ລາຄານໍ້າມັນດິບໃນຕະຫຼາດໂລກຫຼຸດລົງ 1,94%

ວັນທີ 6 ສິງຫາທີ່ຜ່ານມາລາຄານໍ້າມັນດິບໃນຕະຫຼາດໂລກ ລ່ວງໜ້າປິດຫຼຸດລົງ 1,94% ຂະນະທີ່ຕະຫຼາດວິຕົກກັງວົນສົງຄາມການຄ້າລະຫວ່າງ ສປ ຈີນ ກັບ ອາເມລິກາ.

ເກີດເຫດນໍ້າຖ້ວມຢູ່ຈີນເສຍຊີວິດ 13 ຄົນ

 ເກີດເຫດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມ ຢູ່ ສປ ຈີນ ສ້າງຄວາມເສຍຫາຍຕໍ່ບ້ານເຮືອນຫຼາຍສິບຫຼັງ ແລະມີຜູ້ເສຍຊີວິດແລ້ວ 13 ຄົນ.

ສ ເກົາຫຼີ ເພີ່ມວົງເງິນພັດທະນາລຸ່ມແມ່ນໍ້າຂອງ 3 ລ້ານໂດລາ

ລັດຖະມົນຕີຕ່າງປະເທດ ຂອງ ສ ເກົາຫຼີ ປະກາດໃນກອງ ປະຊຸມລຸ່ມແມ່ນໍ້າຂອງກັບ ສ ເກົາຫຼີ ຄັ້ງທີ 9 ວ່າ ຈະເພີ່ມເງິນກອງທຶນຄວາມຮ່ວມມືເປັນ 3 ລ້ານໂດລາສະຫະລັດ ໃນປີ 2020 ຫວັງ ສ້າງເສດຖະກິດລຸ່ມແມ່ນໍ້າຂອງ.

ເຢຍລະມັນ ຢຶດຢາເສບຕິດໄດ້ 4,5 ໂຕນ

ໜ່ວຍພາສີອາກອນເຢຍລະມັນຈັບຢຶດຢາເສບຕິດປະເພດໂຄເຄນທີ່ຂົນສົ່ງທາງເຮືອຈາກອາເມລິກາໃຕ້ລວມນໍ້າໝັກ 4,5 ໂຕນມູນຄ່າເກືອບ 1 ຕື້ເອີໂຣນັບເປັນການຈັບກຸມໂຄເຄນຄັ້ງໃຫຍ່ສຸດໃນຄັ້ງດຽວເທົ່າທີ່ເຄີຍມີມາຂອງປະເທດ.

ເງິນຢວນທຽບໂດລາອ່ອນຄ່າສຸດ ໃນຮອບ 9 ປີ

ງິນຢວນຂອງ ສປ ຈີນ ທຽບກັບເງິນໂດລາສະຫະລັດຊື້ ຂາຍໃນວັນທີ 5 ສິງຫາ ອ່ອນ ຄ່າສຸດນັບຕັ້ງແຕ່ເດືອນສິງຫາປີ 2010.

ຕາມຂ່າວຕ່າງປະເທດລາຍງານວ່າເງິນຢວນໃນຕ່າງປະເທດ ອ່ອນຄ່າລົງຈຸລະດັບ 7.1085 ຢວນຕໍ່ 1 ໂດລາ ໃນວັນທີ 5 ສິງຫານີ້ ຫຼັງຈາກທີ່ທ່ານ ໂດນັລ 

ກຳປູເຈຍເຜີຍຄວາມຄືບໜ້າການກໍ່ສ້າງ ສະໜາມກີລາແຫ່ງຊາດ

ທ່ານ ຮຸນເຊນ ນາຍົກລັດ ຖະມົນຕີຂອງກຳປູເຈຍ ແລະທ່ານ ຫວັງເອກອັກຄະລັດຖະທູດ ສປ ຈີນ ປະຈຳກຳປູເຈຍ ໄດ້ເຂົ້າຢ້ຽມຊົມຄວາມຄືບໜ້າການກໍ່ສ້າງສະໜາມກີລາແຫ່ງຊາດແຫ່ງໃໝ່ຂອງກຳປູເຈຍທີ່ໄດ້ຮັບການສະໜັບສະໜູນເງິນທຶນຈາກຈີນ.

ເທສລາຍອມຈ່າຍພາສີ 323 ລ້ານໂດລາຕໍ່ປີໃຫ້ຈີນ

 ບໍລິສັດເທສລາອິ້ງຂອງອາເມລິກາຍອມຈ່າຍພາສີ 323 ລ້ານໂດລາສະຫະລັດຕໍ່ປີໃຫ້ ສປ ຈີນ ແລກກັບການຕັ້ງໂຮງງານຜະລິດລົດ ໄຟຟ້າໃນຊຽງໄຮ້.

ຕາມຂ່າວຕ່າງປະເທດລາຍງານວ່າ ບໍລິສັດເທສລາ ອິ້ງ ຂອງອາເມລິກາຕົກລົງທີ່ຈະຈ່າຍເງິນພາສີ 2,23 ຕື້ຢວນ (323 ລ້ານໂດລາ) ໃຫ້ກັບຈີນທຸກປີ ຊຶ່ງ

ເງິນປອນອ່ອນຄ່າເມື່ອທຽບກັບໂດລາ-ເອີໂຣ

ເງິນປອນຂອງອັງກິດອ່ອນຄ່າ ເມື່ອທຽບກັບເງິນໂດລາສະຫະລັດ ແລະເອີໂຣ ເນື່ອງຈາກມີ ຄວາມກັງວົນວ່າອັງກິດຈະແຍກຕົວອີຢູແບບບໍ່ມີຂໍ້ຕົກລົງ.

ຕາມຂ່າວຕ່າງປະເທດລາຍງານວ່າ ເງິນປອນອ່ອນຄ່າລົງໃກ້ ຈຸລະດັບ 1,24 ໂດລາ ແລະອ່ອນ ຄ່າເມື່ອທຽບເອີໂຣ ທ່າມກາງ ຄວາມກັງວົນທີ່ວ່າອັງກິດຈະ

ເສຍຊີວິດ 9 ຄົນຍ້ອນໄຂ້ເລືອດອອກໃນ ສິງກະໂປ

ກະຊວງສາທາລະນະສຸກ ແລະອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ຮ່ວມກັນຖະແຫຼງຂ່າວໃນວັນທີ 29 ກໍລະກົດນີ້ວ່າ,ປີນີ້ສິງກະໂປ ເສຍຊີວິດຍ້ອນໄຂ້ເລືອດອອກ 9 ຄົນແລ້ວ.ມາຮອດວັນທີ 20 ກໍລະກົດນີ້, ສິງກະໂປມີ 8.020 ຄົນຕິດເຊື້ອພະຍາດໄຂ້ເລືອດອອກ ແລະຂຶ້ນເປັນ 5 ເທົ່າໃນໄລຍະດຽວກັນຂອງປີຜ່ານມາ.

6 ເດືອນຕົ້ນປີນີ້ຫົວເຫວີຍ ມີລາຍໄດ້ເພີ່ມຂຶ້ນ 23,2%

ຫົວເຫວີຍລາຍງານລາຍໄດ້ 6 ເດືອນຕົ້ນປີ 2019 ເຕີບໂຕ 23,2% ກົງກັນຂ້າມກັບກະແສແຮງຕ້ານທາງການເມືອງ.

ຕາມຂ່າວຕ່າງປະເທດລາຍງານວ່າ ຫົວເຫວີຍ ບໍລິສັດເຕັກໂນໂລ ຊີລາຍໃຫຍ່ຈາກ ສປ ຈີນ ຖະແຫຼງໃນວັນທີ 30 ກໍລະກົດວ່າ ລາຍໄດ້ ລວມ 6 ເດືອນຕົ້ນປີ