ໄອເອັມເອຟ ຄາດວ່າ ເສດຖະກິດຫວຽດນາມເຕີບໂຕຫຼຸດລົງ

 ກອງທຶນການເງິນສາກົນ (ໄອເອັມເອຟ) ລະບຸວ່າ ການເຕີບໂຕທາງ ເສດຖະກິດຂອງ ສສ ຫວຽດນາມ ຄາດວ່າຈະລໍຕົວລົງຢູ່ທີ່ 2,7% ໃນປີນີ້ ເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ແຕ່ຈະເພີ່ມຂຶ້ນຢູ່ທີ່ 7% ໃນປີໜ້າ.

ອີຢູ-ອັງກິດ ເລີ່ມເຈລະຈາຂໍ້ຕົກລົງການຄ້າ

ທ່ານ ມິເຊລ ບານິເຢ ຫົວໜ້າທີມເຈລະຈາການຄ້າຂອງສະຫະພາບເອີຣົບ (ອີຢູ) ລະບຸໃນເມື່ອ ບໍ່ດົນມານີ້ວ່າ ອີຢູ ແລະອັງກິດ ໄດ້ ເລີ່ມຕົ້ນເຈລະຈາຂໍ້ຕົກລົງທາງ ການຄ້າຫຼັງເບຣັກຊິດກັນເປັນເທື່ອທີ່ 3 ແລ້ວ.

ກຳປູເຈຍ ອະນຸຍາດສົ່ງອອກເຂົ້າ

ທາງການກຳປູເຈຍອະນຸ ຍາດໃຫ້ບໍລິສັດຕ່າງໆສົ່ງອອກເຂົ້າ ຂາວໄດ້ອີກຄັ້ງໃນອາທິດນີ້ ຫຼັງ ຈາກຫ້າມສົ່ງອອກເຂົ້າດົນກວ່າ 1 ເດືອນ ເພື່ອຮັບປະກັນຄວາມໝັ້ນ ຄົງທາງດ້ານອາຫານຂອງປະເທດ ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19.

ຈີນ ຍົກເວັ້ນພາສີສິນຄ້ານໍາເຂົ້າຈາກອາເມລິກາ 79 ລາຍການ

ສປ ຈີນ ຜ່ອນຄາຍສົງຄາມ ການຄ້າປະກາດຍົກເວັ້ນພາສີສິນ ຄ້ານໍາເຂົ້າຈາກອາເມລິກາຈຳນວນ 79 ລາຍການ ເປັນເວລາ 1 ປີເລີ່ມຕັ້ງແຕ່ວັນທີ 19 ພຶດສະພານີ້ເປັນຕົ້ນໄປ;

ຫວຽດນາມ ມອບເຂົ້າສານ 100 ໂຕນ ໃຫ້ກູບາ

 ເມື່ອບໍ່ດົນມານີ້ ສສ ຫວຽດ ນາມມອບເຂົ້າສານ 100 ໂຕນ ໃຫ້ ແກ່ແພດໝໍກູບາທີ່ຢູ່ແນວໜ້າໃນ ການປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19.

ຕາມຂ່າວສານຫວຽດນາມ ລາຍງານວ່າ ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສຳນັກງານສະຖານ ທູດກູບາປະຈຳ ຫວຽດນາມ, ທ່ານ ນາງ LianysTores 

ຍອດຂາຍລົດໃນຈີນເພີ່ມຂຶ້ນ 4,4%

 ອຸດສາຫະກຳລົດ ສປ ຈີນ ກັບມາເຕີບໂຕຢ່າງວ່ອງໄວ ມີຍອດ ຂາຍລົດເພີ່ມຂຶ້ນເປັນເທື່ອທຳອິດ ໃນຮອບ 2 ປີ ຫຼັັງຈາກການແຜ່ ລະບາດຂອງເຊື້ອໂຄວິດ-19.

ອິນໂດເນເຊຍ ຕັ້ງຕູ້ເອທີເອັມແຈກເຂົ້າສານໃຫ້ປະຊາຊົນ

ລັດຖະບານອິນໂດເນເຊຍຈັດຕັ້ງຕູ້ເອທີເອັມແຈກເຂົ້າສານໃຫ້ກັບປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນຈາກມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ເຟດເຕືອນທຸລະກິດອາເມລິກາອາດລົ້ມລະລາຍ

ທ່ານ ໂຣເບີດ ແຄບແລນ ປະທານເຟດສາຂາ ດັລລັສ ກ່າວວ່າ ເສດຖະກິດຈະຕ້ອງໄດ້ຮັບການກະ ຕຸ້ນດ້ານການເງິນຫຼາຍຂຶ້ນປະທານ ເຟດສາຂາຕ່າງໆພາກັນເຕືອນທຸລະ ກິດອາເມລິກາຈະລົ້ມລະລາຍຄັ້ງ ໃຫຍ່ຫາກການຢຸດກິດຈະການເສດ ຖະກິດແກ່ຍາວອອກໄປຫຼາຍກວ່ານີ້.

ຟິລິບປິນກຽມແຜນເພີ່ມນໍາເຂົ້າເຂົ້າຕື່ມອີກ 3 ແສນໂຕນ

ຟິລິບປິນກຽມແຜນເພີ່ມນໍາເຂົ້າເຂົ້າຕື່ມອີກ 3 ແສນໂຕນ ສຳຮອງ ໄວ້ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ວ່າ: ຈະແກ່ຍາວເວລາດົນປານໃດ ພ້ອມທັງໄລຍະລະດູເກັບກ່ຽວເຂົ້າມັກໄດ້ ຜົນຜະລິດອອກມາຕໍ່າ.

ອິນເດຍ ກຽມວາງແຜນຊຸກຍູ້ເສດຖະກິດ

  ຜູ້ນຳ ອິນເດຍ ກຽມວາງແຜນຊຸກຍູ້ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.