ຣັດເຊຍພົບຜູ້ຕິດເຊື້ອໂຄວິດວັນດຽວໝື່ນກວ່າຄົນ

  ຣັດເຊຍລາຍງານໃນວັນທີ 3 ພຶດສະພາວ່າຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ທຸບສະຖິຕິອີກຄັ້ງໜຶ່ງໂດຍວັນດຽວຕິດເຊື້ອເພີ່ມຫຼາຍກວ່າ 10.600 ຄົນ.

ເກີດເຫດລົດນໍ້າມັນລະເບີດຢູ່ຊີຣີ ເສຍຊີວິດ 46 ຄົນ

 ວັນທີ 29 ເມສາທີ່ຜ່ານມາເກີດເຫດລະເບີດລົດບັນທຸກນໍ້າມັນຢູ່ຊີຣີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ ແລະບາດເຈັບຈຳນວນຫຼາຍ.

 

ແອບັສຂາດທືນ 481 ລາ້ນເອີໂຣ

ບໍລິສັັດແອບັສ ຜູ້ຜະລິດເຮືອ ບິນລາຍໃຫຍ່ຂອງຝຣັ່ງຂາດທຶນ 481 ລ້ານເອີໂຣໃນໄຕມາດທຳ ອິດຂອງປີ 2020 ເນື່ອງຈາກການ ແຜ່ລະບາດຂອງເຊື້ອພະຍາດໂຄ ວິດ-19 ເຮັດໃຫ້ຄວາມຕ້ອງການເຮືອບິນຫຼຸດລົງ.

ທະນາຄານເອຊເອສບີຊີກໍາໄລຫຼຸດລົງເກືອບ 50%

ທະນາຄານ ເອຊເອສບີຊີ ປະກາດວ່າ ໃນໄຕມາດ 1 ຂອງປີ 2020, ຜົນກຳໄລກ່ອນຫັກພາສີ ຂອງທະນາຄານນີ້  ລວມມີ 3.200 ໂດລາສະຫະລັດ, ຫຼຸດລົງຫຼາຍກວ່າ 48% ເມື່ອທຽບໃສ່ໄລຍະເວລາ ດຽວກັນຂອງປີຜ່ານມາ.

ຍີ່ປຸ່ນ ຈະສົ່ງຢາໃຫ້ກັບ 38 ປະເທດຕາ້ນໂຄວິດ

       ຍີ່ປຸ່ນກຽມຈັດສົ່ງຢາປິ່ນປົວພະຍາດໄຂ້ຫວັດໃຫຍ່ໃຫ້ກັບ 38 ປະເທດ ເພື່ອທົດລອງປິນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

 

ທົ່ວໂລກເສຍຊີວິດຍ້ອນເຊື້ອໂຄວິດຫຼາຍກວ່າ 2 ແສນຄົນ

  ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ -19 ເກືອບ 217.000 ຄົນແລ້ວໃນຍອດຈໍານວນຜູ້ຕິດເຊື້ອທັງໝົດ 3,1 ລ້ານກວ່າຄົນ, ໂລກລະບາດດັ່ງ ກ່າວໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະເຂດແຄວ້ນໃນໂລກ.

ສ ເກົາຫຼີ ຟື້ນຟູເສດຖະກິດສູ່ໂຄວິດ-19

 ໃນຂະນະທີ່ທົ່ວໂລກກຳລັງຮັບມືກັບຜົນກະທົບທາງເສດຖະກິດຈາກການແຜ່ລະບາດຂອງ ເຊື້ອໂຄວິດ-19 ຊຶ່ງ ສ.ເກົາຫຼີ ກໍປະເຊີນສະຖານະການໜັກໜ່ວງໃນໄລຍະທຳອິດ ແລະເລີ່ມຟື້ນຕົວ ຈາກວິກິດນີ້ໄດ້ ໂດຍບໍ່ເຮັດໃຫ້ການເຕີບໂຕຂອງປະເທດເສຍຫາຍໜັກ.

ອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ລ້ານຄົນ

    ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 1 ລ້ານຄົົນແລ້ວສ່ວນຍອດຜູ້ເສຍຊີວິດສະສົມຢູ່ທີ່ເກືອບ 57 ພັນຄົນ.

 

ເອສເອເອສ ຈະເລີກຈ້າງພະນັກງານ 5 ພັັນຄົນ

 ສາຍການບິນສະແກນດິເນວຽນແອລາຍ (ເອສເອເອສ) ແຈ້ງໃນວັນທີ 28 ເມສາທີ່ຜ່ານມາຈະເລີກຈ້າງພະນັກງານຫຼາຍເຖິງ 5 ພັນຄົນ ຄິດເປັນ 40% ຂອງພະນັກ ງານປະຈຸບັນເພາະພະຍາດຕິດຕໍ່ໄວຣັດໂຄວິດ-19 ເຮັັດໃຫ້ບໍ່ມີການເດີນທາງທາງເຮືອບິນຄາດວ່າຈະຕ້ອງລໍຫຼາຍປີກວ່າຈະກັບເຂົ້າສູ່ພາວະປົກກະຕິ.

ການແຜ່ລະບາດຂອງເຊື້ອໂຄວິດ ຍັງບໍ່ທັນສິ້ນສຸດເທື່ອ

  ອົງການອະນາໄມໂລກ (WHO) ລະບຸວ່າການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ-19 ຍັງບໍ່ທັນສິ້ນສຸດເທື່ອເຕືອນໃຫ້ປະເທດຕ່າງໆ ຈົ່ງຊອກຫາຜູ້ຕິດເຊື້ອເພີ່ມຕື່ມ.