ຫຼາຍປະເທດໃນລຸ່ມແມ່ນ້ຳຂອງອາດໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ

ໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງຢູ່ ສປປ ລາວ, ໄທ, ກໍາປູເຈຍ ແລະ ສສ ຫວຽດ ນາມ ຍ້ອນນໍ້າໃນແມ່ນໍ້າຂອງຫຼຸດລົງຢູ່ໃນລະດັບຕໍ່າ.

ຕາມຂ່າວສານຫວຽດນາມ ລາຍງານວ່າ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ຈະຕ້ອງປະເຊີນໜ້າກັບສະພາບໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງ 

ຜູ້ນໍາຟິລິບປິນປະກາດຈະຫ້າມສູບຢາໄຟຟ້າ

  ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີ ຟິລິບປິນປະກາດຈະຫ້າມສູບຢາໄຟຟ້າ ໂດຍຂູ່ຈະຈັບ ກຸມທຸກຄົນທີ່ສູບຢາໄຟຟ້າໃນທີ່ສາ ທາລະນະແຕ່ຍັງບໍ່ໄດ້້ມີກຳນົດໄລ ຍະເວລາວ່າຈະເລີ່ມບັງຄັບເມື່ອ ໃດ.

ອີຣານ ປະທ້ວງລາຄານໍ້າມັນເສຍຊີວິດຫຼາຍກວ່າ 100 ຄົນ

ການຊຸມນຸມປະທ້ວງຕໍ່ຕ້ານການຂຶ້ນລາຄານໍ້າມັນໃນອີຣານເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ລັດຖະບານຕັດສັນຍານໂທລະສັບ ແລະມີທະຫານເວນຍາມ.

ຫວຽດນາມ ປັບເພີ່ມອາຍຸບໍານານ ເລີ່ມປີ 2021

ລັດຖະສະພາ ສສ ຫວຽດ ນາມອະນຸມັດກົດໝາຍແຮງງານ ທີ່ໄດ້ຮັບການແກ້ໄຂທີ່ມີການປ່ຽນແປງ ຊຶ່ງລວມທັງການປັບເພີ່ມອາຍຸບໍານານ ແລະເພີ່ມວັນພັກລັດຖະກອນອີກ 1 ວັນ.

ອາຊີ-ປາຊີຟິກ ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ

ກອງປະຊຸມສຸດຍອດອາຊີ-ປາຊີຟິກ (APS) ປີ 2019 ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ: ສັນຕິພາບ, ປອງດອງຊາດ, ໜູນຊ່ວຍເຊິ່ງກັນ ແລະ ກັນພ້ອມກັນວັດທະນາຖາວອນ ແລະ ບັນດາຄຸນຄ່າທົ່ວໂລກ” ໄດ້ໄຂຂຶ້ນໃນວັນທີ 19 ພະຈິກ ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ.

ອັດຕາການຕັດໄມ້ທຳລາຍປ່າໃນບຣາຊິນເພີ່ມຂຶ້ນ29,5%

ສະຖາບັນວິໄຈອາວະກາດແຫ່ງຊາດຂອງບຣາຊິນລາຍງານວ່າ ອັດຕາການຕັດໄມ້ທຳລາຍປ່າຂອງບຣາຊິນເພີ່ມຂຶ້ນເຖິງ 29,5% ໃນຮອບ 12 ເດືອນ ຊຶ່ງຖືເປັນການສູນເສຍພື້ນທີ່ປ່າຫຼາຍທີ່ສຸດໃນ ຮອບ 11 ປີນັບຕັ້ງແຕ່ປີ 2008.

ເກີດເຫດບໍ່ຖ່ານຫີນຈີນລະເບີດ ເສຍຊີວິດ 15 ຄົນ

  ທາງການ ສປ ຈີນ ລາຍງານວ່າ ເກີດເຫດບໍ່ຖ່ານຫີນລະເບີດໃນມົນທົນຊານຊີທາງພາກເໜືອຂອງຈີນສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ໄດ້ຮັບບາດ ເຈັບ 9 ຄົນ.

ຈີນເດີນໜ້າພັດທະນາເຕັກໂນໂລຊີ 6ຈີ

 ສປ ຈີນ ເລີ່ມພັດທະນາເຕັກໂນໂລຊີລະບົບ 6ຈີ ຢ່າງເປັນທາງການພຽງບໍ່ທໍ່ໃດວັນພາຍຫຼັງເປີດ ໃຫ້ບໍລິການລະບົບ 5ຈີ ທາງການ ຄ້າທົ່ວປະເທດ.

 

ປູຫິມະ ແພງທີ່ສຸດໃນໂລກ ມູນຄ່າ 46 ພັນໂດລາ

ປູຫິມະທີ່ຈັບໄດ້ໃນແຂວງ ທົດໂຕຣິຂອງຍີ່ປຸ່ນ ກາຍເປັນຂ່າວ ດັງໄປທົ່ວໂລກ ຫຼັງຈາກສ້າງລາ ຄາຂາຍໃນການປະມູນເຖິງ 5 ລ້ານເຢນ (46 ພັນໂດລາສະຫະ ລັດ), ກາຍເປັນປູຫິມະແພງທີ່ສຸດ ໃນໂລກ.

ຫວຽດນາມຈະຫຼຸດພື້ນທີ່ປູກເຂົ້າ 5 ແສນເຮັກຕາ

 ສສ ຫວຽດນາມ ປັບແຜນ ການກະສິກຳໃໝ່ຫຼຸດພື້ນທີ່ປູກເຂົ້າລົງ 5 ແສນເຮັກຕາ ( 3,1 ລ້ານໄຮ່) ຫັນມາປູກພືດເສດຖະກິດທົດແທນຫຼຸດຄວາມສ່ຽງ.ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ຫວຽນ ຊວນກວງ ລັດຖະມົນຕີວ່າການກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມລະບຸວ່າ