ທົ່ວໂລກເຂັ້ມງວດສະກັດກັ້ນການແຜ່ລະບາດເຊື້ອໂຄວິດ-19

  ອ້າງຕາມຂໍ້ມູນຈາກອົງການອະນາໄມໂລກວັນທີ 17 ມີນານີ້ ລະບຸວ່າສະຖານະການແຜ່ລະບາດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ຫຼືໂຄວິດ-19 ບໍ່ມີທ່າອຽງຈະຫຼຸດຜ່ອນລົງໂດຍສະເພາະໃນເອີຣົບຫຼັງຈາກເຢຍລະມັນ ແລະອັງກິດປະກາດເຂັ້ມງວດມາດຕະການຕໍ່ສູ້ກັບໂຄວິດ-19 ຢ່າງເຂັ້ມແຂງ.

ຫວຽດນາມ ຫຼຸດອັດຕາດອກເບ້ຍລົງ

ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ປະກາດຫຼຸດດອກເບ້ຍເພື່ອປົກປ້ອງເສດຖະກິດເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ.

  ກູເກິລເວັບໄຊສືບຄົ້ນຂໍ້ມູນຍອດນິຍົມຂອງໂລກອອກຄຳແນະນຳໃຫ້ພະນັກງານໃນອາເມລິກາເໜືອທັງໝົດຊຶ່ງມີຢູ່ຫຼາຍກວ່າ 1 ແສນຄົນ ເຮັດວຽກຢູ່ເຮືອນໄປຈົນເຖິງວັນ ທີ 10 ເມສານີ້.

 

 ວັນທີ 12 ມີນາຜ່ານມາ ອິນເດຍປະກາດປິດປະເທດຢຸດອອກວີຊ່າທ່ອງທ່ຽວທັງໝົດພາຍຫຼັງຍອດຜູ້ຕິດເຊື້ອໂຄວິດ-19 ພາຍ ໃນປະເທດເພີ່ມເປັນ 60 ຄົນ.

ຄົນອາຊີແຕກຕື່ນ ແຫ່ຊື້ສິນຄ້າມາໄວ້ ຊ່ວງໂຄວິດ-19 ລະບາດ

 ການແຫ່ກັກຕຸນສິນຄ້ານັບຕັ້ງແຕ່ຍີ່ປຸ່ນໄທໄປຈົນເຖິງອິນເດຍສະທ້ອນສະພາບຄວາມຢ້ານກົວ ແລະຕື່ນຕົກໃຈຂອງຜູ້ຄົນທີ່ວ່າຈະເກີດການຂາດແຄນສິ່ງຂອງອຸປະໂພກບໍລິໂພກທ່າມການສະຖານະການການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 (ໂຄວິດ-19).

 

ຫວຽດນາມ ຢຸດອອກວີຊ່າໃຫ້ຜູ້ທີ່ມາຈາກ 8 ປະເທດ

  ນັບແຕ່ເວລາ 00 ໂມງ ວັນທີ 12 ມີນາສສ ຫວຽດນາມ ຢຸດອອກວີຊ່າໃຫ້ພົນລະເມືອງ 8 ປະເທດ ເພາະວ່າມີຄວາມກັງວົນກ່ຽວກັບພະຍາດໂຄວິດ-19 ພວມແຜ່ລະບາດໜັກ.

ພະຍາດໂຄວິດ-19 ມີຄວາມສ່ຽງແຜ່ລະບາດທົ່ວໂລກ

  ອົງການອະນາໄມໂລກປະກາດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ເປັນການລະບາດໃຫຍ່ລະດັບໂລກຫຼັງຈາກເຊື້ອພະຍາດລຸກລາມໄປໃນ 118 ປະເທດ ແລະດິນແດນທົ່ວໂລກ.

ເຈົ້າແຂວງແທກູບໍ່ຮັບເງິນບໍລິຈາກສູ້ເຊື້ອໂຄວິດ ຂໍພຽງແຕ່ປະຊາຊົນໃຫ້ຄວາມຮ່ວມມືກໍ່ພໍແລ້ວ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານຄະວອນຍັງ-ຈິນ ເຈົ້າແຂວງແທກູສູນກາງການລະບາດຂອງໄວຣັດໂຄວິດໃນ ສ.ເກົາ ຫຼີ ຖະແຫຼງການປະຕິເສດທີ່ຈະຮັບເງິນບໍລິຈາກໃດໆສຳລັບການຮັບມືກັບເຊື້ອໂຄວິດ-19 ລວມທັງ ຂອງລັດທິຊິນຊອນຈີ ຫຼັງຈາກລັດທິດັ່ງກ່າວປະກາດໃນວັນພະຫັດທີ່ຜ່ານມາວ່າ ກຽມ

ຍີ່ປຸ່ນເປີດເຜີຍຈີດີພີໄຕມາດ 4/2019 ຫົດຕົວ 7,1%

ຍີ່ປຸ່ນເປີດເຜີຍຈີດີພີໄຕມາດ 4/2019 ຫົດຕົວ 7,1 % ເຮັດໃຫ້ມີໂອກາດຫຼາຍຂຶ້ນວ່າ ເສດຖະກິດຍີ່ປຸ່ນໃນໄຕມາດ 1 ປີ 2020 ຈະເຂົ້າສູ່ພາວະຖົດຖອຍເປັນຜົນມາຈາກການແຜ່ລະບາດຂອງໄວຣັດໂຄວິດ-19 ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນເປີດເຜີຍວ່າຕົວເລກຜະລິດຕະພັນ ລວມພາຍໃນ (ຈີດີພີ) ໄຕ

ອະນາໄມໂລກຮຽກຮ້ອງໃຫ້ຊຸມຊົນທົ່ວໂລກ ຕໍ່ສູ້ກັບໂຄວິດ-19 ຢ່າງຈິງຈັງ

ສຳນັກຂ່າວຕ່າງປະເທດລາຍງານວ່າ ຫຼັງຈາກຫຼາຍກວ່າ 2 ເດືອນຜ່ານໄປ, ການລະບາດຂອງໂຄວິດ-19 ໃນປະເທດ ສປ ຈີນ ເບິ່ງຄືວ່າຈະເລີ່ມເພີ່ມຂຶ້ນໃນອັດຕາຄວາມໄວທີ່ຫຼຸດລົງ,ກົງກັນຂ້າມ ການລະບາດຢູ່ນອກ ສປ ຈີນ ຍັງສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ ອົງການອະນາໄມໂລກໄດ້ກ່າວເນັ້ນອີກເທື່ອໜຶ່ງ