ຫວຽດນາມຖືກແຕ່ງຕັ້ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ

ເມື່ອບໍ່ດົນມານີ້,ໃນຂອບກອງປະຊຸມໃຫຍ່ສະຫະປະຊາຊາດ ສະໄໝ 73  ສສ  ຫວຽດນາມພ້ອມ ດ້ວຍ 4 ປະເທດໄດ້ຖືກແຕ່ງຕັ້ງເປັນສະມາຊິກບໍ່ຖາວອນຂອງສະ ພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະປີ 2020-2021.

ອາເມລິກາລົງໂທດກູບາ

  ອາເມລິກາອອກມາດຕະການລົງໂທດ ແລະຈຳກັດການເດີນທາງໄປຍັງກູບາດ້ານນັກທ່ອງທ່ຽວອາເມລິກາບາງສ່ວນບໍ່ເຫັນດີນໍາ.

ໝາກມວ່ງຟີລິບປີນລົ້ນຕະຫຸາດ

ຊາວກະສິກອນຜູ້ປູກໝາກມ່ວງໃນຟິລິບປິນກຳລັງພົບກັບບັນຫາຜົນຜະລິດໄດ້ຫຼາຍຈົນເກີນໄປຈົນລົ້ນຕະຫຼາດບໍ່ສາມາດຂາຍໄດ້ເນື່ອງຈາກໝາກມ່ວງດົກຈົນຜິດປົກກະຕິຈາກປະກົດການເອລນີ ໂຍ.

ຫົວເຫວີຍ-ລັດເຊຍລົງນາມຮວ່ມມືກັນພັດທະນາ 5 ຈີ

ຫົວເຫວີຍ ບໍລິສັດເຕັກໂນ ໂລຊີຂອງ ສປ ຈີນ ລົງນາມໃນຂໍ້ຕົກ ລົງກັບ MTS ບໍລິສັດໂທລະຄົມ ຂອງຣັດເຊຍ ພັດທະນາເຄືອຂ່າຍ 5 ຈີ ໃນຣັດເຊຍປີ 2020.

ຈີ 20 ຈະເກັບພາສີບໍລິສັດດິຈີຕອລ

ກຸ່ມປະເທດຈີ 20 ຈະເກັບ ພາສີຈາກບໍລິສັດດິຈີຕອລລາຍ ໃຫຍ່ເຊັ່ນ: ກູເກີລ ຕາມປະເທດທີ່ເຮັດທຸລະກິດບໍ່ແມ່ນທີ່ຕັ້ງຂອງສຳນັກງານໃຫຍ່.

 

ມາເລເຊຍສະເໜີອາຊີນໍາໃຊ້ສະກຸນເງິນດຽວກັນຄ້າຂາຍ

 ທ່ານ ມະຫາເທ ໂມຮໍາໝັດ ນາຍົກລັດຖະມົນຕີຂອງມາເລເຊຍ ສະເໝີໃຫ້ພາກພື້ນອາຊີຕາເວັນອອກນໍາໃຊ້ສະກຸນເງິນດຽວກັນສຳລັບຄ້າຂາຍລະຫວ່າງປະເທດ ໂດຍໃຫ້ຜູກຕິດກັບຄຳແທນເງິນໂດລາສະຫະລັດທີ່ບໍ່ມີສະຖຽນລະພາບ.

ອິນເດຍອາກາດຮ້ອນອຸນຫະພູມ 50 ອົງສາເຊ

ຄື້ນຄວາມຮ້ອນແຜ່ປົກຄຸມໄປທົ່ວພາກເໜືອຂອງອິນເດຍ ອຸນຫະພູມສູງເຖິງ 50 ອົງສາເຊ ໃນລັດຣາຊາສະຖານ ແລະມີລາຍ ງານວ່າມີປະຊາຊົນທົນຄວາມ ຮ້ອນບໍ່ໄດ້ເສຍຊີວິດຫຼາຍຄົນ.

ຈີນເກັບພາສີສິນຄ້າອາເມລິກາ 60 ຕື້ໂດລາ

 ທ່ານ ມະຫາເທ ໂມຮໍາໝັດ ນາຍົກລັດຖະມົນຕີຂອງມາເລເຊຍສະເໝີໃຫ້ພາກພື້ນອາຊີຕາເວັນອອກນໍາໃຊ້ສະກຸນເງິນດຽວກັນສຳລັບຄ້າຂາຍລະຫວ່າງປະເທດ ໂດຍໃຫ້ຜູກຕິດກັບຄຳແທນເງິນໂດລາສະຫະລັດທີ່ບໍ່ມີສະຖຽນລະພາບ.

ຫວຽດນາມ-ຣັດເຊຍ ຮ່ວມມືເສດຖະກິດ-ການຄ້າ

ມີວິສາຫະກິດຂອງ ສສ ຫວຽດນາມຫຼາຍແຫ່ງໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມ ຊ້ອນ, ມີແງ່ຫວັງໃນການຮ່ວມມືເພື່ອນຳເອົາຜະລິດຕະພັນຂອງຕົນແຊກຊຶມເຂົ້າໃນຕະຫຼາດສະຫະພັນຣັດເຊຍ.ຕາມຂ່າວຕ່າງປະເທດລາຍງານວ່າທ້າຍອາທິດທີ່ຜ່ານມາຢູ່ສູນການຄ້າ 

ໂຕເລກວາ່ງວຽກຢູ່ເຢຍລະມັນເພີ່ມຂື້ນ

ອັດຕາການວ່າງວຽກເຢຍ ລະມັນເພີ່ມຂຶ້ນໃນເດືອນພຶດສະພາເປັນເທື່ອທຳອິດໃນຮອບຫຼາຍກວ່າ 5 ປີ ທ່າມກາງສັນຍານການລໍຕົວທາງເສດຖະກິດ.