ເທສລາກູ້ເງິນຈີນ 1,4 ຕື້ໂດລາ ກຽມສ້າງຕັ້ງໂຮງງານໃນຊຽງໄຮ້

 ເທສລາກູ້ເງິນ 1,4 ຕື້ໂດລາສະຫະລັດ ຈາກທະນາຄານ ສປ ຈີນ ກຽມສ້າງຕັ້ງໂຮງງານຜະລິດລົດເພີ່ມແຫ່ງໃໝ່ໃນຊຽງໄຮ້

ໄອເອັມເອຟ ຮຽກຮ້ອງອິນເດຍແກ້ບັນຫາການລໍຕົວຂອງເສດຖະກິດ

ກອງທຶນການເງິນສາກົນຫຼືໄອເອັມເອຟ ຮຽກຮ້ອງໃຫ້ລັດຖະບານອິນເດຍດຳເນີນການຢ່າງເລັ່ງດ່ວນເພື່ອແກ້ບັນຫາການລໍຕົວທາງເສດຖະກິດໄອເອັມເອຟ ລະບຸວ່າບັນຫາການບໍລິໂພກ ແລະ ການລົງທຶນທີ່ຫຼຸດລົງລວມທັງລາຍໄດ້ຈາກພາສີທີ່ຫຼຸດລົງ ແລະ ປັດໄຈອື່ນໆກຳລັງເຮັດໃຫ້ເສດຖະກິດຂອງອິນເດຍຊຶ່ງເປັນໜຶ່ງໃນປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນໂລກເກີດພາວະລໍຕົວ

ຈາກາຕາ ເລ່ງພັດທະນາລົດອີວີ ເພື່ອແກ້ໄຂ ມົນລະພິດທາງອາກາດໃນເມືອງຫຼວງ

 ຈາກາຕາເລ່ງພັດທະນາລົດອີວີລົບພາບເມືອງຫຼວງເລື່ອງມົນລະພິດຊຶ່ງການເຄື່ອນໄຫວຄັ້ງນີ້ຈະຊ່ວຍເພີ່ມປະສິດທິພາບດ້ານການຫຼຸດຕົ້ນທຶນໃຫ້ປະຊາຊົນຫັນມາຍອມຮັບລົດໄຟຟ້າຫຼາຍຂຶ້ນ

“ເນັດຟລິກຊ” ຂຶ້ນແທ່ນຫຸ້ນເພີ່ມຂຶ້ນແຮງສຸດໃນຮອບ 1 ທົດສະວັດ

 ສຳນັກຂ່າວຊີເອັນບີຊີລາຍງານວ່າຫຸ້ນເນັດຟລິກຊນັບເປັນຫຸ້ນທີ່ປັບຕົວດີທີ່ສຸດໃນຮອບ 1 ທົດສະວັດໂດຍໃຫ້ຜົນຕອບແທນຫຼາຍກວ່າ 4.000% ທັງນີ້ ໃນໄລຍະຕົ້ນທົດສະວັດ 2010 ເນັດ ຟລິກຊ ມີສະມາຊິກພຽງ 12 ລ້ານຄົນ ແລະ ມີມູນຄ່າຕະຫຼາດບໍ່ທໍ່ໃດຕື້ໂດລາສະຫະລັດ.

ຊີອີໂອ “ໂບອິ້ງ” ລາອອກຍ້ອນວິກິດ 737 ແມ໊ກຊ

   ທ່ານ ເດນນິສ ມຸຍເລນເບີກ ປະທານເຈົ້າໜ້າທີ່ຄະນະບໍລິຫານ (ຊີອີໂອ) ບໍລິສັດໂບອິ້ງ ປະກາດລາອອກໃນວັນທີ 23 ທັນວາ ມີຜົນໃນທັນທີຫຼັງຈາກທີ່ໂບອິ້ງຕ້ອງປະເຊີນກັບວິກິດອັນເກີດຈາກເຫດເຮືອບິນລຸ້ນ 737 ແມ໊ກຊຕົກເຖິງສອງຄັ້ງ ແລະ ຍອດຂາຍຂອງບໍລິສັດຫຼຸດລົງຕໍ່ເນື່ອງ.

ເປີດເສັ້ນທາງຈີນ ສູ່ “ເບີ 1 ເສດຖະກິດໂລກ

ປະຕິເສດບໍ່ໄດ້ວ່າ ສປ ຈີນ ເຄີຍເປັນປະເທດທຸກຍາກປະຊາຊົນອຶດຫິວລົ້ມຕາຍຫຼາຍລ້ານຄົນແຕ່ປະຈຸບັນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ມີແຜນກ້າວເປັນເບີ 1 ໃຫ້ໄດ້ແຕ່ຄວາມຝັນນີ້ຍັງມີອຸປະສັກຫຼວງຫຼາຍໃຫ້ຟັນຝ່າ

ອົດສະຕຣາລີກຽມຮັບມືກັບຄື້ນຄວາມຮ້ອນ

ສຳນັກອຸຕຸນິຍົມວິທະຍາອົດສະຕຣາລີເປີດເຜີຍວ່ານັບຕັ້ງແຕ່ວັນທີ 18 ທັນວາ ເປັນຕົ້ນໄປອົດສະຕຣາລີຈະມີຄື້ນຄວາມຮ້ອນປົກຄຸມຫຼາຍພື້ນທີ່ຄາດວ່າ ອຸນຫະພູມຈະສູງເຖິງ 50,7 ອົງສາເຊ.

ປະຊາຊົນໂກໂລມບີປະທ້ວງແຜນປະຕິຮູບພາສີ

ວັນທີ 17 ທັນວາ ກຸ່ມຜູ້ປະທ້ວງໃນໂກໂລມບີລວມຕົວກັນຊຸມນຸມ ເນື່ອງຈາກບໍ່ເຫັນດີກັບແຜນການປະຕິຮູບພາສີອ້າງວ່າເອື້ອປະໂຫຍດຕໍ່ນາຍທຶນ.

ຕາມຂ່າວຕ່າງປະເທດລາຍງານວ່າທີ່ນະຄອນຫຼວງໂບໂກຕາ ຂອງໂກໂລມບີກຸ່ມຜູ້ປະທ້ວງຊຶ່ງປະກອບດ້ວຍສະມາຊິກສະຫະພາບແຮງງານ, ນັກສຶກສາ

ເມັກຊິກກຽມຂຶ້ນຄ່າແຮງງານຂັ້ນຕໍ່າອີກ 20%

ລັດຖະບານເມັກຊິກເຫັນດີທີ່ຈະຂຶ້ນຄ່າແຮງງານຂັ້ນຕໍ່າລາຍວັນຕື່ມອີກ 20% ຊຶ່ງເປັນການປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນຄັ້ງທີ 2 ຕິດຕໍ່ກັນດ້ານຜູ້ຊ່ຽວຊານລະບຸວ່າການຂຶ້ນດອກເບ້ຍໃນຄັ້ງນີ້ອາດເຮັດໃຫ້ທະນາຄານກາງຄວບຄຸມອັດຕາເງິນເຟີ້ພື້ນຖານໄດ້ລໍາບາກ.

ອາເມລິກາກຽມຂຶ້ນພາສີນໍາເຂົ້າສິນຄ້າອີຢູ100%

   ອາເມລິກາກຽມຂຶ້ນພາສີນໍາເຂົ້າສິນຄ້າ ຈາກສະຫະພາບເອີຣົບ (ອີຢູ) ໃນອັດຕາທີ່ສູງ ເຖິງ 100% ເພື່ອໂຕ້ຕອບກໍລະນີພິພາກເງິນອຸດ ໜູນແອບັສ.

ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ດ້ານການຄ້າຂອງອາເມລິກາກຳລັງພິຈາລະນາທີ່ຈະເກັບພາສີນໍາເຂົ້າສິນຄ້າຈາກອີຢູໃນອັດຕາສູງເຖິງ 100%