ເດືອນມັງກອນ ລາວນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ 935 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າປະມານ 474 ລ້ານໂດລາສະຫະລັດ ແລະຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ.

ຈີນຕັ້ງເປົ້າໝາຍ ຈີດີພີ ປີ 2023 ຈະເຕີບໂຕ 5%

ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ໄດ້ເປີດຂຶ້ນຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ

ຣັດເຊຍ ເປີດໃຊ້ເສັ້ນທາງລົດໄຟ ຍາວທີ່ສຸດໃນໂລກ

ເຈົ້າໜ້າທີ່ຣັດເຊຍ ໃຫ້ຮູ້ວ່ານະຄອນຫຼວງ ມົດສະກູ ຂອງ ຣັດເຊຍ ໄດ້ເປີດໃຊ້ ເສັ້ນທາງລົດໄຟ ໃຕ້ດິນສາຍບີ໊ກ ເຊີຣເຄີລ ໄລ ຫລື ບີຊີແອລ (BCL)

ພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປ ລາວ ຈະເລີ່ມຜະລິດກະແສໄຟຟ້າໃນກາງປີນີ້

ໂຄງການຜະລິດໄຟຟ້າຈາກກັງຫັນລົມ 600 ເມກາວັດ ໄດ້ຮັບການພັດທະນາໂດຍ ບໍລິສັດ ອີມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ 

ຫວຽດນາມຕັ້ງເປົ້າສົ່ງອອກໝາກພ້າວ 1 ຕື້ໂດລາຕໍ່ປີ

ທາງການສສ ຫວຽດນາມຕັ້ງເປົ້າສ້າງລາຍໄດ້ຈາກການສົ່ງອອກຜະລິດຕະພັນໝາກພ້າວມູນຄ່າ 1 ຕື້ໂດລາສະຫະລັດຕໍ່ປີ ໂດຍຈະເລັ່ງສົ່ງອອກໝາກພ້າວແບບແປຮູບທີ່ມີມູນຄ່າເພີ່ມຂຶ້ນ.

 

ພາຍຸພັດຖະຫລົ່ມໃນບຣາຊິນ ເຮັດໃຫ້ມີຜູ້ເສຍຊີວິດ 36 ຄົນ

ພາຍຸພັດຖະຫລົ່ມເຂົ້າລັດເຊົາເປົາໂລ ຂອງບຣາຊິນ ເຮັດໃຫ້ນໍ້າຖ້ວມ ແລະດິນເຈື່ອນສົ່ງຜົນໃຫ້ມີຜູ້ເສຍຊີວິດ 36 ຄົນ ແລະອີກ 600 ຄົນ ບໍ່ມີທີ່ພັກອາໄສ.

ສີລັງກາ ປັບຂຶ້ນຄ່າໄຟຟ້າ 66%

ທ້າຍອາທິດທີ່ຜ່ານມາກະຊວງພະລັງງານຂອງສີລັງກາໄດ້ອອກຖະແຫຼງການກ່ຽວກັບການປັບຂຶ້ນຄ່າໄຟຟ້າໃນອັດຕາ 66% ໂດຍບໍ່ໄດ້ລະບຸຢ່າງລະອຽດກ່ຽວກັບເພດານລາຄາ ແລະການກຳນົດໄລຍະຂອງລາຄາແຕ່ມີຄວາມຫວັງວ່າຈະສາມາດປັບຫຼຸດຄ່າໄຟຟ້າລົງໄດ້ເມື່ອເຖິງກຳນົດການປະເມີນສະຖານະການຄັ້ງຕໍ່ໄປໃນເດືອນກໍລະກົດ.

ຮົງກົງ ກຽມແຈກປີ້ຍົນ 500.000 ໃບ ດຶງດູດການທ່ອງທ່ຽວທົ່ວໂລກ

ຮົງກົງ ກຽມປີ້ຍົນແບບບໍ່ເສຍຄ່າ ມາແຈກຢາຍ ໃຫ້ນັກທ່ອງທ່ຽວທົ່ວໂລກ ຈຳນວນ 500.000 ໃບ ເພື່ອດຶງດູດ ນັກທ່ອງທ່ຽວ, ນັກເດີນທາງເພື່ອທຸລະກິດ ແລະນັກລົງທຶນ ຈາກທົ່ວໂລກ.

ເດັກຍິງລອດປະຕິຫານຈາກເຫດແຜ່ນດິນໄຫວຕວັກກີ

ເດັກຍິງອາຍຸ 12 ປີ ລອດປະຕິຫານຈາກເຫດການແຜ່ນດິນໄຫວທີ່ຕວັກກີ ຫຼັງຈາກຕິດຢູ່ໃຕ້ອາຄານເປ່ເພດົນເຖິງ 147 ຊົ່ວໂມງ ປະຈຸບັນຍອດຜູ້ເສຍຊີວິດເພີ່ມເປັນ 33.000 ຄົນ.

ສົ່ງແຮງງານລາວ 80 ຄົນໄປເຮັດວຽກຕາມລະດູການທີ່ເມືອງເມຍຢ່າງ ແລະຊັງຈອງ ສ. ເກົາຫຼີ

ໃນລະຫວ່າງວັນທີ 8 – 9 ກຸມພາ 2023 ທີ່ສະໜາມບິນວັດໄຕ, ນະຄອນຫຼວງວຽງຈັນ ກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຈັດສົ່ງແຮງງານລາວ ໄປເຮັດວຽກລະດູການ ທີ່ເມືອງເມຍຢ່າງ ແລະເມືອງຊັງຈອງ, ສ.ເກົາຫຼີ ຈໍານວນ 80 ຄົນ