ສ ເກົາຫຼີ ຜ່ານຮ່າງກົດໝາຍແກ້ໄຂມົນລະພິດທາງອາກາດ

ສ ເກົາຫຼີ ໄດ້ຜ່ານຮ່າງກົດໝາຍຊຸດໃໝ່ເພື່ອເລັ່ງແກ້ໄຂບັນຫາມົນ ລະພິດທາງອາກາດທີ່ຖືກກຳນົດໃຫ້ເປັນໄພພິບັດທາງສັງຄົມ ແລະ ເພື່ອ ແກ້ໄຂບັນຫາເງິນທຶນສຸກເສີນໃນການແກ້ໄຂບັນຫານີ້.

ຈີນເຫັນດີກົດໝາຍການລົງທຶນຈາກຕ່າງປະເທດ

ວັນທີ 15 ມີນາຜ່ານມາ ກົດໝາຍວ່າດ້ວຍການລົງທຶນຂອງ ຕ່າງປະເທດໄດ້ຜ່ານການຮັບຮອງໃນສະພາປະຊາຊົນແຫ່ງຊາດ ສປ ຈີນດ້ວຍສຽງສ່ວນຫຼາຍ.

ຕາມຂ່າວ Cri  ລາຍງານວ່າ ກອງປະຊຸມປະຈຳປີຂອງສະພາປະ ຊາຊົນແຫ່ງຊາດຈີນຄັ້ງທີ 2 ສະ ໄໝທີ 13 ໄດ້ອັດລົງໃນຕອນເຊົ້າ ວັນທີ 15 ມີນານີ້ ແລະ 

ຫວຽດນາມ ສູ້ຊົນສົ່ງອອກກຸ້ງໃຫ້ບັນລຸ 4,2ຕື້ໂດລາ

ປີ 2019 ນີ້ ຂະແໜງສິນໃນ ນ້ຳ ສສ ຫວຽດນາມ ຈະສືບຕໍ່ເພີ່ມ ມູນຄ່າການສົ່ງອອກໃຫ້ບັນລຸລະ ດັບ 10 ຕື້ໂດລາສະຫະລັດ; ໃນນັ້ນ ການສົ່ງອອກກຸ້ງສູ້ຊົນໃຫ້ບັນລຸໄດ້ 4,2 ຕື້ໂດລາ.

ຜູ້ນຳອາເມລິກາ ສະເໜີເພີ່ມງົບສ້າງກຳແພງເມັກຊິກ

ທຳນຽບຂາວເປີດເຜີຍຮ່າງງົບປະມານສຳລັບປີ 2020 ມູນຄ່າ 4,7 ພັນຕື້ໂດລາສະຫະລັດ ຊຶ່ງຈະເລີ່ມນໍາໃຊ້ໃນເດືອນຕຸລານີ້ ໂດຍມີງົບ ປະມານສຳລັບການສ້າງກຳແພງກັ້ນຊາຍແດນອາເມລິກາ-ເມັກຊິກຈຳ ນວນ 8,6 ຕື້ໂດລາລວມຢູ່ນໍາ.

ໄຟຟ້າມອດເຮັດໃຫ້ປະຊາຊົນເວເນຊູເອລາຂາດແຄນນໍ້າໃຊ້

ບັນຫາກະແສໄຟຟ້າມອດໃນຫຼາຍພື້ນທີ່ຂອງນະຄອນຫຼວງກາຣາ ກັສຂອງເວເນຊູເອລາ ສົ່ງຜົນເຮັດໃຫ້ເກີດການຂາດແຄນນໍ້າປະປາຢ່າງໜັກ ປະຊາຊົນຈຳນວນຫຼາຍຕ້ອງທົນຕັກນໍ້າເປື້ອນໃນແມ່ນໍ້າມາໃຊ້.

ມົນລະພິດເຮັດໃຫ້ຜູ້ຄົນເສຍຊີວິດເພີ່ມຂຶ້ນ

ນັກວິໄຈເປີດເຜີຍລາ ຍງານ ໃນວັນທີ 12 ມີນາຜ່ານມາວ່າ ມົນລະພິດທາງອາກາດເຮັດໃຫ້ປະ ຊາຊົນເສຍຊີວິດໃນແຕ່ລະປີຫຼາຍ ກວ່າຈຳນວນຂອງຜູ້ເສຍຊີວິດ ຈາກການສູບຢາ.

ອີກ 10 ປີກຳປູເຈຍຈະກ້າວເຂົ້າສູ່ເສດຖະກິດດິຈິຕອນ

ດຖະມົນຕີກະຊວງເສດ ຖະກິດ ແລະການເງິນກຳປູເຈຍ ກ່າວວ່າ ເສດຖະກິດດິຈິຕອນຂອງ ກຳປູເຈຍຍັງຢູ່ໃນຂັ້ນເລີ່ມຕົ້ນ ແລະ ຈຳເປັນຕ້ອງໃຊ້ເວລາຢ່າງໜ້ອຍ 10 ປີໃນການພັດທະນາເຕີບໂຕ.

ຈີນຜະລິດເຄື່ອງເຈາະອຸໂມງສົ່ງອອກ

  ບໍລິສັດອຸປະກອນວິສາວະກຳທາງລົດໄຟ ສປ ຈີນ (CREG) ເປັນບໍລິສັດຜູ້ຜະລິດອຸປະກອນດ້ານການເຈາະອຸໂມງລາຍໃຫຍ່ສຸດຂອງຈີນ ຜະລິດເຄື່ອງເຈາະອຸໂມງສົ່ງອອກດ້ວຍຕົນເອງ.

ມູນຄ່າການຄ້າຫວຽດນາມ- ມຽນມາ ຈະເພີ່ມຂຶ້ນ 1 ຕື້ໂດລາ

ວັນທີ 12 ມີນາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ສສ ຫວຽດນາມ ຟ້າມບີງມີງ ແລະ ທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມື ສາກົນມຽນມາໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມກ່ຽວກັບການ ຮ່ວມມືສອງຝ່າຍ ຫວຽດນາມ-ມຽນມາ.

ສ ເກົາຫຼີກຽມເປີດໃຫ້ບໍລິການລະບົຍ 5 ຈີ

ສ ເກົາຫຼີ ກຽມເປີດໃຫ້ບໍລິ ການເຄືອຂ່າຍລະບົບ 5 ຈີ ເຕັມຮູບ ແບບເປັນປະເທດທຳອິດໃນໂລກ ໃນທ້າຍເດືອນນີ້ ຫວັງດຶງດູດລູກ ຄ້າ.ຕາມຂ່າວຕ່າງປະເທດລາຍ ງານວ່າ ບັນດາຜູ້ໃຫ້ບໍລິການໂທລະ ສັບມືຖືຂອງ ສ ເກົາຫຼີ ເຊັ່ນ ເຄທີ, ເອສເຄ ເທເລຄອມ ແລະແອລຈີ ຢູ ພ