ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ

ຈຳນວນຜູ້ຕິດເຊື້ອໄວຣັດໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ ແລະມີຜູ້ເສຍຊີວິດຫຼາຍກວ່າ 33.800 ຄົນ ໂດຍອີຕາລີອັນດັບ 1 ຕົວເລກ ຜູ້ເສຍຊີວິດສ່ວນອາເມລິກາມີຜຸ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

ຍີ່ປຸ່ນພິຈາລະນາຢຸດຕິສາຍການບິນສາກົນ

 ບັນດາບໍລິສັດການບິນຍີ່ປຸ່ນໄດ້ຢຸດຕິ ຫຼືຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນໃນນັ້ນມີ ສປ ຈີນ.ເກົາຫຼີເອີຣົບ ແລະອາເມລິກາ.

ຣັດເຊຍປະກາດມາດຕະການປ້ອງກັນ ຜົນກະທົບໂຄວິດ-19

ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍປະກາດໃຫ້ສິດລາພັກຂອງປະຊາຊົນໃນອາທິດໜ້າເປັນມາດຕະການປ້ອງກັນຜົນກະທົບຈາກພະຍາດໂຄວິດ-19 ຊ່ວຍໃຫ້ຊາວຣັດເຊຍຫຼຸດພົ້ນຈາກວິກິດ.

ຫວຽດນາມດຶງດູດເງິນລົງທຶນໂດຍກົງ ຈາກຕ່າງປະເທດ 8,55 ຕື້ໂດລາ

 ໄຕມາດ ປີ 2020 ສສ ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (ເອຟດີໄອບັນລຸ 8,55 ຕື້ໂດລາສະຫະລັດບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງຂົງເຂດຄືການຜະລິດ ແລະຈຳໜ່າຍໄຟຟ້າອຸດສາຫະກຳປຸງແຕ່ງຜະລິດການຂາຍສົ່ງ-ຂາຍຍ່ອຍ.

ມຽນມາພົບຜູ້ຕິດເຊື້ອໂຄວິດ 2 ຄົນ

 ມຽນມາຢືນຢັນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວບາດດຽວເຖິງ 2 ຄົນ ເປັນຜູ້ຊາຍທີ່ຫາກໍກັບມາຈາກອາເມລິກາ ແລະອັງກິດ.

ຫວຽດນາມມີຜູ້ຕິດເຊື້ອໂຄວິດ 116 ຄົນ

  ຕອນເຊົ້າວັນທີ 23 ມີນາ ທີ່ຜ່ານມາ ສສ ຫວຽດນາມ ໄດ້ປະກາດມີ 3 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.

ໄທເສຍຊີວິດ 4 ຄົນຈາກເຊື້ອໂຄວິດ-19

   ສາທາໄທອອກຖະແຫຼງການວ່າພົບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 106 ຄົນ ລວມເປັນ 827 ຄົນ ເສຍຊີວິດແລ້ວ 4 ຄົນ.

ອາຊຽນໃຫ້ຄຳໝັ້ນສັນຍາລົງນາມການຄ້າໃນປີນີ້

   ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEP ຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23–27 ມີນາຢູ່ຈາກາຕາປະເທດອິນໂດເນເຊຍກໍຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ.

 ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຮຸນແຮງຍອດຜູ້ເສຍຊີວິດວັນດຽວເພີ່ມຂຶ້ນ 651 ຄົນ ສົ່ງຜົນເຮັດໃຫ້ຍອດຜູ້ເສຍຊີວິດຈາກພະຍາດໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 13.000 ຄົນ.

ວັນທີ 21 ມີນາທີ່ຜ່ານມາ ລັດຖະບານ ສສ ຫວຽດນາມປະກາດຫ້າມຊາວຕ່າງປະເທດທັງໝົດເດີນທາງເຂົ້າປະເທດຊົ່ວຄາວຍົກເວັ້ນຜູ້ມີຈຸດປະສົງທາງການທູດ ຫຼືກໍລະນີພິເສດອື່ນໆທີ່ໄດ້ຮັບອະນຸຍາດຕັ້ງແຕ່ວັນທີ 22 ມີນາເປັນຕົ້ນໄປເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19.