ເສດຖະກິດຍີ່ປຸ່ນ-ສິງກະໂປ ຫຼຸດລົງຢ່າງໜັກ

ມູດີ້ ລະບຸໃນວັນທີ 28 ເມສາ ທີ່ຜ່ານມາວ່າເສດຖະກິດຂອງຍີ່ປຸ່່ນ ແລະສິງກະໂປຫຼຸດລົງຢ່າງໜັກທີ່ສຸດຈາກການລະບາດຂອງເຊື້ອພະຍາດໂຄວິດ-19

 

ອັງກິດກຽມທົດລອງວັກແຊງໂຄວິດ-19 ກັບ 6 ພັນຄົນ

ສະຖາບັນເຈນເນີ ມະຫາວິທະຍາໄລອອກຟອດຂອງອັງກິດກຽມທົດລອງວັກແຊງປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ກັບອາສາສະໝັກຫຼາຍກວ່າ 6 ພັນຄົນ ພາຍໃນທ້າຍເດືອນໜ້າໂດຍຫວັງວ່າບໍ່ພຽງປອດໄພແຕ່ຍັງຈະໄດ້ຮັັບຜົນດີ.

ຫວຽດນາມສົ່ງອອກຜະລິດຕະພັນກະສິກຳຫຼຸດລົງ 17%

  ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງ ສສ ຫວຽດ ນາມ ຫຼຸດລົງເກືອບ 17% ໃນ 4 ເດືອນຕົ້ນປີ 2020 ສປ ຈີນ ຍັງຄົງແມ່ນຕະຫຼາດທີ່ກວມເອົາອັດຕາສ່ວນຫຼາຍທີ່ສຸດດ້ວຍວົງເງິນສົ່ງອອກບັນລຸເກືອບ 2,8 ຕື້ໂດລາສະຫະລັດ.

ຍອດຜູ້ຕິດເຊື້ອໂຄວິດສິງກະໂປແຊງໜ້າຍີ່ປຸ່ນ

ສີງກະໂປເປີດເຜີຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ເພີ່ມຂຶ້ນເກືອບ 1 ພັນຄົນ ສົ່ງຜົນເຮັດ ໃຫ້ມີຜູ້ຕິດເຊື້ອທັງໝົດ 13.624 ຄົນ ແຊງໜ້າຍີ່ປຸ່ນ.

ຈີນຈະເພີ່ມເງິນຊຸກຍູ້ເສດຖະກິດ 56 ຕື້ຢວນ

 ທະນາຄານກາງ ສປ ຈີນ ຈະເພີ່ມບ້ວງເງິນ ເພື່ອຊຸກຍູ້ເສດຖະກີດດ້ວຍມູນຄ່າ 56 ຕື້ຢວນ ເພື່ອເສີມສະ ພາບຄ່ອງຂອງລະບົບການເງິນ.

  ຕາມຂ່າວຕ່າງປະເທດລາຍງານວ່າເມື່ອບໍ່ດົນມານີ້, ທະນາຄານກາງຈີນປະກາດວ່າໄດ້ຫຼຸດຜ່ອນອັດຕາດອກເບ້ຍໂຄງການເງິນກູ້ຢືມໄລຍະກາງແບບກຳນົດ

ອາກຊັງຕິນ ຖອນຕົວອອກຈາກການເຈລະຈາເອຟທີເອ

ລັດຖະບານ ອາກຊັງຕິນ ຈະຖອນຕົວອອກຈາກບັນດາການ ເຈລະຈາກ່ຽວກັບສັນຍາການຄ້າ ເສລີ (FTA) ຂອງກຸ່ມການຕະຫຼາດລວມອາເມລິກາໃຕ້.

ຕາມຂ່າວສານຫວຽດນາມ ລາຍງານວ່າລັດຖະບານອາກຊັງ ຕິນໄດ້ຖະແຫຼງວ່າຈະຖອນຕົວອອກຈາກບັນດາການເຈລະຈາກ່ຽວກັບສັນຍາການຄ້າເສລີ 

ໄທ ແກ່ຍາວສະພາວະສຸກເສີນຕື່ມອີກ 1 ເດືອນ

ລັດຖະບານປະເທດໄທໄດ້ຕັດສິນໃຈແກ່ຍາວຄຳສັ່ງສະພາວະສຸກເສີນຕື່ມອີກ 1 ເດືອນ ເພື່ອແນໃສ່ຮັບປະກັນຄວບຄຸມສະພາບການ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ເກີດເຫດຝົນຕົກຟ້າຜ່າຢູ່ອິນເດຍເສຍຊີວິດ 10 ຄົນ

ເກີດເຫດພາຍຸຝົນຕົກຟ້າຜ່າຢູ່ລັດພິຫານຂອງອິນເດຍເຮັດໃຫ້ຟ້າຜ່າຊາວບ້ານທີ່ກໍາລັັງເຮັດວຽກໃນຟາມປູກຜັກເສຍຊີວິດຢ່າງໜ້ອຍ 10 ຄົນ ແລະໄດ້ຮັບບາດເຈັບ 9 ຄົນ.

ມື້ທີ 11 ແລ້ວຫວຽດນາມບໍ່ມີຜູ້ຕິດເຊື້ອໂຄວິດ-19

ຕາມແຫຼ່ງຂ່າວຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ ໂຄວິດ-19 ໂດຍໃຫ້ຮູ້ວ່າ: ຮອດຕອນເຊົ້າວັນທີ 27 ເມສາ, ສສ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ເພີ່ມ.

ອາເມລິກາ ວ່າງວຽກສູງເຖິງ 26 ລ້ານຄົນ

 ປະຊາຊົນໃນອາເມລິກາວ່າງວຽກໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສູງເຖິງ 26 ລ້ານຄົນ ແຊງໜ້າຍອດການຈ້າງວຽກເຮັດທັງທົດສະວັດ.