍລິສັດຜູ້ຜະລິດລົດແຖວໜ້າໃນໂລກຈະຢຸດຜະລິດລົດນຳໃຊ້ນໍ້າມັນພາຍໃນປີ 2040 ຊຶ່ງນັບວ່າເປັນອີກໜຶ່ງຄວາມທ້າທາຍໃນການປ່ຽນໄປສູ່ການປ່ອຍມົນລະມິດເປັນສູນໃນອະນາຄົດ.

ທົ່ວໂລກມີຜູ້ຕິດເຊື້ອໂຄວິດຫຼາຍກວ່າ 251 ລ້ານຄົນ

ໃນສະພາບການໂລກລະບາດໂຄວິດ-19 ັງແຜ່ລະບາດໃນທົ່ວໂລກມີຫຼາຍປະເທດສືບຕໍ່ຜັນຂະຫຍາຍບັນດາມາດຕະການຈຳກັດເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19.

ການຄ້າເສລີ ຈະຊ່ວຍຟື້ນຟູເສດຖະກິດຈາກໂຄວິດ

ລັດຖະມົນຕີການຄ້າ ແລະລັດຖະມົນຕີຕ່າງປະເທດກຸ່ມການຮ່ວມມືທາງເສດຖະກິດໃນພາກພື້ນອາຊີປາຊີຟິກ (APEC) ໄດ້ຕົກລົງໃນກອງປະຊຸມທາງໄກວ່າການຄ້າເສລີ ແລະເສດຖະກິດແບບເປີດຈະຂັບເຄື່ອນເອເປັກໃຫ້ຟື້ນຕົວຈາກການແຜ່ລະບາດຂອງໂຄວິດ-19.