ທົ່ວໂລກມີຜູ້ຕິດເຊື້ອໂຄວິດ 16,4 ລ້ານຄົນ

  ຕາມຕົວເລກທີ່ໄດ້ອັບເດດໃນເວັບໄຊ Worldometer.infor ໄລ່ຮອດເວລາ 6 ໂມງເຊົ້າວັນທີ 27 ກໍລະກົ(ຕາມເວລາຂອງບ້ານເຮົາ), ຍອດຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກແມ່ນ 16.393.955 ຄົນໃນນັ້ນມີ 651.503 ຄົນເສຍຊີວິດໂລກລະບາດໄດ້ສົ່ງຜົນກະທົບເຖິງ 213 ປະເທດ ແລະເຂດແຄ້ວນໃນທົ່ວໂລກ.

ມຽນມາ ກຽມສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ

    ມຽນມາ ກຽມສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນຮ່ວມກັບກຸ່ມພັນທະມິດປະເທດນ້ອງໃໝ່ໃນວົງການອະວະກາດໂດຍມີເປົ້າໝາຍເພື່ອປົກປ້ອງປະຊາຊົນຫຼາຍລ້ານຄົນຈາກໄພພິບັດດ້ານສິ່ງແວດລ້ອມ.

ຫວຽດນາມ ອົບພະຍົບ 80 ພັນຄົນ ອອກຈາກເມືອງດານັງ

   ສສ ຫວຽດນາມ ອົບພະຍົບປະຊາຊົນ 80.000 ຄົນ ສ່ວນໃຫຍ່ເປັນນັກທ່ອງທ່ຽວໃນປະເທດອອກຈາກເມືອງດານັງຫຼັງຈາກກວດພົບປະຊາຊົນ 3 ຄົນຕິດ ເຊື້ອໂຄວິດ-19.

5 ເດືອນຕວັກກີຊື້ຄຳ 148 ໂຕນ

 ຕວັກກີແຊງໜ້າຣັດເຊຍກາຍເປັນປະເທດທີ່ນໍາເຂົ້າຄຳຫຼາຍທີ່ສຸດໃນໂລກຄາດວ່າມີຄວາມກັງວົນຕໍ່ຄວາມສຳພັນກັບອາເມລິກາ ແລະ ການເຂົ້າເຖິງການຊໍາລະໜີ້ດ້ວຍເງີນໂດລາສະຫະລັດ.

ສ.ເກົາຫຼີ ສົ່ງດາວທຽມສື່ສານຂຶ້ນສູ່ວົງໂຄຈອນ

   ບໍລິສັດ ສະເປຊເອັກ ປະສົບຄວາມສຳເລັດໃນການເປັນຜູ້ນໍາສົ່ງດາວທຽມສື່ສານດວງທຳອິດໃຫ້ກັບລັດຖະບານ ສ ເກົາຫຼີ.

ກຳປູເຈຍໃກ້ບັນລຸເປົ້າໝາຍສົ່ງອອກເຂົ້າ 1 ລ້ານໂຕນ

  ທ່ານ ຮຸນເຊນ ນາຍົກລັດຖະມົນຕີຂອງກຳປູເຈຍກ່າວໃນວັນທີ 22 ກໍລະກົດທີ່ຜ່ານມາວ່າເປົ້າໝາຍຂອງປະເທດທີ່ຈະສົ່ງອອກເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ລ້ານໂຕນ ອາດສຳເລັດໄດ້ພາຍໃນປີໜ້າຫຼືປີ 2022.

ອັງກິດລົງນາມຊື້ວັກແຊງໂຄວິດ 90 ລາ້ນຫຼອດ

ກະຊວງທຸລະກິດຂອງອັງກິດຖະແຫຼງວ່າ ທາງການໄດ້ລົງ ນາມຂໍ້ຕົກລົງຊື້ວັກແຊງທີ່ອາດປ້ອງກັນການຕິດເຊື້ອໂຄວິດ-19 ຈາກສອງແຫຼ່ງລວມທັງໝົດ 90 ລ້ານຫຼອດ.

ຍອດສົ່ງອອກເຄື່ອງປ່າຂອງດົງ ຫວຽດນາມບັນລຸ 12 ຕື້ໂດລາ

 ລັດຖະບານ ສສ ຫວຽດ ນາມ ຄາດຄະເນວ່າ ຍອດມູນຄ່າ ການສົ່ງອອກເຄື່ອງປ່າຂອງດົງທັງ ປີ 2020 ຈະບັນລຸລະດັບ 11,75- 12 ຕື້ໂດລາສະຫະລັດ.

ສປຊ ລະດົມເງິນສູ້ໂຄວິດສູງເຖິງ 10,3 ຕື້ໂດລາ

  ສປຊ ຮຽກຮ້ອງໃຫ່ປະເທດຜູ້ນໍາອຸດສາຫະກຳຮ່ວມລະດົມເງີນ 10,3 ຕື້ໂດລາສະຫະລັດ ເພື່ອຊ່ວຍຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໂຄວິດ-19 ຖືເປັນການລະດົມເງີນທຶນຫຼາຍທີ່ສຸດເທົ່າທີ່ເຄີຍມີມາ.

ອາຊຽນຍັງເປັນຫຸ້ນສ່ວນການຄ້າອັນດັບ 1 ຂອງຈີນ

 ໃນ 6 ເດືອນຕົ້ນປີ 2020 ອາຊຽນຍັງເປັນຫຸ້ນສ່ວນການຄ້າອັນດັບ 1 ຂອງສປ ຈີນ ໂດຍມູນຄ່າການສົ່ງອອກລະຫວ່າງສສ ຫວຽດນາມກັບຈີນເພີ່ມຂຶ້ນ 18,1% ສູງທີ່ສຸດໃນກຸ່ມອາຊຽນ.