ຣັດເຊຍທົດລອງລູກສອນໄຟຕໍ່ຕ້ານຂີປະນາວຸດລຸ້ນໃໝ່ສຳເລັດ

   ວັນທີ 26 ພະຈິກທີ່ຜ່ານມາກອງກຳລັງການບິນ ແລະອາວະກາດຣັດເຊຍປະກາດປະສົບຄວາມສຳເລັດອີກຄັ້ງໃນການທົດລອງລູກສອນໄຟໃໝ່ທີ່ມີລະບົບຕໍ່ຕ້ານຂີປະນາວຸດລຸ້ນໃໝ່ຫຼ້າສຸດໃນສະຖານທີ່ຍິງ ຊາຣີ-ຊາກັນ ຂອງຄາຊັກສະຖານ.

ອຸຍນິເຊຟ ຈະສົ່ງວັກແຊງໂຄວິດໃຫ້ປະເທດທຸກຍາກປີໜ້າ

  ອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼືອຸຍນິ ເຊຟ (UNICEF) ຈະຈັດສົ່ງວັກແຊງປ້ອງກັນພະຍາດໂຄວິດ-19 ເກືອບ 2 ຕື້ໂດສ ໃຫ້ແກ່ກຸ່ມປະເທດທຸກຍາກໃນປີໜ້າ.

ໂຮນລັງ ຂ້າໄກ່ເກືອບ 2 ແສນໂຕ ຍ້ອນໄຂ້ຫວັດສັດປີກລະບາດ

   ເມື່ອຕົ້ນເດືອນພະຈິກຜ່ານມາກະຊວງກະສິກຳໂຮງລັງໄດ້ກຳຈັດໄກ່ປະມານ 190.000 ໂຕ, ຫຼັງຈາກພະຍາດໄຂ້ຫວັດສັດປີກແຜ່ລະບາດຢູ່ຟາມແຫ່ງໜຶ່ງໃນເມືອງປຸຍລິກທາງພາກຕາເວັນອອກຂອງປະເທດນີ້.

ໜຸ່ມສາວຣັດເຊຍດື່ມແອລກໍຮໍຂ້າເຊື້ອເສຍຊີວິດ 7 ຄົນ

  ຈຸດຈົບຂອງສາຍເມົາ! ເຫດການເກີດຂຶ້ນຢູ່ຣັດເຊຍປະຊາຊົນພາກັນດື່ມເຫຼົ້າໝົດແລ້ວພາກັນຫັນດື່ມແອລກໍຮໍຂ້າເຊື້ອເສຍຊີວິດ 7 ຄົນ ແລະອີກ 2 ຄົນອາການໜັກ.

  ຜູ້ອຳນວຍການອົງການອະນາໄມໂລກເຕືອນວັກແຊງໂຄວິດ-19 ທີ່ຫຼາຍບໍລິສັດພັດທະນາໃກ້ສຳເລັດອາດບໍ່ແມ່ນສິ່ງສຸດທ້າຍທີ່ເຮັດໃຫ້ວິກິດໂຄວິດລະບາດສິ້ນສຸດລົງໄດ້ໂດຍເນັ້ນວ່າໄວຣັດໂຄວິດຍັງຢູ່ອີກດົນ.

 

ຫ້ອງການໆຄ້າອາເມລິກາລະບຸວ່າອາເມລິກາຖືກປະຖິ້ມໄວ້ເບື້ອງຫຼັງຫຼັງຈາກປະເທດອາຊີຮ່ວມກັນລົງນາມຂໍ້ຕົກລົງຮຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (ອາເຊັບກຸ່ມການຄ້າທີ່ໃຫຍ່ທີ່ສຸດໃນໂລກ.

 

   ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຂອງຣັດເຊຍອະນຸມັດຄຳສັ່ງປະຕິຮູບການບໍລິຫານປົກຄອງ (governance reform) ໂດຍເລີ່ມມີຜົນຕັ້ງແຕ່ວັນ ທີ 1 ເດືອນມັງກອນປີ 2021.

 

ຫວຽດນາມເນັ້ນໃຊ້ມາດຕະການຕ້ານໂຄວິດຫຼາຍກວ່າວັກແຊງ

 ທາງການ ສສ ຫວຽດນາມ ເປີດເຜີຍໃນເມື່ອບໍ່ດົນມານີ້ວ່າຈະໃຫ້ຄວາມສຳຄັນກັບມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ຫຼາຍກວ່າການຈັດຫາວັກແຊງປ້ອງກັນໂຄວິດທີ່ມີລາຄາແພງ ແລະອາດມີອັນຕະລາຍ.

ທ່ານ ໄບເດນ ວ່າທີ່ປະທານາທິບໍດີ ອາເມລິກາຄົນທີ 46

  ທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີອາເມລິກາ ຄົນທີ 46 ກຽມຈັດຕັ້ງລັດຖະບານຊຸດໃໝ່ເພື່ອເຮັດໃຫ້ວຽກງານຂອງລັດຖະບານຊຸດໃໝ່ເປັນໄປຢ່າງຮຽບຮ້ອຍ ແລະມີຄວາມຕໍ່ເນື່ອງໂດຍທ່ານ ໄບເດນ ມຸ້ງໝັ້ນຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ແລະຊຸກຍູ້ແຜນກະຕຸ້ນເສດຖະກິດສະບັບໃໝ່.

ຍອດສົ່ງອອກຈີນເພີ່ມສູງຂຶ້ນ 11,4%

 ສຳນັກງານພາສີອາກອນ ສປ ຈີນ ເປີດເຜີຍວ່າຍອດສົ່ງອອກຂອງຈີນຂະຫຍາຍຕົວສູງສຸດໃນຮອບ 19 ເດືອນໃນເດືອນຕຸລາ ແລະການນໍາເຂົ້າຂະຫຍາຍຕົວເຂັ້ມແຂງເຊັນກັນຂະນະທີ່ເສດຖະກິດຈີນຍັງຟື້ນຕົວຈາກຜົນກະທົບຂອງເຊື້ອໂຄວິດ-19 ເມື່ອຕົ້ນປີນີ້.