ອາເມລິກາເປີດເຜີຍຕົວເລກຂາດດຸນການຄ້າ ແລະການບໍລິການໃນເດືອນມິຖຸນາທີ່ຜ່ານມາ ເພີ່ມສູງຂຶ້ນ 8,4%.
ຕາມຂ່າວຕ່າງປະເທດລາຍງານວ່າເມື່ອບໍ່ດົນມານີ້ກະຊວງ ການຄ້າອາເມລິກາເປີດເຜີຍວ່າ:ຕົວເລກການຂາດດຸນການຄ້າແລະການບໍລິການເພີ່ມຂຶ້ນ
ຜູ້ປະກອບການກຳປັ່ນສຳລານສັນຊາດນອກແວກຽມສົ່ງກຳປັ່ນລຳທຳອິດຂອງໂລກທີ່ໃຊ້ພະລັງງານໄຟຟ້າຈາກແບດເຕີຣີແລ່ນໄປຍັງຂົ້ວໂລກເໜືອໃນອາທິດນີ້ ຊຶ່ງຄາດວ່າເຮືອລໍາດັ່ງກ່າວຈະຊ່ວຍຫຼຸດປ່ອຍອາຍແກ໊ສກາກບອນໄດອອກໄຊໄດ້ປະມານ 20% ເລີຍ.
ລເຢຍວັນ (Lightyear One) ຈາກໂຮນລັງລົດພະລັງງານແສງອາທິດລຸ້ນທຳອິດທີ່ແລ່ນໄດ້ໄກພ້ອມທັງຍັງສາມາດສາກໄຟຟ້າໄດ້ອີກດ້ວຍ.
ຕາມຂ່າວຕ່າງປະເທດລາຍງານວ່າເຖິງແມ່ນວ່າມີການຜະລິດລົດພະລັງງານແສງຕາເວັນມາກ່ອນໜ້ານີ້ແລ້ວແຕ່ຂໍ້ຈຳກັດຫຼາຍໆດ້ານໂດຍສະເພາະບໍ່ສາມາດ
ທ່ານ ນາງ ທຸຍລີປະທານ ວິນຟາສຍີ່ຫໍ້ລົດສັນຊາດ ສສ ຫວຽດນາມຖືກຖາມວ່າເປັນຫຍັງຫວຽດນາມຕ້ອງມີຍີ່ຫໍ້ລົດເປັນຂອງຕົນເອງໂດຍລາວຕອບວ່າສິນຄ້າຂອງເຮົາມີຄຸນນະພາບທີ່ດີແລະລາຄາທີ່ຈັບຕ້ອງໄດ້.
ທີມນັກວິໄຈໃນອາເມລິກາປະສົບຄວາມສຳເລັດໃນການກຳຈັດເຊື້ອໄວຣັສເອຊໄອວີທີ່ເປັນສາເຫດຂອງພາວະພູມຄຸ້ມກັນບົກພ່ອງ (ພະຍາດເອດ) ຈາກດີເອັນເອຂອງໜູທົດລອງທີ່ຕິດເຊື້ອ ນັບເປັນ ຄວາມຄືບໜ້າຄັ້ງສຳຄັນຂອງການ ທົດລອງວິໄຈທີ່ຈະນໍາໄປສູ່ການປິ່ນປົວຜູ້ທີ່ຕິດເຊື້ອເອຊໄອວີເກືອບ 37 ລ້ານຄົນທົ່ວໂລກໃນປະຈຸບັນ.
ທະນາຄານອຸດສາຫະກຳ ແລະການຄ້າສາກົນຄາດຄະເນວ່າ ປີ 2019 ເສດຖະ ກິດໂລກເຕີບໂຕ 3,1% ເນື່ຶອງຈາກໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງທາງການຄ້າ.
ທາງການອິນເດຍລາຍງານວ່າມີຜູ້ເສຍຊີວິດ 11 ຄົນ ແລະສູນ ຫາຍອີກ 13 ຄົນໃນວັນທີ 3 ກໍລະກົດທີ່ຜ່ານມາຫຼັງຈາກເກີດຝົນຕົກໜັກທີ່ສຸດໃນຮອບຫຼາຍສິບປີ ເຮັດໃຫ້ເຂື່ອນຂະໜາດນ້ອຍແຕກ ໃນລັດມະຫາລາບຣະ ທາງພາກ ຕາເວັນຕົກຂອງປະເທດ.
ໝາກລິນຈີ່ຂອງ ສສ ຫວຽດ ນາມຈຳນວນ 50.000 ໂຕນຈາກ ຜົນຜະລິດທັງໝົດ 90.000 ໂຕນ ທີ່ປູກໃນແຂວງບັກຢາງທາງພາກເໜືອຊຶ່ງເປັນພື້ນທີ່ປູກໝາກລິ່ນຈີ່ ທີ່ສຳຄັນຂອງປະເທດໄດ້ສົ່ງອອກ ຂາຍໃນ ສປ ຈີນ ປີນີ້.
ຜູ້ແທນການຄ້າຂອງອາເມລິກາປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກສະຫະພາບເອີຣົບມູນຄ່າ 4 ຕື້ໂດລາສະຫະລັດຄວບຄຸມສິນຄ້າເຖິງ 89 ຊະນິດໃນວັນທີ 1 ກໍລະກົດນີ້ເປັນຕົ້ນໄປ.
ອັດຕາວ່າງວຽກໃນເອີໂຣໂຊນເດືອນພຶດສະພາທີ່ຜ່ານມາໄດ້ຫຼຸດລົງຕໍ່າສຸດໃນຮອບ 11 ປີ ຍ້ອນ ຄວາມກັງວົນຈາກສົງຄາມການຄ້າໂລກ.
ຕາມຂ່າວຕ່າງປະເທດລາຍງານໂດຍອ້າງຕາມ ຂໍ້ມູນສະຖິຕິ ຂອງ Eurostat ປະກາດ ເມື່ອ ວັນທີ 1 ກໍລະກົດຜ່ານມາວ່າອັດຕາການວ່າງວຽກໃນພາກ