ຍອດການສົ່ງອອກຈີນເດືອນສິງຫາຫຼຸດລົງ 1%

 ທາງການ ສປ ຈີນ ເປີດເຜີຍໃນວັນທີ 8 ກັນຍາທີ່ຜ່ານ ມາວ່າ: ຍອດສົ່ງອອກໃນເດືອນສິງຫາທີ່ຜ່ານມາຫຼຸດລົງ 1% ເມື່ອທຽບໃສ່ເດືອນດຽວກັນຂອງ ປີກາຍນີ້. ຕາມຂ່າວຕ່າງປະເທດລາຍ ງານວ່າ: ຍອດການສົ່ງອອກຂອງ ຈີນໃນເດືອນສິງຫາຜ່ານມາຫຼຸດລົງ 1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ 

ອາເມລິກາ ຈະລົງໂທດປະເທດທີ່ຊື້ຂາຍນໍ້າມັນກັບອີຣານ

ເຈົ້າໜ້າທີ່ອຳນາດການປົກຄອງອາເມລິກາທ່ານໜຶ່ງໄດ້ ຖະແຫຼງວ່າ: ອາເມລິກາ ຈະສືບຕໍ່ຈັດວາງບັນດາຄຳສັ່ງລົງໂທດຕໍ່ປະເທດທີ່ຊື້ນໍ້າມັນ ຫຼື ພົວພັນແລກປ່ຽນການຄ້າກັບອີຣານ.

ອົດສະຕຣາລີ ຈ່າຍເງິນຈູງໃຈໃຫ້ຄູໄປສອນຢູ່ໂຮງຮຽນຊົນນະບົດ

 ລັດວິກຕໍເຣຍ ຂອງອົດ ສະຕຣາລີຈ່າຍເງິນຈູງໃຈໃຫ້ຄູ 50.000 ໂດລາອົດສະຕຣາລີ (ປະມານ 32 ພັນໂດລາສະຫະ ລັດ) ໃຫ້ໄປສອນໃນຊົນນະບົດເພື່ອຫຼຸດຄວາມແຕກໂຕນທາງດ້ານ ຄຸນນະພາບການສຶກສາ.

ຟິລິບປິນ ພົບພະຍາດອະຫິວາອາຟຣິກກາໃນໝູເປັນຄັ້ງທຳອິດ

ຟິລິບປິນແຈ້ງວ່າ: ກວດພົບເຊື້ອພະຍາດອະຫິວາອາຟຣິກາ ໃນໝູເປັນຄັ້ງທຳອິດຢູ່ໃກ້ກັບນະຄອນຫຼວງມະນີລາຖືເປັນປະເທດ ຫຼ້າສຸດທີ່ພົບພະຍາດນີ້ຊຶ່ງແຜ່ລະບາດໄປແລ້ວຫຼາຍປະເທດ.

ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງເຊັກເພີ່ມຂຶ້ນ

ຄາດຄະເນວ່າ: ທັງປີຍອດວົງເງິນມີການສົ່ງອອກລະຫວ່າງ ສສ ຫວຽດນາມ-ເຊັກຈະບັນລຸ 1,180 ຕື້ໂດລາສະຫະລັດ, ເພີ່ມ ຂຶ້ນ 0,66% ເມື່ອທຽບໃສ່ປີ 2018.

ອະດີດປະທານາທິບໍດີ ຊິມບໍາເວ ເສຍຊີວິດ

ທ່ານ ໂຣເບີດມູກາເບອະດີດປະທານາທິບໍດີ ຊິມບໍາເວ ທີ່ເຄີຍປົກ ຄອງປະເທດ ເປັນໄລຍະເວລາ 37 ປີ ນັບແຕ່ປີ 1980 ຫາ2017 ໄດ້ເສຍຊີ ວິດແລ້ວລວມອາຍຸໄດ້ 95 ປີ ດ້ວຍພະຍາດຂອງຜູ້ກ່ຽວ.

ມຽນມາເປີດເສລີການລົງທືນຄ້າສົ່ງ-ຄ້າຍອ່ຍ

ຫຼັງຈາກມຽນມາອອກກົດລະບຽບເປີດເສລີການລົງທຶນໃນ ທຸລະກິດຄ້າສົ່ງ-ຄ້າຍ່ອຍໃນປີ 2018 ທີ່ຜ່ານມາ ໂດຍເປີດໃຫ້ນັກ ລົງທຶນຕ່າງຊາດເຂົ້າໄປລົງທຶນ ແບບ 100% ເປັນເທື່ອທຳອິດ ເພື່ອ ສົ່ງເສີມໃຫ້ເກີດການແຂ່ງຂັນ ແລະ ເພີ່ມທາງເລືອກໃຫ້ກັບຜູ້ບໍລິໂພກ ຫຼາຍຂຶ້ນເຮັດໃຫ້ມຽນມາກາຍເປັນພາກພື້ນ

ຈີນຈະເປີດຕະຫຼາດຫຼາຍຂື້ນເພື່ອເສລີການຄ້າທົ່ວໂລກ

ທ່ານ ສີ ຈິ້ນຜິງ ປະທານປະເທດຂອງ ສປ ຈີນ ກ່າວກັບນາຍົກລັດ ຖະມົນຕີເຢຍລະມັນວ່າ ທັງສອງປະເທດຄວນເພີ່ມຄວາມຮ່ວມມືດ້ານ ການຄ້າໃຫ້ຫຼາຍຂຶ້ນ ແລະໃຫ້ຄຳໝັ້ນວ່າ ຈະເປີດກ້ວາງທາງເສດຖະກິດຂອງຈີນໃຫ້ຫຼາຍຂຶ້ນ.

ຈີນ-ກຳປູເຈຍສ້າງກົນໄກຮ່ວມມືດ້ານພາສີ

 ສປ ຈີນ ແລະກຳປູເຈຍສ້າງກົນໄກການແລກປ່ຽນ ແລະການຮ່ວມມືດ້ານພາສີເພື່ອຊຸກຍູ້ໃຫ້ສອງຝ່າຍແລກປ່ຽນຄວາມເຫັນໂດຍກົງ ແລະມີປະສິດທິພາກວ່າເກົ່າ.

ອາກຊັງຕິນ ປະກາດຄວບຄຸມເງິນທຶນ

 ລັດຖະບານອາກຊັງຕິນປະກາດໃຊ້ມາດຕະການຄວບຄຸມເງິນທຶນ (Capital Controls) ເພື່ອປ້ອງກັນການຫຼຸດລົງຂອງທຶນ ສຳຮອງເງິນຕາຕ່າງປະເທດ ແລະມູນຄ່າສະກຸນເງິນເປໂຊ.