ທົ່ວໂລກຕິດເຊື້ອໂຄວິດ 31,5 ລ້ານຄົນ

 ວັນທີ 22 ກັນຍາ ເວິລ ໂອມີເຕີສ ເວັບໄຊ ລວມສະຖິຕິໃນອາເມລິກາລາຍງານຄວາມຄືບໜ້າສະຖານະການໆແຜ່ລະບາດຂອງເຊື້ອໂຄວິດ-19 ວ່າ ທົ່ວໂລກມີຍອດຜູ້ຕິດເຊື້ອໂຄວິດ 31,468.686 ຄົນ, ເສຍຊີວິດ 968.840 ຄົນ ແລະປິ່ນປົວຫາຍດີ 23.092. 306 ຄົນ.

ເກີດເຫດຟ້າຜ່າຢູ່ກຳປູເຈຍເສຍຊີວິດ 6 ຄົນ

  ວັນທີ 20 ກັນຍາທີ່ຜ່ານມາເກີດເຫດຟ້າຜ່າຢູ່ກຳປູເຈຍເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະໄດ້ຮັບບາດເຈັບ 4 ຄົນ ຫຼັງຈາກຫາກໍເຮັດບຸນສຳເລັດ ແລະພາກັນມານັ່ງໂຕະຫີນອ່ອນກ່ອນເກີດຟ້າຜ່າ.

 

ຫວຽດນາມເລີ່ມສ້າງໄຟຟ້າແຮງລົມ ມູນຄ່າ 384 ລ້ານໂດລາ

ສສ ຫວຽດນາມ ເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມດ້ວຍມູນຄ່າກວ່າ 384 ລ້ານ ໂດລາສະຫະລັດ ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ, ໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງ 2 ເມືອງກວາງນິງ ແລະເລ້ຖຸຍ.

ໂຮງກັ່ນນໍ້າມັນທົ່ວໂລກພົບບັນຫາ

ໂຮງກັ່ນນໍ້າມັນທົ່ວໂລກພົບບັນຫາຄວາມຕ້ອງການນໍ້າມັນຫຼຸດລົງຂະນະທີ່ປະລິມານນໍ້າມັນຍັງຄ້າງສາງມີຫຼາຍເກີນໄປ.

ພົບໂຄວິດ ໃນປາມຶກຈາກຣັດເຊຍສົ່ງຂາຍໃຫ້ຈີນ

ວັນທີ 21 ກັນຍາທີ່ຜ່ານມາ ເຈົ້າໜ້າທີ່ສາທາລະນະສຸກຂອງ ສປ ຈີນ ກວດພົບເຊື້ອພະຍາດໂຄວິດ-19 ໃນບັນຈຸພັນຂອງປາມຶກຈາກຣັດເຊຍທີ່ສົ່ງອອກໄປຂາຍ ໃນສປ ຈີນ.

ຫວຽດນາມສູ້ຊົນສົ່ງອອກສັດນໍ້າບັນລຸ 8,9 ຕື້ໂດລາ

ຈົນເຖິງທ້າຍເດືອນສິງຫາ ທີ່ຜ່ານມາ ມູນຄ່າການສົ່ງອອກສັດນໍ້າຂອງ ສສ ຫວຽດນາມບັນລຸ 5,4 ຕື້ໂດລາສະຫະລັດ ແລະສູ້ຊົນໃຫ້ບັນລຸ 8,9 ຕື້ໂດລາຕໍ່ປີ.

ພາຍຸໂນອຶນພັດເຂົ້າຫວຽດນາມເສຍຫາຍໜັກ ເສຍຊີວິດ 1 ຄົນ

  ໃນຕອນເຊົ້າຂອງວັນທີ 18 ເດືອນກັນຍາປີ 2020 ເກີດເຫດພາຍຸໂຊນຮ້ອນໂນອຶນພັດເຂົ້າແຂວງດານັງເມືອງທ່ອງທ່ຽວຊື່ດັງຂອງ ສສ ຫວຽດນາມ ກ່ອນປ່ຽນທິດຂຶ້ນເໜືອໄປຍັງແຂວງເຖື່ອທຽນເວ້ແລ້ວພັດເຂົ້າ ສປປ ລາວ ເຮັດໃຫ້ເກີດຝົນຕົກໜັກໂດຍມີຜູ້ເສຍຊີວິດໃນຫວຽດນາມແລ້ວຢ່າງໜ້ອຍ 1 ຄົນ ໄດ້ຮັບບາດເຈັບ 1 ຄົນ,

ຈີນລົງທຶນໂດຍກົງຢູ່ຕ່າງປະເທດ ຫຼູດລົງ 2,6%

  ກະຊວງການຄ້າຈີນໄດ້ເປີດເຜີຍຕົວເລກຫຼ້າສຸດໃນວັນທີ 17 ກັນຍານີ້ ໂດຍສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນສິງຫາ ປີນີ້, ຈີນໄດ້ລົງທຶນໂດຍກົງຢູ່ຕ່າງປະເທດໃນຂົງເຂດບໍ່ແມ່ນການທະຄານບັນລຸເຖິງ 480,45 ຕື້ຢວນ ຫຼື 68,48 ຕື້ໂດລາສະຫະລັດ, ຫຼຸດລົງ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ລະດັບການຫຼຸດ ເພີ່ມຂຶ້ນ 0,5% ເມື່ອທຽບກັບ 7 ເດືອນທຳອິດຂອງປີນີ້.

 ຍີ່ປຸ່ນ ສົ່ງອອກສິນຄ້າຫຼຼຼຼຸດ-14,8%

ຍີ່ປຸ່ນພົບກັບພິດໂຄວິດ-19 ເຮັດໃຫ້ຕົວເລກສົ່ງອອກເດືອນສິງຫາ ຫົດຕົວ -14,8% ຊຶ່ງເປັນການຫຼຸດລົງຕໍ່ເນື່ອງ 21 ເດືອນ.

ມູນຄ່າການຄ້າຫວຽດນາມ - ສ.ເກົາຫີຼເພີ່ມຂຶ້ນ 100 ຕື້ໂດລາ

  ສສ ຫວຽດນາມ - ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະສ.ເກົາຫຼີ ພວມນຳໜ້າກ່ຽວກັບການລົງທຶນຢູ່ຫວຽດນາມ.