ຊຳຊຸງອາດຈະເປີດໂຕມືຖືພັບໄດ້ທັງໝົດ 4 ລຸ້ນພາຍໃນປີ 2021

  ສຳນັກຂ່າວ ETNews ໃນສ.ເກົາຫຼີເປີດເຜີຍວ່າ Samsung ອາດຈະມີການເປີດໂຕມືຖືພັບໄດ້ທັງໝົດ 4 ລຸ້ນໃນປີ 2021 ຄາດວ່າຈະເປັນ Z Fold ແລະ Z Flip ຢ່າງລະ 2 ລຸ້ນຊຶ່ງ ສອດຄ່ອງກັບເລື່ອງຂອງການພັບໂຄງການພັດທະນາ Galaxy Note ໃນໄລຍະເວລາຖັດໄປເພາະລຸ້ນບົນສຸດຂອງ 

ທີ່ກອງປະຊຸມສະພານິຕິບັນຍັດຄັ້ງທີ 8 ໃນວັນທີ 7 ມັງກອນ ທີ່ຜ່ານມາ ທ່ານ ຄິມ ຈອງອຶນ ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ຈະທົບທວນຄວາມສຳພັນລະຫວ່າງ ສ.ເກົາຫຼີ ແລະໃຫ້ຄຳໝັ້ນທີ່ຈະຂະຫຍາຍຄວາມສຳພັນໂລກພາຍນອກແບບຄວບຄຸມ.

ລາຄາເຂົ້າແພງຫວຽດນາມຕ້ອງນໍາເຂົ້າຈາກຄູ່ແຂ່ງ

  ຜູ້ສົ່ງອອກເຂົ້າລາຍໃຫຍ່ຄື ສສ ຫວຽດນາມ ຍັງຕ້ອງພົບກັບສະຖານະການທີ່ໜ້າເປັນຫ່ວງເຖິງກັບຕ້ອງນໍາເຂົ້າເຂົ້າຈາກປະເທດຄູ່ແຂ່ງ.

ທົ່ວໂລກຕິດເຊື້ອໂຄວິດຫຼາຍກວ່າ 90 ລ້ານຄົນ

  ວັນທີ 10 ມັງກອນທີ່ຜ່ານມາຍອດຕິດເຊື້ອໂຄວິດ-19 ທົ່ວໂລກຢູ່ທີ່ 90 ລ້ານຄົນ ແລ້ວຂະນະທີ່ຍອດຜູ້ເສຍຊີວິດເກືອບ 2 ລ້ານຄົນ ໂດຍອາເມລິກາ, ອິນເດຍ, ບຣາຊິນພົບຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

 ກະຊວງສາທາລະນະສຸກກຳປູເຈຍລາຍງານສະຖານະການລະບາດຂອງພະຍາດໂຄວິດ-19 ວ່າ: ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ 2 ຄົນ ໂດຍທັງ 2 ເປັນແຮງງານຍິງທີ່ເດີນ ທາງກັບມາຈາກປະເທດໄທ.

ສຸດເສົ້າໂບອິ້ງ 737 ສາຍການບິນຂອງອິນໂດເນເຊຍຕົກສູນຫາຍຍົກລໍາ 62 ຊີວິດ

  ຍົນອິນໂດເນເຊຍຕົກສູນຫາຍຍົກລຳ 62 ຊີວິດເກີດເຫດສຸດເສົ້າມື້ວານ (9/1/2021)​ນີ້ເວລາ 14:40 ໂມງ ເຄື່ອງບິນ Sriwijaya Air boeing 737-500 ຈາກນະຄອນຫຼວງຈາກາຕາຂອງອິນໂດເນເຊຍ-ປອນເຕຍນັດ ຖ້ຽວບິນ SJ 182 ໄດ້ຂາດການຕິດຕໍ່ຈາກຈໍເລດາຫຼັງຂຶ້ນບິນໄດ້ 4 ນາທີ.

  ຝຣັ່ງວຸ່ນວາຍພາຍຫຼັງທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຂອງຝຣັ່ງຕິດເຊື້ອໂຄວິດທ່ານເລີ່ມກັກຕົວເອງ 7 ວັນ.

  ສຳນັກງານສະຖິຕິແຫ່ງຊາດຂອງສະຫະພາບເອີຣົບລາຍງານສະຖິຕິນັບເຖິງເດືອນຕຸລາທີ່ຜ່ານມາວ່າຈີນຍັງເປັນຄູ້ຄ້າອັນດັບໜຶ່ງຂອງສະຫະພາບເອີຣົບ (ອີຢູ) ໂດຍໄດ້ແຊງໜ້າອາເມລິກາ ແລະຄອງຕຳແໜ່ງນີ້ມາຕັ້ງແຕ່ເດືອນກໍລະກົດ.

   ສະພານິຕິບັນຍັດລະດັບສູງຂອງ ສສ ຫວຽດນາມອະນຸມັດການຍົກລະດັບເຂດຟູກ໊ວກໃນແຂວງກຽນຊາງ ຊຶ່ງຕັ້ງຢູ່ບໍລິເວນສາມຫຼຽມແມ່ນໍ້າຂອງໃຫ້ເປັນເມືອງເກາະແຫ່ງທຳອິດຂອງປະເທດໃນເດືອນມີນາປີໜ້າ.

   ສຳນັກຂ່າວ ເອເຄພີ ຂອງກຳປູເຈຍລາຍງານໃນວັນທີ 15 ທັນວາ ທີ່ຜ່ານມາວ່າປະຈຸບັນໝູ່ບ້ານໃນກຳປູເຈຍປະມານ 98% ສາມາດເຂົ້າເຖິງໄຟຟ້າແລ້ວ.