ຫວຽດນາມສົ່ງອອກກະສິກຳ-ສິນໃນນໍ້າ ບັນລຸ 33 ຕື້ໂດລາ

 ກະຊວງກະສິກຳ ແລະພັດທະນາຊົນນະບົດຂອງ ສສ ຫວຽດນາມ ຜັນຂະຫຍາຍການຂຸດຄົ້ນ ໂອກາດທີ່ໄດ້ຮັບຈາກບັນດາສົນທິສັນຍາການຄ້າເສລີຢ່າງຕັ້ງໜ້າ, ມີປະສິດທິຜົນ; ເພີ່ມທະວີບັນດາ ການເຄື່ອນໄຫວພັດທະນາການ ຕະຫຼາດ.

ໂຮນລັງເປີດໂຕເຮືອເກັບຂີ້ເຫຍື້ອໃນແມ່ນໍ້າ

ມູນນິທິ ໂອຊຽນ ຄລິນ ອັບ ຟາວເດຊັນ ຂອງໂຮນລັງທີ່ມີເປົ້າໝາຍໃນການຕໍ່ສູ້ກັບຂີ້ເຫຍື້ອພະລາສະຕິກໃນມະຫາສະໝຸດຕ່າງໆທົ່ວໂລກເປີດໂຕອຸປະກອນໃໝ່ການຢັບຢັ້ງຂີ້ເຫຍື້ອພະລາສະຕິກບໍ່ໃຫ້ລອຍຢູ່ທະເລດ້ວຍການເກັບຂີ້ເຫຍື້ອພະລາສະຕິກຈາກແມ່ນໍ້າສາຍສຳຄັນ.

ສິງກະໂປ ແຈກເງິນໂບນັສໃຫ້ປະຊາຊົນ 1,4 ລ້ານຄົນ

ກະຊວງການເງິນລະບຸວ່າ ປະຊາຊົນສິງກະໂປຫຼາຍກວ່າ 1,4 ລ້ານຄົນ ຈະໄດ້ຮັບເງິນໂບນັສຈາກລັດຖະບານໃນວາລະຄົບຮອບ 200 ປີ ຂອງການສ້າງຕັ້ງປະເທດໃນເດືອນພະຈິກທີ່ຈະມາເຖິງນີ້.

ອິນໂດເນເຊຍ ວາງແຜນສ້າງທາງລົດໄຟເຊື່ອມຕໍ່ລາວ- ຫວຽດນາມ

ບໍລິສັດຮ່ວມລົງທຶນພັດທະນາທາງລົດໄຟອິນໂດເນເຊຍກຳ ລັງວາງແຜນທີ່ຈະສ້າງເສັ້ນທາງ ລົດໄຟເຊື່ອມຕໍ່ ສປປ ລາວ ແລະ ສສ ຫວຽດນາມ ມີຄວາມຍາວ 400 ກິໂລແມັດ ໃນມູນຄ່າການກໍ່ສ້າງປະມານເກືອບ 2 ຕື້ໂດລາ ສະຫະລັດ.

ຈຳນວນຊາວຈີນຜູ້ມີຄວາມມັ່ງຄັ່ງແຊງໜ້າ ອາເມລິກາ

ບໍລິສັດ ເຄຣດິດສະວິດ (Credit Suisse) ເປີດເຜີຍລາຍ ງານການສຳຫຼວດຄວາມມັ່ງຄັ່ງ ໂລກປະຈຳປີ 2019 ວ່າຈຳນວນ ຜູ້ມີຄວາມມັ່ງຄັ່ງຂອງຈີນແຊງ ໜ້າອາເມລິກາເປັນເທື່ອທຳອິດ.

ບໍລິສັດເຢຍລະມັນທົດລອງແທັກຊີບິນໄດ້

ແທັກຊີບິນໄດ້ລຸ້ນຕົ້ນແບບຂອງບໍລິສັດ ລິລຽມໃນເຢຍລະມັນປະສົບຄວາມສຳເລັດໃນການທົດ ລອງບິນດ້ວຍຄວາມໄວເກີນກວ່າ 100 ກິໂລແມັດຕໍ່ຊົ່ວໂມງ ເຮັດ ໃຫ້ບໍລິສັດຊຶ່ງຕັ້ງຢູ່ເມືອງມິວນິກ ມີຄວາມໝັ້ນໃຈທີ່ຈະຂະຫຍາຍ ການຜະລິດ ເພື່ອນໍາອອກວາງ ຂາຍໃນທ້ອງຕະຫຼາດໃນປີ 2025.

ແຄວນຕັສທົດລອງທ້ຽວບິນ, ບິນໄກທີ່ສຸດໃນໂລກ

 ແຄວນຕັສ ສາຍການບິນ ແຫ່ງຊາດອົດສະຕຣາລີ ສຳເລັດໃນການທົດລອງຖ້ຽວບິນໂດຍສານທາງການຄ້າແບບບິນບາດດຽວໃນໄລຍະທາງໄກທີ່ສຸດໃນໂລກຈາກນີວຢອກເຖິງຊິດນີດ້ວຍເວລາເກືອບ 20 ຊົ່ວໂມງ.

ສະໜາມບິນລອງແທັງຫວຽດນາມຈະສ້າງສຳເລັດປີ 2025

 ທ່າອາກາດສະຍານສາກົນລອງແທັງແມ່ນໂຄງການໃຫຍ່ ແລະ ພວມໄດ້ຮັບການຊີ້ນຳຈາກລັດຖະບານ ສສຫວຽດນາມ ຄາດວ່າໂຄງການຈະສ້າງສຳເລັດ ແລະນຳໃຊ້ໃນປີ 2025 ໂດຍຫວັງວ່າຈະກາຍເປັນໜຶ່ງໃນບັນດາສູນກາງສົ່ງຕໍ່ທາງອາກາດທັນສະໄໝແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຊິມບໍາເວປະເຊີນກັບເງິນເຟີ້ຮຸນແຮງ

  ຊິມບໍາເວ ກຳລັງປະເຊີນ ກັບບັນຫາເງິນເຟີ້ຂັ້ນຮຸນແຮງ ມູນຄ່າຂອງເງິນເດືອນຕໍ່າລົງປະ ມານ 90% ຂະນະທີ່ສິນຄ້າແພງ ຂຶ້ນສະມາຊິກສະຫະພາບປະມານ 230.000 ຄົນ ບໍ່ມີເງິນເດີນທາງ ໄປເຮັດວຽກ.

ເກີດແຜ່ນດິນໄຫວໃນຟີລິບປິນມີຜູ້ເສຍຊີວິດ 3 ຄົນ

ທາງຟິລິບປິນແຈ້ງວ່າເກີດ ເຫດແຜ່ນດິນໄຫວຂະໜາດ 6,4 ລິກເຕີ ທາງຕອນໃຕ້ຂອງປະເທດ ໃນຕອນກາງຄືນຂອງວັນທີ 17 ຕຸລາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍ ຊີວິດແລ້ວ 3 ຄົນ ແລະໄດ້ຮັບບາດ ເຈັບ 27 ຄົນ.