ເກາະຕິດສະຖານະການຜູ້ຕິດເຊື້ອໂຄວິດທົ່ວໂລກ

  ການລາຍງານສະຖານະການໆແຜ່ລະບາດຂອງເຊື້ອໂຄວິດ-19 ຈາກປະເທດຕ່າງໆທົ່ວໂລກໃນວັນທີ 11 ຕຸລາ ປີ 2021 ທົ່ວໂລກມີຜູ້ຕິດເຊື້ອສູງເຖິງ 238 ລ້ານກວ່າຄົນ.

ເຮືອບິນຣັດເຊຍຕົກເສຍຊີວິດ 16 ຄົນ

  ເກີດເຫດເຮືອບິນຂະໜາດນ້ອຍແອລ-410 ຕົກໃນເມືອງເມເຊລິນ ລັດຕາຕາສະຖານຂອງຣັດເຊຍ ໃນວັນທີ 10 ຕຸລາທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະໄດ້ຮັບບາດເຈັບ 7 ຄົນ.

ເກີດເຫດຕີກັນຢູ່ຄຸກເອກວາດໍ ເສຍຊີວິດ 116 ຄົນ

 ລັດຖະບານເອກວາດໍ ປະກາດພາວະສຸກເສີນລະບົບຄຸກທົ່ວປະເທດຫຼັງຈາກມີຜູ້ເສຍຊີວິດຢ່າງໜ້ອຍ 116 ຄົນ ຈາກນັກໂທດສອງກຸ່ມຢູ່ໃນຄຸກຕາເວັນຕົກຂອງປະເທດຕີກັນ.

ຫວຽດນາມ ສົ່ງອອກເກີນດູນ 500 ລ້ານໂດລາ

  ໃນເດືອນກັນຍາທີ່ຜ່ານມາ ສສ ຫວຽດນາມ ມີການສົ່ງອອກເກີນດູນປະມານ 500 ລ້ານໂດລາສະຫະລັດພາຍຫຼັງ 5 ເດືອນນຳເຂົ້າເກີນດູນຢ່າງຕໍ່ເນື່ອງ ຊຶ່ງສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າ.

ໜີ້ສາທາລະນະເຢຍລະມັນ ເພີ່ມສູງສຸດທຸບສະຖິຕິ

  ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້ ໜີ້ສາທາລະນະຂອງເຢຍລະມັນເພີ່ມຂຶ້ນສູງສຸດທຸບສະຖິຕິເຖິງ 3,6%.

  ຕາມຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດຂອງເຢຍລະມັນເປີດເຜີຍສະຖິຕິເບື້ອງຕົ້ນວ່າໜີ້ສາທາລະນະຂອງເຢຍລະມັນ ໃນຕົ້ນປີ 2021 ນີ້

ຄາດວ່າຜູ້ນຳໃຊ້ 5ຈີ ໃນຈີນ ຈະເພີ່ມຂຶ້ນ 830 ລ້ານໜ່ວຍ

  ສະມາຄົມຜູ້ປະກອບການໂທລະສັບມືຖືສາກົນຄາດວ່າ ຍອດຜູ້ໃຊ້ 5ຈີ ໃນສປ ຈີນມີທ່າອຽງເພີ່ມສູງກວ່າ 830 ລ້ານໜ່ວຍພາຍໃນທ້າຍປີ 2025 ຖືເປັນຈຳນວນສູງສຸດໃນໂລກ.

ທະນາຄານໂລກຄາດວ່າ ຈີດີພີຫວຽດນາມເຕີບໂຕ 4,8%

  ທະນາຄານໂລກຄາດຄະເນການເຕີບໂຕລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງ ສສ ຫວຽດນາມ ອາດຈະບັນລຸປະມານ 4,8% ໃນປີ 2021 ແລະກັບຄືນສູ່ລະດັບເຕີບໂຕ ຈີດີພີ ຄືໃນໄລຍະກ່ອນການເກີດໂລກລະບາດຢູ່ໃນລະດັບ 6,5-7% ນັບແຕ່ປີ 2022

ວັກແຊງປ້ອງກັນໂຄວິດແບບຕິດແປະ 3 ມິຕິ

  ທິມນັກວິໄຈວັກແຊງປ້ອງກັນໂຄວິດ-19 ຈາກອາເມລິກາຄິດຄົ້ນວັກແຊງ ຮູບແບບແຜ່ນຕິດແປະ 3 ມິຕິເພີ່ມຄວາມພຸ້ມກັນເຖິງ 50 ເທົ່າ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທິມນັກວິໄຈຈາກມະຫາວິທະຍາໄລສະແຕນຟອດ ແລະນໍແຄໂຣໄລນາຂອງອາເມລິກາໄດ້ພັດທະນາການໃຫ້ວັກແຊງປ້ອງກັນໂຄ

ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕໍ່າຕື່ມອີກ 2 ໂດລາ

ກຳປູເຈຍປະກາດເພີ່ມຄ່າແຮງງານຂັ້ນຕໍ່າໃນອຸດສາຫະກຳຕັດຫຍິບຕື່ມອີກ 2 ໂດລາສະຫະລັດເປັນ 194 ໂດລາຕໍ່ເດືອນ.

ສປຊ ຮຽກຮ້ອງໂລກລຶບລ້າງ ອາວຸດນິວເຄຼຍ

  ໂລກພວມປະເຊີນໜ້າກັບຄວາມສ່ຽງນິວເຄຼຍຢູ່ໃນລະດັບສູງສຸດໃນເກືອບ 4 ທົດສະວັດຜ່ານມາ ເຮັດໃຫ້ສະຫະປະຊາຊາດຮຽກຮ້ອງ ໂລກລຶບລ້າງອາວຸດນິວເຄຼຍ.

  ຕາມຂ່າວຕ່າງປະເທດລາຍງານວ່າ ເນື່ອງໃນໂອກາດວັນສາກົນລຶບລ້າງອາວຸດນິວເຄຼຍ, ວັນທີ 26 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້