ຈີນ-ຣັດເຊຍຊຸກຍູ້ຄວາມຮ່ວມມືກັນທຸກດ້ານ

ນາຍົກລັດຖະມົນຕີຂອງ ສປ ຈີນ ແລະຣັດເຊຍເຫັນດີກັບການສົ່ງ ເສີມຄວາມຮ່ວມມືລະດັບພາຄີໃນທຸກດ້ານໃຫ້ຫຼາຍຍິ່ງຂຶ້ນ ໂດຍສະເພາະທຸກດ້ານທີ່ກ່ຽວຂ້ອງກັບເສດຖະກິດ.

ນໍ້າຖວ້ມໜັກຢູ່ອິນເດຍ ເສຍຊີວິດ 200 ກວາ່ຄົນ

ເຈົ້າໜ້າທີ່ອິນເດຍເປີດເຜີຍ ວ່າ ເກີດເຫດອຸທົກກະໄພຮຸນແຮງຫຼັງຈາກຝົນຕົກໜັກໃນໄລຍະຫຼາຍ ວັນທີ່ຜ່ານມາໃນລັດມັດທະຍະປະ ເທດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 200 ຄົນ ແລະອີກຫຼາຍ ພັນຄົນບໍ່ມີທີ່ຢູ່ອາໄສ.

ສ ເກົາຫຼີ ພິຈາລະນາໃຊ້ນໍ້າມັນສໍາຮອງທາງຍູດທະສາດ

ສ. ເກົາຫຼີ ເປີດເຜີຍວ່າຈະພິຈາລະນາເລື່ອງນໍານໍ້າມັນສຳຮອງທາງຍຸດທະສາດມາໃຊ້ ຖ້າຫາກສະຖານະການນໍ້າມັນດິບມີບັນຫາຫຼັງຈາກຊາອຸດິດອາຣັບບີຖືກໂຈມຕີໂຮງກັ່ນນໍ້າມັນແຫ່ງທີ 2.

ຈິນພັດທະນາທາ່ເຮືອໃຫຍ່ສູດອັນດັບ 3 ຂອງໂລກ

ຊຽງໄຮ້ຂອງ ສປ ຈີນ ກຽມພັດທະນາທ່າເຮືອ ອູ່ຊົງໂຊ່ວ ໃຫ້ກາຍ ເປັນທ່າເຮືອທີ່ໃຫຍ່ທີ່ສຸດອັນດັບ 3 ຂອງໂລກ ໃນດ້ານຂອງຈຳນວນການເດີນທາງຂອງຜູ້ໂດຍສານ.

ຟິລິບປິນເປີດໂຄງການຂີ້ເຫຍື້ອພະລາສະຕິກແລກເຂົ້າ

ທ້າຍອາທິດທີ່ຜ່ານມາຟິລິບປິນເປີດໂຕໂຄງການຂີ້ເຫຍື້ອພະລາສະຕິກ 2 ກິໂລກຣາມ ແລກກັບເຂົ້າ 1 ກິໂລກຣາມ ໂດຍມີຈຸດປະສົງເພື່ອຊ່ວຍຮັກສາສິ່ງແວດລ້ອມ ແລະລ້ຽງຄົນທຸກຍາກ.

ມຽນມາສົ່ງອອກແຮງງານ 30 ພັນກວ່າຄົນ ໃນ 1 ເດືອນ

  ກະຊວງຂ່າວສານມຽນ ມາລາຍງານໃນວັນທີ 12 ກັນຍາວ່າມຽນມາໄດ້ສົ່ງແຮງງານຂ້າມ ຊາດໄປເຮັດວຽກຕ່າງປະເທດຈຳນວນ 33.805 ຄົນ ເມື່ອທຽບກັບເດືອນສິງຫາທີ່ຜ່ານມາ.

ກູບາ ຂາດແຄນນໍ້າມັນເຊື້ອໄຟຢ່າງໜັກ

ຜູ້ນໍາກູບາລະບຸໃນທ້າຍອາທິດທີ່ຜ່ານມາວ່າ ກູບາກຳລັງປະເຊີນກັບການຂາດແຄນນໍ້າມັນເຊື້ອໄຟ ຢ່າງໜັກພ້ອມທັງກ່າວໂທດວ່າວິກິດພະລັງງານເກີດ ຈາກມາດຕະການລົງໂທດຂອງອາເມລິກາ.

ຫວຽດນາມຈະປັບຫຼຸດເວລາເຮັດວຽກລົງ

 ສະຫະພາບແຮງງານ ສສ ຫວຽດນາມ (VGCL) ຮຽກຮ້ອງໃຫ້ແກ້້ໄຂຮ່າງກົດໝາຍແຮງງານເພື່ອຫຼຸດເວລາໃນການເຮັດວຽກລົງຈາກ ເດີມ 48 ຊົ່ວໂມງມາຢູ່ທີ່ 44 ຊົ່ວໂມງຕໍ່ອາທິດ.

ຈີນປ່ອຍຊີ້ນໝູສຳຮອງແຊ່ແຂງອອກສູ່ຕະຫຼາດ

ສືບເນື່ອງມາຈາກການລະບາດຂອງພະຍາດອະຫິວາອາຟຣິກາໃນໝູ ເຮັດໃຫ້ຊີ້ນໝູໃນ ສປ ຈີນ ຂາດແຄນຈົນລາຄາເພີ່ມສູງຂຶ້ນເກືອບທົບເຄິ່ງຈົນຕ້ອງໄດ້ປ່ອຍຊີ້ນໝູສຳຮອງທີ່ແຊ່ແຂງໄວ້ອອກສູ່ຕະຫຼາດແຕ່ນັກວິເຄາະຊີ້ວ່າຍັງ ບໍ່ພຽງພໍຕໍ່ຄວາມຕ້ອງການ.

ຫວຽດນາມ ເປີດໂຊລາຟາມ ໃຫຍ່ທີ່ສຸດໃນອາຊຽນ

 ສສ ຫວຽດນາມ ເປີດໂຊລາຟາມພະລັງງານໄຟຟ້າແສງຕາເວັນ ທີ່ໃຫຍ່ທີ່ສຸດໃນພາກພື້ນອາຊຽນພ້ອມທັງຕັ້ງເປົ້າພາຍໃນປີ 2050 ພະລັງງານໄຟຟ້າຈາກແສງຕາເວັນຈະຕ້ອງມີອັດຕາສ່ວນ 20% ຂອງພະ ລັງງານພາຍໃນປະເທດ.