ເກີດເຫດນໍ້າຖ້ວມ-ດິນເຈື່ອນຢູ່ອິນເດຍເສຍຊີວິດ 25 ຄົນ

  ເກີດເຫດຝົນຕົກໜັກຢ່າງຕໍ່ເນື່ອງນັບຕັ້ງແຕ່ວັນທີ 16 ຕຸລາ ຈົນມາເຖິງວັນທີ 17 ຕຸລາທີ່ຜ່ານມາ ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະດິນເຈື່ອນໃນຫຼາຍພື້ນທີ່ຂອງລັດທາງພາກໃຕ້ຂອງປະເທດ.

ອາເມລິກາ ຖິ້ມວັກແຊງຫຼາຍກວ່າ 15 ລ້ານຫຼອດ

  ອີງຕາມຂໍ້ມູນຈາກມະຫາວິທະຍາໄລຈອນສ ຮອບກິນຂອງອາເມລິກາ, ມາຮອດເວລາ 4 ໂມງ 21 ນາທີຂອງວັນທີ 17 ຕຸລານີ້ຕາມເວລາວຽງຈັນ, ຢູ່ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 44.910.656 ກໍລະນີ, ມີຜູ້ເສຍຊີວິດແລ້ວ 724.122 ກໍລະນີ.

ໂຮນລັງ ຄິດຄົ້ນເຕັກໂນໂລຊີສັກຢາແບບບໍ່ມີເຂັມ

  ຄະນະນັກວິໄຈຂອງໂຮນລັງກຳລັງພັດທະນາເຕັກໂນໂລຊີເລເຊີສຳລັບສັກຢາເໝືອນບໍ່ມີຄວາມເຈັບປວດ ໂດຍເປັນການສັກຢາທີ່ບໍ່ແມ່ນເຂັມສັກຢາຈະຊ່ວຍຫຼຸດຄວາມຢ້ານເຂັມ ແລະຄວາມຮູ້ສຶກຈາກການເຈັກປວດຈາກການສັກຢາ.

ໄຟໄໝ້ອາຄານ 13 ຊັ້ນໃນໄຕ້ຫວັນ ເສຍຊີວິດ 46 ຄົນ

  ວັນທີ 14 ຕຸລາທີ່ຜ່ານມາ ເກີດເຫດໄຟໄໝ້ອາຄານສູງ 13 ຊັ້ນໃນໄຕ້ຫວັນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະໄດ້ຮັບບາດເຈັບຫຼາຍສິບຄົນ.
ຕາມຂ່າວຕ່າງປະເທດລາຍງານວ່າເກີດເຫດໄຟໄໝ້ອາຄານສູງ 13 ຊັ້ນ ໃນເມືອງເກົາສົງຕັ້ງຢູ່ທາງພາກໃຕ້ຂອງໄຕ້ຫວັນ(ຈີນ)ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະ

ວັກແຊງໂຄວິດໃນປະເທດພັດທະນາ ສ່ຽງໝົດອາຍຸ 240 ລ້ານໂດສ

  ວາລະສານ ນິກເຄອິ ອາຊີ (Nikkei Asia) ຂອງຍີ່ປຸ່ນລະບຸວ່າ: ກຸ່ມປະເທດພັດທະນາແລ້ວມີວັກແຊງປ້ອງກັນພະຍາດໂຄວິດ-19 ຫຼາຍຮ້ອຍລ້ານໂດສມີຄວາມສ່ຽງໝົດອາຍຸກ່ອນສົ່ງມອບໃຫ້ປະເທດພວມພັດທະນາທີ່ຜະເຊີນກັບບັນຫາໃຫຍ່ດ້ານການຈັດຫາວັກແຊງ.

ເກີດເຫດລົດເມຕົກເຫວຢູ່ເນປານເສຍຊີວິດ 28 ຄົນ

  ວັນທີ 13 ຕຸລາທີ່ຜ່ານມາ ເກີດອຸບັດຕິເຫດລົດເມຕົກເຫວເລິກຫຼາຍຮ້ອຍແມັດ ໃນພື້ນທີ່ຫ່າງໄກທາງຕາເວັນຕົກສຽງເໜືອຂອງ ເນປານ ເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະໄດ້ຮັບບາດເຈັບຫຼາຍຄົນ.

ອິດສະຣາແອນ ທົດລອງໂດຣນ ສົ່ງອາຫານຄັ້ງທຳອິດ

   ອິດສະຣາແອນເລີ່ມດຳ ເນີນການທົດລອງເຮືອບິນບໍ່ມີຄົນຂັບ (ໂດຣນ) ເພື່ອສົ່ງພັດສະດຸໃຫ້ແກ່ລູກຄ້າເປັນຄັ້ງທຳອິດພາຍໃຕ້ໂຄງການລິເລີ່ມໂດຣນແຫ່ງຊາດ (National Drone Initia tive) ໄລຍະທີ 3 ໃນເມືອງເທລອາວິບທາງພາກກາງຂອງປະເທດ.

ທ່ານ ອີລອນ ມັສ ແຊັມລວຍທີ່ສຸດໃນໂລກ

  ທ່ານ ອີລອນ ມັສ ຂຶ້ນເປັນມະຫາເສດຖີຮັ່ງມີທີ່ສຸດເປັນອັນດັບ 1 ຂອງໂລກ ດ້ວຍຊັບສິນມູນຄ່າ 222 ຕື້ໂດລາສະຫະລັດ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ທ່ານ ອີລອນ ມັສ ປະທານຂອງສະເປຊເອັກໄດ້ກາຍເປັນບຸກຄົນທີ່ລວຍທີ່ສຸດໃນໂລກແທນທີ່ທ່ານ ເຈຟ ເບຊອສ ຜູ້ກໍ່ຕັ້ງອາເມຊອນ

ຣັດເຊຍ ກຽມທົດລອງວັກແຊງ ສະປຸດນິກວີແບບພົ່ນ

 ສະຖາບັນກາມາເລຢາ ຂອງຣັດເຊຍ ກຽມທົດລອງປະສິດທິພາບຂອງວັກແຊງສະປຸດນິກວີຊະນິດພົ່ນກັບອາສາສະໝັກຜູ້ໃຫຍ່.

 ຕາມຂ່າວຕ່າງປະເທດລາຍງານວ່າ: ສະຖາບັນວິໄຈດ້ານລະບາດວິທະຍາແຫ່ງຊາດຫລືສະຖາບັນກາມາເລຢາຜູ້ຄົ້ນຄວ້າ ແລະພັດທະນາວັກແຊງສະປຸດນິກວີ ແລະສະປຸດ

ໜີ້ສິນທົ່ວໂລກອາດເພີ່ມຂຶ້ນເຖິງ 260%

  ໜີ້ສິນທົ່ວໂລກອາດເພີ່ມຂຶ້ນສູງເຖິງ 300 ພັນຕື້ໂດລາສະຫະລັດ ຫຼື ຈຸລະດັບ 260% ຂອງຈີດີພີ ໂລກພາຍໃນທ້າຍປີ 2021 ນີ້.

  ຕາມຂ່າວຕ່າງປະເທດລາຍງານວ່າ: ບໍລິສັດເອສແອນພີ ໂກລບອນ ເຣດຕິ້ງ ສະຖາບັນຈັດອັນດັບຄວາມໜ້າເຊື່ອຖືຂອງໂລກລະບຸວ່າໜີ້ ສິນທົ່ວໂລກອາດເພີ່ມຂຶ້ນສູງເຖິງ