ມຽນມາເສຍຊີວິດຍ້ອນພະຍາດ ໄຂ້ເລືອດອອກ 48 ຄົນ

ກະຊວງສາທາລະນະສຸກ ແລະກີລາມຽນມາໄດ້ແຈ້ງ ໃຫ້ຮູ້ ວ່າ: ນັບແຕ່ເດືອນມັງກອນຫາ ເດືອນກໍລະກົດປີນີ້,ຈຳນວນຜູ້ເປັນພະຍາດໄຂ້ເລືອດອອກຂອງທົ່ວ ປະເທດມຽນມາໄດ້ມີ 10.757 ຄົນ ແລະເສຍຊີວິດແລ້ວ 48 ຄົນ, ໃນນັ້ນອັດຕາຜູ້ຕິດເຊື້ອພະຍາດຢູ່ ແຂວງເອເຢຢາວາດີສູງກວ່າໝູ່.

ຈີນຊຸກຍູ້ເຊິນເຈີ້ນ ເປັນເມືອງຕົ້ນແບບຂອງໂລກ

ສະພາແຫ່ງຊາດຂອງ ສປ ຈີນ ລະບຸວ່າກຽມຍົກລະດັບ ແລະພັດທະນາເຊິນເຈີ້ນໃຫ້ກາຍເປັນເມືອງຕົ້ນແບບຂອງໂລກກາງສັດຕະວັດນີ້.ຕາມຂ່າວຕ່າງປະເທດລາຍງານວ່າຄະນະກຳມາທິການສະພາແຫ່ງຊາດຂອງຈີນລະບຸວ່າພາຍໃນປີ 2025 ເຊິນເຈິ້ນຈະກາຍເປັນເມືອງນະວັດຕະກຳນານາຊາດ

ຝຣັ່ງ ຢຶດໂຄເຄນໄດ້ຫຼາຍກວ່າ 1 ໂຕນ

ຕາມຂ່າວຕ່າງປະເທດລາຍ ງານວ່າ: ກະຊວງປະຕິບັດງານ ແລະລາຍການບັນຊີສາທາລະນະຝຣັ່ງໄດ້ແຈ້ງຂ່າວເມື່ອບໍ່ດົນມານີ້ວ່າ:ເຈົ້າໜ້າທີ່ດ່ານພາສີເມືອງເລີ ອາເວີ ໄດ້ກວດພົບໂຄເຄນທີ່ມີນໍ້າ ໜັກທັງໝົດ 1.066,5 ກິໂລກຣາມ ໃນຕູ້ບັນທຸກສິນຄ້າຕູ້ໜຶ່ງຢູ່ທ່າກໍ່າປັ່ນ,ຖ້າຄິດໄລ່ລາຄາຕາມຕະຫຼາດມືດແລ້ວມີ

ອີຢູເລີ່ມເກັບພາສີນໍ້າມັນກາຊວນຊີວະພາບຈາກ ອິນໂດເນເຊຍ

ຄະນະກຳມາທິການສະຫະພາບເອີຣົບ (ອີຢູ) ປະກາດວ່າ: ເລີ່ມແຕ່ວັນທີ 13 ສິງຫາ ເປັນຕົ້ນ ໄປຈະເກັບພາສີຕ້ານການເກື້ອກູນຕໍ່ການອຸດໜູນນໍ້າມັນກາຊວນຊີວະພາບຂອງອິນໂດເນເຊຍເປັນການ ຊົ່ວຄາວໃນລະດັບ 8-18%.

ກຳປູເຈຍ ສົ່ງອອກຢາງພາລາເພີ່ມຂຶ້ນ 24%

ຫວ່າງບໍ່ດົນມານີ້ກົມຢາງພາລາກະຊວງກະສິກຳ, ປ່າໄມ້ ແລະປະມົງກຳປູເຈຍໄດ້ເປີຍເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍໄດ້ສົ່ງ ອອກຢາງພາລາໄດ້ 104.261 ໂຕນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາຊຶ່ງ ໄດ້ສ້າງລາຍຮັບໄດ້ 139 ລ້ານ ໂດລາສະຫະລັດ.

ເສດຖະກິດຫວຽດນາມເຕີບໂຕໄວທີ່ສຸດ ໃນອາຊຽນ

ໃນບົດລາຍງານສະບັບຫຼ້າສຸດທີ່ຫາກໍ່ໄດ້ປະກາດ ໂດຍທະນາ ຄານ Satandard Chartered ຄາດວ່າ ສສ ຫວຽດນາມ ຈະສືບຕໍ່ ແມ່ນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດຢູ່ອາຊຽນໃນໄລຍະສັ້ນດ້ວຍລະດັບການເຕີບໂຕ ຄາດວ່າຈະບັນລຸໄດ້ 6,9% ໃນປີ 2019.

ບໍລິສັດຊາອຸດິອາຣາມໂກ ມີກຳໄລຫຼາຍສຸດໃນໂລກ

ຊາອຸດິອາຣາມໂກ ບໍລິສັດ ນໍ້າມັນຂອງລັດຖະບານຊາອຸດິດ ອາຣັບບີ ເປີດເຜີຍຜົນປະກອບ ການໃນວັນທີ 12 ສິງຫາວ່າ ຕົ້ນປີນີ້ຜົນກຳໄລຫຼຸດລົງ 12% ຢູ່ທີ່ 46,9 ຕື້ໂດລາສະຫະລັດ ເນື່ອງ ຈາກລາຄານໍ້າມັນໂລກຫຼຸດລົງ ແຕ່ບໍລິສັດຍັງເປັນບໍລິສັດທີ່ສ້າງກຳ ໄລຫຼາຍທີ່ສຸດໃນໂລກ.

ຣັດເຊຍຕິດຕັ້ງເຕັກໂນໂລຊີກວດຈັບໃບໜ້າ ໃນລົດແທັກຊີ

ຍານເດກ ເອັນວີ (YandexNV) ບໍລິສັດດ້ານບໍລິການທີ່ກ່ຽວ ຂ້ອງກັບອິນເຕີເນັດຣັດເຊຍ ໄດ້ ຕິດຕັ້ງເຕັກໂນໂລຊີກວດຈັບໃບໜ້າ (facial-recognition) ກັບລົດແທັກຊີໃນເຄືອ ເພື່ອປ້ອງ ກັນຄົນຂັບຫຼັບໃນ ຫຼັງຈາກເກີດອຸບັດເຫດທາງຈາລະຈອນຈາກລົດແທັກຊີສູງຂຶ້ນ.

ຫວຽດນາມສົ່ງອອກ ເຕີບໂຕຕາມເປົ້າໝາຍ 7,5% ປີນີ້

ກະຊວງອຸດສາຫະກຳ ແລະການຄ້າຂອງ ສສ ຫວຽດນາມ ຈະບໍ່ປັບເປົ້າໝາຍຕົວ ເລກການນໍາເຂົ້າ ແລະສົ່ງອອກ ເຖິງແມ່ນວ່າຈະມີສະຖານະການຫຍຸ້ງຍາກໃນປະຈຸບັນ ກໍຕາມ.

ອົດສະຕຣາລີຢຶດຢາອີໄດ້ເກືອບ 800 ກິໂລກຣາມ

 ຕຳຫຼວດອົດສະຕຣາລີຮ່ວມກັບນູແວນເຊລັງ ແລະອັງກິດ ທຳລາຍແກ້ງຄ້າຢາອີຂ້າມຊາດ ຢຶດຢາອີໄດ້ຫຼາຍທີ່ສຸດເທົ່າທີ່ເຄີຍມີມາໃນອົດສະຕຣາລີເຖິງ 766 ກິໂລກຣາມ ແລະຈັບກຸມຜູ້ຊາຍອັງ ກິດໄດ້ 4 ຄົນ.