ຣັດເຊຍ ປະກາດພາວະສຸກເສີນນໍ້າມັນຮົ່ວໄຫຼ

ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍປະກາດສະຖານະການສຸກເສີນດ້ານສິ່ງແວດລ້ອມລະດັບປະເທດເນື່ອງຈາກນໍ້າມັນກະຊວນໃນສາງຂອງ ບໍລິສັດແຫ່ງໜຶ່ງເປ່ເພ ສົ່ງຜົນເຮັດໃຫ້ນໍ້າມັນຈຳນວນຫຼາຍໄຫຼລົງແມ່ນໍ້າທີ່ຈະອອກສູ່ທະເລອາກຕິກ.

ກຳປູເຈຍ ເລັ່ງແຈກເງິນອຸດໜູນໃຫ້ 2,3 ລ້ານຄົນ

ກະຊວງວາງແຜນກຳປູເຈຍເປີດເຜີຍແຜນການນາຍົກລັດຖະມົນຕີ ຮຸນເຊນ ແຈກເງິນ 5,6 ແສນຄອບຄົວຫຼືເກືອບ 2,3 ລ້ານຄົນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ຈີ7 ຈະຫຼຸດຜ່ອນໜີ້ໃຫ້ປະເທດທຸກຍາກ

  ກອງປະຊຸມລັດຖະມົນຕີວ່າການກະຊວງການເງິນຈາກກຸ່ມປະເທດຈີ7 ຊຶ່ງປະຊຸມຜ່ານອອນລາຍຕົກລົງທີ່ຈະຫຼຸດຜ່ອນໜີ້ໃຫ້ກັບປະເທດທີ່ທຸກຍາກທີ່ສຸດໃນໂລກ ແລະ ມີຄວາມຂາດແຄນໃນດ້ານການແພດເພື່ອໃຫ້ປະເທດເຫຼົ່ານັ້ນຈະໄດ້ສາມາດຮັບມືກັບການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ ດີຍິ່ງຂຶ້ນ.

ຈີນ ເປີດສາຍການບິນຕ່າງຊາດເຂົ້າປະເທດແບບຈຳກັດ

ສປ ຈີນ ເປີດໃຫ້ສາຍການບິນຕ່າງປະເທດເຂົ້າປະເທດແບບຈຳກັດຖ້ຽວບິນເລີ່ມຕັ້ງແຕ່ວັນທີ 8 ມິຖຸນາເປັນຕົ້ນໄປຫຼັງຈາກອາເມລິກາສັ່່ງບໍ່ໃຫ້ຖ້ຽວບິນຈີນເຂົ້າປະເທດ.

ເສດຖະກິດຫວຽດນາມກັບມາເຕີບໂຕ

 ເສດຖະກິດ ສສ ຫວຽດນາມ ກັບມາເຕີບໂຕຄືນໃໝ່ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຕາມຂ່າວສານຫວຽດ ນາມລາຍງານວ່າໃນ 5 ເດືອນຕົ້ນປີ 2020 ນີ້ຍອດວົງເງິນສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມຄາດຄະເນວ່າບັນລຸໄດ້ເກືອບ 197 ຕື້ໂດລາສະຫະລັດ. ຊຶ່ງຫວຽດນາມ

ອາຊຽນເພີ່ມທະວີການຮ່ວມມືດ້ານເສດຖະກິດ

  ທ້າຍອາທິດທີ່ຜ່ານມາອາຊຽນຈັດກອງປະຊຸມທາງໄກປຶກສາຫາລືຄວາມຮ່ວມມືໃນການແກ້ໄຂບັນຫາເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ອັງກິດ - ອີຢູຈະດຳເນີນເຈລະຈາດ້ານການຄ້າຕາມແຜນການ

ອັງກິດປະກາດວ່າບັນດາການເຈລະຈາກ່ຽວກັບການຄ້າລະຫວ່າງປະເທດນີ້ກັບສະຫະພາບເອີຣົບ (EU) ຍັງຄົງຈະດຳເນີນຕາມແຜນການໃນທ້າຍອາທິດໜ້າ, ເຖິງວ່າທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ທ່ານ Michel Barnierຫົວໜ້າຄະນະເຈລະຈາຂອງອີຢູລ້ວນແຕ່ຢັ້ງຢືນວ່າ ໄດ້ຕິດເຊື້ອພະຍາດໂຄວິດ - 19.

ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ

 ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ ແລະມີຜູ້ເສຍຊີວິດຫຼາຍກວ່າ 33.800 ຄົນ ໂດຍອິຕາລີອັນດັບ 1 ຕົວເລກຜູ້ເສຍຊີວິດສ່ວນອາເມລິກາມີຜຸ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

ເກີດເຫດເຮືອບິນເຄື່ອນຍ້າຍຄົນເຈັບຕົກຢູ່ຟິລິບປິນເສຍຊີວິດ 8 ຄົນ

 ວັນທີ 29 ມີນາທີ່ຜ່ານມາໄດ້ເກິດເຫດເຮືອບິນເຄື່ອນຍ້າຍຄົນເຈັບເພື່ອປະປິ່ນປົວຢູ່ຍີ່ປຸ່ນຕົກ ແລະເກີດໄຟໄໝ້ຢູ່ສະໜາມບິນນະຄອນຫຼວງມະນີລາຂອງຟິລິບປິນເປັນເຫດເຮັັດໃຫ້ມີຜູ້ເສຍຊີວິດ 8 ຄົນ.

ຈີນວາງນະໂຍບາຍການເງິນ ເພື່ອໃຫ້ເສດຖະກິດມີຄວາມໝັ້ນທ່ຽງ

  ທ່ານ ເກິງສວງ ໂຄສົກກະຊວງການຕ່າງປະເທດສປ ຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ, ພາຍຫຼັງເກີດການແຜ່ລະບາດເຊື້ອໂຄວິດ-19ເປັນຕົ້ນມາ,​ລັດຖະບານໄດ້ອອກແຮງຕໍ່ຕ້ານຢ່າງສຸດຂີດ ໂດຍໄດ້ວາງນະໂຍບາຍການເງິນ ແລະການທະນາຄານຢ່າງເປັນລະບົບເພື່ອເຮັດໃຫ້ເສດຖະກິດ ແລະການ